ປກສ ເມືອງສີໂຄດຕະບອງ ເນັ້ນ ປກສ ທຸກຄົນຫ້າມລະເມີດ ຂໍ້ຫ້າມສະເພາະນາຍ ແລະ ພົນຕໍາຫຼວດໃນຂົງເຂດວຽກງານປ້ອງກັນຄວາມສະຫງົບທາງດ້ານການເມືອງ

-           scaled - ປກສ ເມືອງສີໂຄດຕະບອງ ເນັ້ນ ປກສ ທຸກຄົນຫ້າມລະເມີດ ຂໍ້ຫ້າມສະເພາະນາຍ ແລະ ພົນຕໍາຫຼວດໃນຂົງເຂດວຽກງານປ້ອງກັນຄວາມສະຫງົບທາງດ້ານການເມືອງ
- kitchen vibe - ປກສ ເມືອງສີໂຄດຕະບອງ ເນັ້ນ ປກສ ທຸກຄົນຫ້າມລະເມີດ ຂໍ້ຫ້າມສະເພາະນາຍ ແລະ ພົນຕໍາຫຼວດໃນຂົງເຂດວຽກງານປ້ອງກັນຄວາມສະຫງົບທາງດ້ານການເມືອງ

ວັນທີ 30 ກັນຍາ 2022 ເມືອງສີໂຄດຕະບອງ ນວ, ໄດ້ມີພິທີເຊື່ອມຊຶມເອກະສານສໍາຄັນຂອງວຽກງານກໍາລັງປ້ອງກັນຄວາມສະຫງົບ ໃຫ້ພະນັກງານ-ນັກຮົບ ປກສ ເມືອງສີໂຄດຕະບອງ ໄດ້ຮັບຮູ້, ເຂົ້າໃຈ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິິນທໍາປະຕິວັດ ແລະ ປະຕິບັດຖືກຕ້ອງ ບໍ່ຜິດຕໍ່ລະບຽບວິໄນຂອງກໍາລັງປ້ອງກັນຄວາມສະຫງົບ; ໂດຍການເຜີຍແຜ່ຂອງ ພັທ ບຸນເພັງ ວໍລະລາດ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ບຸນເພັງ ວໍລະລາດ ໄດ້ຍົກໃຫ້ເຫັນບາງເນື້ອໃນເອກະສານສໍາຄັນເປັນຕົ້ນ: ເອກະສານ ເລກທີ 564/ປກສ ຂໍ້ຕົກລົງ ວ່າດ້ວຍຂໍ້ຫ້າມຕໍ່ນາຍ ແລະ ພົນຕໍາຫຼວດ; ປະກອບມີ 6 ໝວດ, ມີ 21 ມາດຕາ, ທີ່ພະນັກງານທົ່ວກອງບັນຊາການ ປກສ ເມືອງສີໂຄດຕະບອງ ຈະຕ້ອງປະຕິບັດຢ່າງເຂັ້ມງວດ. ໃນໝວດທີ 2 ມາດຕາ 6 ຂໍ້ຫ້າມສະເພາະ ຕໍ່ນາຍ ແລະ ພົນຕໍາຫຼວດ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ທາງດ້ານການເມືອງ ລວມມີ 5 ຂໍ້ຫ້າມຄື:

- Visit Laos Visit SALANA BOUTIQUE HOTEL - ປກສ ເມືອງສີໂຄດຕະບອງ ເນັ້ນ ປກສ ທຸກຄົນຫ້າມລະເມີດ ຂໍ້ຫ້າມສະເພາະນາຍ ແລະ ພົນຕໍາຫຼວດໃນຂົງເຂດວຽກງານປ້ອງກັນຄວາມສະຫງົບທາງດ້ານການເມືອງ
- Visit Laos Visit SALANA BOUTIQUE HOTEL - ປກສ ເມືອງສີໂຄດຕະບອງ ເນັ້ນ ປກສ ທຸກຄົນຫ້າມລະເມີດ ຂໍ້ຫ້າມສະເພາະນາຍ ແລະ ພົນຕໍາຫຼວດໃນຂົງເຂດວຽກງານປ້ອງກັນຄວາມສະຫງົບທາງດ້ານການເມືອງ
  1. ຫ້າມຮຽກປັບໃໝ, ເກັບຄ່າບໍລິການ, ຄ່າທໍານຽມຕ່າງໆ ເພື່ອຫາຜົນປະໂຫຍດທີ່ບໍ່ຖືກຕາມລະບຽບການເຊັ່ນ: ການເກັບຫຼຸດ ຫຼື ເກັບເກີນ, ບໍ່ມີໃບຮັບເງິນ ຫຼື ໃບຮັບເງິນທີ່ບໍ່ແມ່ນທາງການກໍານົດ.
  2. ຫ້າມສວຍໃຊ້ສິດ, ໜ້າທີ່ເພື່ອຫາຜົນປະໂຫຍດ ຜ່ານບັນດາຂອດວຽກງານຄຸ້ມຄອງຄົນຕ່າງປະເທດເປັນຕົ້ນແມ່ນ ການກວດກາການອະນຸຍາດພັກເຊົາ, ຂໍຕໍ່ເວລາພັກເຊົາຢູ່ລາວ, ຂໍແຕ່ງດອງກັບຄົນລາວ, ຂໍຢູ່ລາວຖາວອນ, ຂໍຕັດສັນຊາດ, ຂໍປະກອບອາຊີບ ແລະ ອື່ນໆ ທີ່ຂັດກັບກົດໝາຍ ແລະ ລະບຽບການ.
  3. ຫ້າມສົມຮູ້ຮ່ວມຄິດໃນການອອກເອກະສານ, ປອມແປງເອກະສານ ເພື່ອໃຫ້ຄົນຕ່າງປະເທດຂຶ້ນສໍາມະໂນຄົວເປັນພົນລະເມືອງລາວ ແລະ ພົນລະເມືອງຕ່າງດ້າວ, ອອກເອກະສານປະກອບອາຊີບຄືກັບຄົນລາວ ເພື່ອຫາຜົນປະໂຫຍດໂດຍບໍ່ຖືກຕ້ອງ.
  4. ຫ້າມຂຶ້ນບັນຊີດໍາເປົ້າໝາຍແບບຊະຊາຍ, ສວຍໃຊ້ໜ້າທີ່ໃນການແກ້ໄຂບັນຫາຕ່າງໆກັບຄົນຕ່າງປະເທດ ເພື່ອຫາຜົນປະໂຫຍດໂດຍບໍ່ຖືກຕ້ອງ.
  5. ຫ້າມເມີນເສີຍ ແລະ ປ່ອຍປະລະເລີຍ ໃຫ້ຄົນຕ່າງປະເທດ, ຄົນບໍ່ມີສັນຊາດ ເຂົ້າມາເຄື່ອນໄຫວດໍາລົງຊີວິດ, ລີ້ຊ້ອນ, ພັກເຊົາ, ລັກລອບປະກອບອາຊີບ ແລະ ຮູບການອື່ນໂດຍບໍ່ໄດ້ຮັບອະນຸຍາດໃນພື້ນທີ່ຂອງຕົນຮັບຜິດຊອບ.
- 3 - ປກສ ເມືອງສີໂຄດຕະບອງ ເນັ້ນ ປກສ ທຸກຄົນຫ້າມລະເມີດ ຂໍ້ຫ້າມສະເພາະນາຍ ແລະ ພົນຕໍາຫຼວດໃນຂົງເຂດວຽກງານປ້ອງກັນຄວາມສະຫງົບທາງດ້ານການເມືອງ
- 4 - ປກສ ເມືອງສີໂຄດຕະບອງ ເນັ້ນ ປກສ ທຸກຄົນຫ້າມລະເມີດ ຂໍ້ຫ້າມສະເພາະນາຍ ແລະ ພົນຕໍາຫຼວດໃນຂົງເຂດວຽກງານປ້ອງກັນຄວາມສະຫງົບທາງດ້ານການເມືອງ
- 5 - ປກສ ເມືອງສີໂຄດຕະບອງ ເນັ້ນ ປກສ ທຸກຄົນຫ້າມລະເມີດ ຂໍ້ຫ້າມສະເພາະນາຍ ແລະ ພົນຕໍາຫຼວດໃນຂົງເຂດວຽກງານປ້ອງກັນຄວາມສະຫງົບທາງດ້ານການເມືອງ