ເຈົ້າໜ້າທີ່ຮຽກຮ້ອງໃຫ້ຜູ້ມາທ່ຽວບຸນອອກພັນສາທີ່ທ່າວັດຈັນ ເພີ່ມຄວາມເອົາໃຈໃສ່ປ້ອງກັນ 3 ປະກົດການຫຍໍ້ທໍ້ໃຫຍ່ ທີ່ອາດຈະເກີດຂຶ້ນ
October 8, 2022 - 1:11 PM


ພົຈວ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນເນັ້ນວ່າ: ເຖິງວ່າກໍາລັງປ້ອງກັນຄວາມສະຫງົບແຕ່ລະເມືອງທີ່ກ່ຽວຂ້ອງ ໄດ້ຈັດວາງກໍາລັງ, ແບ່ງຄວາມຮັບຜິດຊອບ ແລະ ເຂົ້າປະຈໍາການໃນແຕ່ລະຈຸດ ແລະ ແຕ່ລະໜ້າວຽກ ເພື່ອປ້ອງກັນໃນງານບຸນອອກພັນສາປີນີ້ ແຕ່ທຸກຄົນຕ້ອງເປັນເຈົ້າການປ້ອງກັນປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນຮ່ວມກັນຢ່າງເຂັ້ມງວດ ເຊັ່ນ:
– ກ່ອນອອກເຮືອນໄປທ່ຽວ ຕ້ອງກວດກາເບິ່ງເຮືອນຊານ, ຖ້າມີການຈຸດທູບ-ທຽນບູຊາ ໃຫ້ດັບມອດກ່ອນເພື່ອປ້ອງກັນອັກຄີໄພ, ຖອດປັກສຽບ ແລະ ໃສ່ກະແຈເຮືອນໃຫ້ຄັກແນ່, ດີແທ້ແມ່ນໃຫ້ມີການຜັດປ່ຽນກັນຢູ່ເຮືອນ ເພື່ອປ້ອງກັນບໍ່ໃຫ້ກຸ່ມຄົນບໍ່ດີສວຍໂອກາດເຄື່ອນໄຫວລັກຊັບ, ຂີ້ລັກ ແລະ ງັດແງະຕ່າງໆ.
– ບໍ່ຄວນໃສ່ເຄື່ອງປະດັບທີ່ມີຄາສູງ ເຊັ່ນ: ເພັດ, ພອຍ, ຄໍາ, ເງິນ, ແລະ ວັດຖຸມີຄ່າອື່ນໆ ຈໍານວນຫຼາຍເຂົ້າມາໃນງານ, ບໍ່ຄວນພາຍກະເປົາເອົາມາໄວ້ທາງຫລັງ ແລະ ຄວນເອົາໄວ້ທາງໜ້າຕະຫລອດເວລາ ເພື່ອຫຼີກລ່ຽງພວກກຸ່ມຄົນບໍ່ດີສວຍໂອກາດລັກຊັບ, ລ່ວງກະເປົ໋າ ແລະ ແຫກກະເປົາ ໂດຍສະເພາະໃນເວລາມີຄົນແອອັດ ເນື່ອງຈາກເຄີຍມີບົດ ຮຽນໃນແຕ່ລະປີຜ່ານມາແລ້ວ.
– ການສັນຈອນໄປ-ມາ ກໍຄື ການໃຊ້ລົດໃຊ້ຖະໜົນ ຕ້ອງມີສະຕິເຄົາລົບ ແລະ ປະຕິບັດຕາມກົດລະບຽບຈະ ລາຈອນຢ່າງເຂັ້ມງວດ ໂດຍສະເພາະບໍ່ຂັບຂີ່ໃນຂະນະທີ່ດື່ມສິ່ງມຶນເມົາ ເພາະເຈົ້າໜ້າທີ່ຈະກວດກາຢ່າງເຂັ້ມງວດ ເພື່ອຮັກສາຄວາມປອດໄພຂອງຜູ້ຂັບຂີ່ ກໍຄື ຜູ້ໃຊ້ລົດໃຊ້ຖະໜົນທຸກຄົນ.
ນອກຈາກນີ້, ຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ ຍັງຮຽກຮ້ອງໃຫ້ທຸກຄົນ ຖ້າຫາກພົບເຫັນເຫດການ ຫຼື ມີຂໍ້ມູນຫຼັກຖານກ່ຽວກັບກຸ່ມຄົນບໍ່ດີເຄື່ອນໄຫວລະເມີດຕໍ່ລະບຽບກົດໝາຍໃນທຸກຮູບການຕ່າງໆ ໃຫ້ແຈ້ງເຈົ້າໜ້າທີ່ກ່ຽວຂ້ອງໂດຍດ່ວນ ເພື່ອແກ້ໄຂໃຫ້ທັນກັບສະພາບການ.