ທ່ານ ທຣຳ ຟ້ອງ CNN ກ່າວຫາໝິ່ນປະໝາດ-ໃສ່ຮ້າຍທາງການເມືອງ ຮຽກຄ່າເສຍຫາຍ 475 ລ້ານໂດລາ


ທ່ານ ໂດນັລ ທຣຳ ອະດີດປະທານາທິບໍດີອາເມລິກາ ຍື່ນຟ້ອງສຳນັກຂ່າວ CNN ໃນວັນທີ 3 ຕຸລາ ໃນຂໍ້ຫາໝິ່ນປະໝາດ ໂດຍຮຽກຮ້ອງຄ່າເສຍຫາຍແບບລົງໂທດຈຳນວນ 475 ລ້ານໂດລາສະຫະລັດ ພ້ອມທັງອ້າງວ່າທາງສຳນັກຂ່າວໄດ້ດຳເນີນການ “ໝິ່ນປະໝາດ ແລະ ໃສ່ຮ້າຍປ້າຍສີ” ຕໍ່ທ່ານ ເນື່ອງຈາກຢ້ານວ່າທ່ານຈະລົງສະໝັກຊີງຕຳແໜ່ງປະທານາທິບໍດີອີກໃນປີ 2024.
ໃນຄຳຟ້ອງຈຳນວນ 29 ໜ້າຂອງທ່ານ ທຣຳ ທີ່ຍື່ນຕໍ່ສານແຂວງໃນເມືອງຟໍຕໍເດີເດລ ລັດຟໍຣິດາ ທ່ານອ້າງວ່າ: CNN ໄດ້ໃຊ້ອິດທິພົນໃນຖານະອົງກອນຂ່າວຊັ້ນນຳ ເພື່ອເອົາຊະນະທ່ານໃນທາງການເມືອງ.
ຂະນະທີ່ທ່ານລະບຸວ່າ: CNN ມີປະຫວັດໃນການວິພາກວິຈານທ່ານມາຍາວນານ, ແຕ່ໄດ້ມີການກ່າວໂຈມຕີທ່ານເພີ່ມຂຶ້ນໃນໄລຍະມໍ່ໆມານີ້ ເນື່ອງຈາກຢ້ານວ່າທ່ານຈະລົງສະໝັກຊີງປະທານາທິບໍດີສະໄໝທີ 2.
ໃນຄຳຟ້ອງດັ່ງກ່າວຍັງລະບຸເຖິງຫລາຍກໍລະນີທີ່ CNN ເບິ່ງຄືຈະປຽບທຽບທ່ານ ທຣຳ ກັບ ຮິດເລີ ເຊິ່ງລວມທັງກໍລະນີການລາຍງານພິເສດຂອງທ່ານ ຟາຣີດ ຊາຄາເຣຍ ໃນເດືອນມັງກອນຜ່ານມາ ທີ່ມີພາບຂອງຈອມຜະເດັດການນາຊີຢູ່ນຳ.
ກ່ອນໜ້ານີ້, ທ່ານ ທຣຳ ໄດ້ອອກຖະແຫລງການລະບຸວ່າ: ທ່ານຈະຍື່ນຟ້ອງຕໍ່ບໍລິສັດສື່ລາຍໃຫຍ່ ແລະ ອາດເຖິງຂັ້ນດຳເນີນການທາງກົດໝາຍຕໍ່ຄະນະກຳມາທິການສະພາຄອງເກຣດ ທີ່ສອບສວນເຫດການກໍ່ຈະລາຈົນໂຈມຕີລັດຖະສະພາໂດຍກຸ່ມຜູ້ສະໜັບສະໜູນທ່ານ ເມື່ອວັນທີ 6 ມັງກອນ 2021.
ອ້າງອີງ: