ອົງການຢາເອີຣົບກະຕຸ້ນຮັບມື “ໂຄວິດ-19” ລະບາດຮອບໃໝ່


ວັນທີ 20 ກັນຍາ 2022, ອົງການຢາແຫ່ງເອີຣົບລະບຸວ່າ: ການແພ່ລະບາດຂອງພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ນັ້ນຍັງບໍ່ຈົບລົງ ເຖິງວ່າຈຳນວນຜູ້ຕິດເຊື້ອໃນພາກພື້ນເອີຣົບຈະຫລຸດລົງ. ພ້ອມກະຕຸ້ນເຕືອນກຸ່ມປະເທດເອີຣົບກຽມພ້ອມຮັບມືການແພ່ລະບາດຮອບໃໝ່.
ທ່ານ ມາຣ໌ໂຄ ຄາວາເລີຣີ ຫົວໜ້າຝ່າຍໄພຄຸກຄາມທາງສຸຂະພາບ ແລະ ຍຸດທະສາດວັກຊີນຂອງອົງການຢາເອີຣົບ ອ້າງອີງຂໍ້ມູນລະບຸວ່າຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຈາກພະຍາດໂຄວິດ-19 ໂດຍລວມຢູ່ເອີຣົບຫລຸດລົງໄລຍະບໍ່ເທົ່າໃດອາທິດຜ່ານມາ. ເຖິງຢ່າງໃດກໍດີ, ເຮົາຈຳເປັນຕ້ອງກຽມຮັບມືຈຳນວນຜູ້ຕິດເຊື້ອເພີ່ມສູງຂຶ້ນອີກຮອບຂະນະເຂົ້າສູ່ລະດູໃບໄມ້ຫລົ່ນ.
ທ່ານ ຄາວາເລີຣີ ລະບຸວ່າ: ສະຖານະການການແພ່ລະບາດຮອບໃໝ່ໃນໄລຍະລະດູໃບໄມ້ຫລົ່ນເຄີຍເກີດຂຶ້ນມາແລ້ວໃນໄລຍະ 2 ປີຜ່ານມາ ແລະ ມີທ່າອ່ຽງເກີດຂຶ້ນອີກໃນປີນີ້. ພ້ອມເນັ້ນຄວາມສຳຄັນຂອງການກວດຈັບເຊື້ອໄວຣັສຊະນິດກາຍພັນໃໝ່ໆ.
ທ່ານ ຄາວາເລີຣີ ລະບຸວ່າ: ເຊື້ອໄວຣັສຊະນິດກາຍພັນ ສາຍພັນໂອມິຄຣອນ ສາຍພັນຍ່ອຍ BA.5 ຍັງເປັນສາຍພັນທີ່ລະບາດຫລັກໃນເອີຣົບ ແຕ່ຈຳເປັນຕ້ອງກຽມພ້ອມຮັບມືເຊື້ອໄວຣັສຊະນິດກາຍພັນອື່ນໆເຊັ່ນ: ສາຍພັນຍ່ອຍ BA.4.6 ເຊິ່ງແພ່ລະບາດຢ່າງວ່ອງໄວໃນອາເມລິກາ ແລະ ຖືກກວດພົບໃນເອີຣົບແລ້ວ ລວມທັງສາຍພັນທີ່ໜ້າກັງວົນຄື BA.2.75.
ທ່ານ ສເຕບເຟນ ເທີສທຣັບ ຫົວໜ້າເຈົ້າໜ້າທີ່ການແພດຂອງອົງການຢາເອີຣົບ ກ່າວວ່າ: ການແພ່ລະບາດຂອງພະຍາດໂຄວິດ-19 ໃນເອີຣົບຍັງດຳເນີນຕໍ່ໄປ. ຂະນະດຽວກັນ ຄະນະກຳມະການພິຈາລະນາການໃຊ້ຢາໃນມະນຸດຂອງອົງການຢາເອີຣົບແນະນຳການອະນຸມັດນຳໃຊ້ວັກຊີນປ້ອງກັນພະຍາດໂຄວິດ-19 ທີ່ຖືກປັບແຕ່ງໃຫ້ຕ້ານເຊື້ອໄວຣັສສາຍພັນຍ່ອຍ BA.4 ແລະ BA.5 ນອກຈາກສາຍພັນດັ້ງເດີມ.