ສີລັງກາກຽມອອກກົດໝາຍຕ້ານການສໍ້ລາດບັງຫລວງສະບັບໃໝ່ ເພື່ອກວດສອບຊັບສິນພະນັກງານລັດ
October 10, 2022 - 11:50 AM


ລັດຖະບານສີລັງກາກຳລັງວາງແຜນອອກກົດໝາຍຕໍ່ຕ້ານການທຸຈະລິດສະບັບໃໝ່ ໂດຍລັດຖະບານຈະຈັດຕັ້ງຄະນະກຳມະການອິດສະຫລະຂຶ້ນມາເບິ່ງແຍງ ແລະ ພາຍໃຕ້ກົດໝາຍສະບັບໃໝ່ນີ້ ເຈົ້າໜ້າທີ່ສາມາດຈັບກຸມຜູ້ສົງໄສໄດ້ ໂດຍບໍ່ຕ້ອງມີຄຳສັ່ງຈາກສານ ຫລື ໝາຍສານ.
ກົດໝາຍສະບັບໃໝ່ນີ້ ຈະໃຫ້ອຳນາດອະທິບໍດີຂອງຄະນະກຳມາທິການອິດສະຫລະສາມາດຍື່ນຂໍອະນຸຍາດຈາກຜູ້ພິພາກສາເພື່ອປົດລັອກ ຫລື ຍົກເລີກການເຂົ້າລະຫັດອຸປະກອນທີ່ສົງໄສວ່າຈະໃຊ້ໃນການທຸຈະລິດເພື່ອຫາຂໍ້ມູນທີ່ຢູ່ໃນນັ້ນໄດ້.
ນອກຈາກນີ້, ຮ່າງກົດໝາຍສະບັບດັ່ງກ່າວ ຍັງເປັນການບັງຄັບພະນັກງານລັດໃຫ້ເປີດເຜີຍຈຳນວນຊັບສິນ ແລະ ໜີ້ສິນຂອງຕົນເປັນໄລຍະໆ ເຊິ່ງລວມທັງໜີ້ສິນພາຍໃນປະເທດ ແລະ ນອກປະເທດ.