ໂລບມາກລາບຫາຍ


ນາງ ເທເລີ ສະວິບ (Taylor Swift ) ຄົນອາເມລິກາ, ເປັນນັກຮ້ອງທີ່ມີຊື່ສຽງໂດ່ງດັງ ໄດ້ມີຄະດີຄວາມກ່ຽວກັບຖືກລ້ວງລະເມີດທາງເພດ ກັບດີເຈ ເດວິດ ມູເລີ (David Mueller) ໄດ້ມີການຮ້ອງຟ້ອງເກີດຂຶ້ນ.


+ ນຳສະເໜີຄ້າຍເພງ NP Record ສູ່ສັງຄົມ
+ ກຽມພົບກັບຜົນງານວີດີໂອເພງຂອງສາວປູເປ້
+ ຊ໊ອກວົງການເພງ ! ເຊສເຕີ ເບນນິງຕັນ ນັກຮ້ອງນຳວົງ Linkin Park ແຂວນຄໍຕາຍ
ເຊິ່ງຄະດີຄວາມດັ່ງກ່າວເກີດຂຶ້ນຫລັງຈາກທີ່ນັກຮ້ອງສາວຄົນນີ້ໄດ້ອອກມາຟ້ອງດີເຈໜຸ່ມຂໍ້ຫາລວນລາມ, ໂດຍເອົາມິດຊ່ອງເຂົ້າໄປກ້ອງກະໂປ່ງລະຫວ່າງການຖ່າຍຮູບໃນປີ 2013 ແລະ ລາວກໍໄດ້ຮຽກຮ້ອງຄ່າເສຍຫາຍຈຳນວນພຽງແຕ່ 1 ໂດລາສະຫະລັດ ຫລື ເປັນເງິນກີບເຮົາປະມານ 8 ພັນກີບເທົ່ານັ້ນ.


ແຕ່ທາງຝ່າຍຊາຍໄດ້ອອກມາປະຕິເສດພ້ອມຟ້ອງກັບໃນຂໍ້ຫາທຸກເລື່ອງເຮັດໃຫ້ລາວ ເສຍຊື່ສຽງ ແລະ ຮຽກຮ້ອງຄ່າເສຍຫາຍເປັນຈຳນວນເງິນ ປະມານ 3 ລ້ານໂດລາ.
ຫລັງຈາກທີ່ມີການສືບສວນເລື່ອງຄະດີດັ່ງກ່າວ ກໍເຮັດໃຫ້ ຝ່າຍນັກຮ້ອງ ນາງ Taylor Swift ເປັນຜູ້ຊະນະຄາດີ ແລະ ລາວຮຽກຮ້ອງຄ່າເສຍຫາຍພຽງຈຳນວນເງິນ 8 ພັນກີບເທົ່ານັ້ນ.