ອາເຊນອລ ກຽມຫວນຄືນດຶງ ດັກລາສ ລຸຍ ຮ່ວມທີມຕະຫລາດນັກເຕະປີໜ້າ

- Untitled 1 4 - ອາເຊນອລ ກຽມຫວນຄືນດຶງ ດັກລາສ ລຸຍ ຮ່ວມທີມຕະຫລາດນັກເຕະປີໜ້າ
- kitchen vibe - ອາເຊນອລ ກຽມຫວນຄືນດຶງ ດັກລາສ ລຸຍ ຮ່ວມທີມຕະຫລາດນັກເຕະປີໜ້າ

- Untitled 1 4 - ອາເຊນອລ ກຽມຫວນຄືນດຶງ ດັກລາສ ລຸຍ ຮ່ວມທີມຕະຫລາດນັກເຕະປີໜ້າ

ລາຍງານຈາກສື່ອັງກິດລະບຸວ່າ : ອາເຊນອລ ກຽມຫວນກັບໄປລ່າ ດັັກລາສ ລຸຍ ກອງກາງແອສຕັນ ວິລລາ ຮ່ວມທີມອີກເທື່ອຫນຶ່ງ ຫລັງຈາກພາດບໍ່ໄດ້ຕົວໃນໄລຍະມື້ສຸດທ້າຍຂອງຕະຫລາດຊື້ຂາຍເດືອນມັງກອນຜ່ານມາ.

- Visit Laos Visit SALANA BOUTIQUE HOTEL - ອາເຊນອລ ກຽມຫວນຄືນດຶງ ດັກລາສ ລຸຍ ຮ່ວມທີມຕະຫລາດນັກເຕະປີໜ້າ

ກອງກາງອາຍຸ 24 ປີ ຍັງຄົງປະຕິເສດການຕໍ່ສັນຍາໃຫມ່ກັບ ແອສຕັນ ວິລລາ ເຊິ່ງສັນຍາຈະຫມົດລົງໃນໄລຍະຈົບລະດູການນີ້ ໂດຍໃນໄລຍະມື້ສຸດທ້າຍຂອງຕະຫລາດຊື້ຂາຍ ອາເຊນອລ ໄດ້ຍື່ນຂໍ້ສະເໜີຊືຕົວລາວມາຮ່ວມງານນຳ ແຕ່ໄດ້ຮັບການປະຕິເສດ ແລະ ເຮັດໃຫ້ຫາກ ວິລລາ ບໍ່ສາມາດຕໍ່ສັນຍາໃຫມ່ກັບນັກເຕະໄດ້ ນັກເຕະຈະສາມາດເຊັນສັນຍາລ່ວງໜ້າ ກັບທີມຈາກປະເທດ ໄດ້ທັນທີໃນແບບບໍ່ມີຄ່າຕົວ.

ຕາມການລາຍງານຈາກເດລີ ເມລ ລະບຸວ່າ : ມິເກລ ອາເຕຕາ ຜູ້ຈັດການທີມອາເຊນອລ ຍັງຄົງຕ້ອງການເສີມກອງກາງຕົວຮັບ ໃຫ້ກັບທີມຈາກຄວາມກັງວົນໃນເລື່ອງຂອງອາການບາດເຈັບຂອງທີມໃນຕຳແໜ່ງນີ້ ໂທມັສ ປາເຕ ມີອາການບາດເຈັບຢູ່ເລື້ອຍໆ ຂະນະທີ່ ໂມຮາເຫມັດ ເອລເນນີ ກໍພົບກັບອາການບາດເຈັບ ແລະ ຕ້ອງພັກຫລາຍເດືອນ ເຮັດໃຫ້ຫາກສະຖານະການຍັງຄົງບໍ່ດີຂຶ້ນ ພວກເຂົາຈະກັບໄປເຈລະຈາຊື້ຂາຍກັບແອສຕັນ ວິລລາ ອີກເທື່ອຫນຶ່ງ ແຕ່ກໍຈະມາພ້ອມກັບຂໍ້ສະເໜີທີ່ບໍ່ສູງ ຕາມໄລຍະສັນຍາທີ່ ໜ້ອຍລົງຂອງນັກເຕະ.

ສຳລັບ ແອສຕັນ ວິລລາ ບໍ່ໄດ້ໃຊ້ງານ ລຸຍ ໃນໄລຍະ 7 ເກມທຳອິດຂອງພຣີເມຍ ລີກ ນັກເຕະລົງສະໜາມໄປພຽງ 2 ຈາກ 6 ເກມເທົ່າ ນັ້ນໃນລີກ ຫລັງຈາກທີ່ລາວປະຕິເສດສັນຍາໃຫມ່ກັບທີມ.

- 3 - ອາເຊນອລ ກຽມຫວນຄືນດຶງ ດັກລາສ ລຸຍ ຮ່ວມທີມຕະຫລາດນັກເຕະປີໜ້າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!