ພຣີເມຍລີກ ກຽມພິຈາລະນາຈັດເກມລວມດາຣາ ປະທະລີກໃຫຍ່ຢູໂຣບ




ສຳນັກຂ່າວ Times ສື່ຊື່ດັງຂອງອັງກິດລາຍງານວ່າ ຄະນະກຳມະການຈັດການແຂ່ງຂັນພຣີເມຍລີກ ອັງກິດ ມີໂອກາດຈະສ້າງທີມ ລາວດາວເຕະຂອງລີກຂຶ້ນ ເພື່ອປະເທດກັບທີມລາວລາວເຕະຈາກລີກໃຫຍ່ໃນຢູໂຣບ ເຊ່ັນ : ບຸນເດສລີກາ ເຢຍລະມັນ, ເຊເຣຍ ອາ ອິຕາລີ ຫລື ລາ ລີກາ ສະເປນ ເປັນຕົ້ນ.
ກ່ອນໜ້ານີ້ ທອດ ໂບລີ ເຈົ້າຂອງສະໂມສອນເຊລຊີ ພະຍາຍາມສະເໜີແນວທາງການຈັດການແຂ່ງຂັນລວມດາຣາພຣີເມຍ ລີກລະຫວ່າງທີມທາງຕອນເໜືອກັບທີມທາງຕອນໃຕ້ ແຕ່ກະແສຕອບຮັບເອີ້ນໄດ້ວ່າເປັນລົບ ໂດຍມີຫລາຍຝ່າຍພາກັນ ຕຳນິແນວຄວາມຄິດນີ້.
ແນວໃດກໍຕາມ ລາຍງານລະບຸວ່າບັນດາຜູ້ບໍລິຫານພຣີເມຍລີກລາຍອື່ນຍັງຄົງຫາລືກ່ຽວກັບແນວຄວາມຄິດຂອງໂບລີ ເນື່ອງຈາກມີຄວາມເປັນໄປໄດ້ໃນການສ້າງລາຍໄດ້ ແລະ ຊື່ສຽງໃນລະດັບໂລກເພີ່ມຕື່ມ ແຕ່ທ່າອ່ຽງເວລານີ້ເບິ່ງແລ້ວຫນ້າ ຈະເປັນການລວມທີມຍອດນັກເຕະຂອງລີກເພື່ອໄປເຕະກັບລວມດາຣາລີກອື່ນໄດ້.
ລາຍງານລະບຸວ່າ ເກມລວມດາຣາດັ່ງກ່າວອາດຖືກວາງຕາຕະລາງໃຫ້ເຕະໄລຍະພັກລະດູການ ໂດຍສະຖານະການທີ່ເຕະນັ້ນ ຈະກະຈາຍໄປທົ່ວໂລກ ເພື່ອເປັນການເພີ່ມແຫລ່ງກອງເຊຍ ແລະ ເພີ່ມໂອກາດສ້າງເງິນຈາກຄ່າລິຂະສິດຖ່າຍທອດສົດ.
ໃນປັດຈຸບັນທີມໃນພຣີເມຍລີກມີເຈົ້າຂອງສະໂມສອນເປັນຊາວສະຫະລັດອາເມລິກາຫລາຍຂຶ້ນ ລວມເຖິງ ໂບລີ ນຳອີກ ເຊິ່ງຫລາຍກິລາໃນສະຫະລັດຈະຈັດເກມລວມດາຣານັກກິລາເພື່ອເອົາໃຈກອງເຊຍ ເຊັ່ນ : ບານບ້ວງ ເອັນບີເອ ຫລື ບານບ້ວງ ເມເຈີລີກ ເປັນຕົ້ນ.