ເມືອງຮົ່ມສະຫລອງວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດຄົບຮອບ 15 ປີ

- DSCN7643 - ເມືອງຮົ່ມສະຫລອງວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດຄົບຮອບ 15 ປີ
- kitchen vibe - ເມືອງຮົ່ມສະຫລອງວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດຄົບຮອບ 15 ປີ

ທ້າຍອາທິດຜ່ານມານີ້, ສະຫະພັນນັກຮົບເກົ່າເມືອງຮົ່ມ ແຂວງໄຊສົມບູນ, ໄດ້ຈັດພິທີ ສະເຫຼີມສະຫຼອງວັນສ້າງຕັ້ງ ສະຫະພັນຂອງຕົນຄົບຮອບ 15 ປີ (9 ກັນຍາ 2002 – 9 ກັນຍາ 2017), ຂຶ້ນທີ່ເມືອງດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານ ດົວຊົ່ງ ໝື່ນສົມພູ ປະທານກວດ ກາພັກ-ລັດເມືອງຮົ່ມ, ມີທ່ານ ປະທານນັກຮົບເກົ່າແຂວງ ແລະ ບັນດາອາດີດການນຳ, ນັກຮົບ ເກົ່າ, ວິລະຊົນແຫ່ງຊາດເຂົ້າ ຮ່ວມຢ່າງພ້ອມພຽງ.

 

- Visit Laos Visit SALANA BOUTIQUE HOTEL - ເມືອງຮົ່ມສະຫລອງວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດຄົບຮອບ 15 ປີ
- Visit Laos Visit SALANA BOUTIQUE HOTEL - ເມືອງຮົ່ມສະຫລອງວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດຄົບຮອບ 15 ປີ

 

 

+ ສະພາແຫ່ງຊາດລະນຶກ ວັນສ້າງຕັ້ງສະຫະພັນແມ່ຍິງຄົບຮອບ 62 ປີ

+ ເຊກອງສະຫລອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 67 ປີ

 

 

ປະທານກວດກາພັກ- ລັດ ເມືອງຮົ່ມ ໄດ້ຂຶ້ນຜ່ານມູນເຊື້ອ ແຫ່ງການກຳເນີດ ຂອງສະຫະ ພັນນັກຮົບເກົ່າແຫ່ງຊາດວ່າ: ນັບແຕ່ລາວເຮົາໄດ້ຕົກເປັນຫົວ ເມືອງຂຶ້ນຂອງຈັກກະພັດຜູ້ຮຸກ ຮານເຮັດໃຫ້ປະເທດລາວສູນ ເສຍຜຶນແຜ່ນດີນທີ່ອຸດົມຮັ່ງມີ, ສູນເສຍຄວາມເປັນເອກະລາດ ແລະ ບໍ່ໄດ້ເປັນເຈົ້າຂອງປະເທດ ເປັນເວລາດົນນານ, ພວກເຂົາ ໄດ້ທຳການກົດຂີ່ຂູດຮີດຢ່າງ ໜັກໜ່ວງ ແລະ ຮ້າຍແຮງໄດ້ ກາຍເປັນຂ້ອຍຂ້າມ້າຕ່າງຂອງຊາດອື່ນດ້ວຍຄວາມຄຽດແຄ້ນ, ຈຶ່ງເຮັດໃຫ້ ເກີດມີຂະບວນການ ຕໍ່ສູ້ຕ້ານການເປັນຫົວເມືອງ ຂຶ້ນດັ່ງກ່າວຢ່າງອົງອາດກ້າ ຫານ ຂອງບັນດາວິລະບຸລຸດຜູ້ ເກັ່ງກ້າ ເພື່ອຮຽກຮ້ອງຄວາມ ເປັນເອກະລາດອະທິປະໄຕ ຈົນມາເຖິງວັນທີ 2 ທັນວາ ປີ 1975 ປະເທດລາວເຮົາ ຈຶ່ງ ໄດ້ຮັບການປົດປ່ອຍສະຖາ ປະນາລະບອບປະຊາທິປະໄຕ ປະຊາຊົນຂຶ້ນແລ້ວລົບລ້າງ ລະບອບລາຊາທິປະໄຕ ທີີ່ຄອບ ງຳລາວມາເປັນເວລາຫຼາຍ ຮ້ອຍປີ ແລະ ຂັບໄລ່ ພວກຈັກ ກະພັດລ່າເມືອງຂຶ້ນແບບເກົ່າ ແລະແບບໃໝ່ອອກຈາກລາວ ໄດ້ ຢ່າງສິ້ນເຊິງ.

ຕໍ່ໜ້າສະພາບການດັ່ງ ກ່າວ, ກົມການ ເມືອງສູນກາງ ພັກຈຶ່ງໄດ້ຄົ້ນຄວ້າຕົກລົງສ້າງ ຕັ້ງອົງການນັກຮົບເກົ່າແຫ່ງ ຊາດຂຶ້ນ ໃນວັນທີ 9 ກັນຍາ 2002 ເພື່ອຄຸ້ມຄອງດູເເລ ບັນດາສະຫາຍນັກຮົບເກົ່າທີ່ ໄດ້ເສຍສະຫຼະເລືອດເນື້ອ. ເພື່ອ ປະເທດຊາດ ແລະ ຈາລຶກຄຸນ ງາມຄວາມດີໄວ້ເປັນປະຫວັດ ສາດໃຫ້ຄົນລຸ້ນຫຼັງໄດ້ຮຽນຮູ້ ແລະ ສືບທອດມູນເຊື້ອອັນອົງ ອາດກ້າຫານ ແລະ ເລີດລໍ້າທີ່ ອາວອາ, ປ້າລຸງສ້າງມາໄດ້ໄວ້ ຄຽງຄູ່ກັບການປະຕິວັດເຮົາຕະ ຫຼອດໄປ.

ປະທານນັກຮົບເກົ່າ ແຂວງ ໄຊສົມບູນກ່າວວ່າ: ທຸກຄົນ ຈົ່ງຈົດຈຳບຸນຄຸນຂອງບັນດາ ນັກຮົບເກົ່າທີ່ໄດ້ເສຍຫຼະເລືອດ ເນື້ອໄປແລກເອົາປະເທດຊາດ ເພື່ອຍາດອະທິ ປະໄຕມາໃຫ້ ພໍ່ແມ່ປະຊາຊົນຕະຫຼອດກາລະ ນານ ແລະ ຕ້ອງກຳໃຫ້ແໜ້ນ ຄຳຂວັນ 3 ດີ 6 ຮັກສາຂອງນັກ ຮົບເກົ່າໃຫ້ລະອຽດ, ໂດຍສະ ເພາະແມ່ນກໍາລັງ ປກສ, ປກຊ ແລະ ນັກຮົບເກົ່າ, ຕ້ອງເຄົາ ລົບລະບຽບກົດໝາຍ, ໂດຍຫັນ ປ່ຽນຈາກການຕໍ່ສູ້ມາເປັນການ ພັດທະນາໃຫ້ປະເທດຊາດຫຼຸດ ພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ.

- 5 - ເມືອງຮົ່ມສະຫລອງວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດຄົບຮອບ 15 ປີ
- 4 - ເມືອງຮົ່ມສະຫລອງວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດຄົບຮອບ 15 ປີ
- 3 - ເມືອງຮົ່ມສະຫລອງວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດຄົບຮອບ 15 ປີ