ຜູ້ປະກອບອາຊີບຢູ່ຕົວເມືອງຈີນ ໃນ 10 ປີຜ່ານມາເພີ່ມຂຶ້ນ 94,86 ລ້ານຄົນ
October 21, 2022 - 11:21 AM
ຂ່າວສານຊີອາໄອລາຍງານ ເມື່ອວັນທີ 10 ຕຸລາທີ່ຜ່ານມານີ້, ອົງການສະຖິຕິແຫ່ງຊາດຈີນ ໄດ້ເຜີຍແຜ່ບົດລາຍງານຕ່າງໆກ່ຽວກັບຜົນສຳເລັດແຫ່ງການພັດທະນາເສດຖະກິດ-ສັງຄົມ ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກຄອມມູນິດຈີນ ເປັນຕົ້ນມາ ໂດຍໄດ້ສະແດງໃຫ້ເຫັນວ່າ: ໃນປີ 2021 ທີ່ຜ່ານມາ ຈຳນວນຜູ້ປະກອບອາຊີບຢູ່ຕົວເມືອງຂອງຈີນ ມີເຖິງ 467,73 ລ້ານຄົນ ເພີ່ມຂຶ້ນຫຼາຍກວ່າປີ 2012 ເຖິງ 94,86 ລ້ານຄົນ.
ບົດລາຍງານດັ່ງກ່າວຍັງສະແດງໃຫ້ເຫັນວ່າ: ການປະກອບອາຊີບຂອງກຸ່ມຄົນສຳຄັນມີການຄ້ຳປະກັນຢ່າງແຂງແຮງ. ໃນລະຫວ່າງປີ 2012 ຫາ 2021, ຈຳນວນຊາວກະສິກອນທີ່ເຮັດວຽກຢູ່ຕົວເມືອງໄດ້ເພີ່ມຂຶ້ນຈາກ 262,61 ລ້ານຄົນ ເປັນ 292,51 ລ້ານຄົນ, ການປະກອບອາຊີບຂອງກຸ່ມຄົນນີ້ໄດ້ຂະຫຍາຍຕົວຢ່າງໝັ້ນທ່ຽງ ໂດຍແນໃສ່ກຸ່ມຄົນທີ່ມີຄວາມຫຍຸ້ງຍາກ ໄດ້ເພີ່ມທະວີການຊ່ວຍເຫຼືອໃນການປະກອບອາຊີບຢ່າງບໍ່ຢຸດຢັ້ງ. ນັບແຕ່ປີ 2021 ເປັນຕົ້ນມາ, ແຕ່ລະປີມີຜູ້ວ່າງງານຫຼາຍກວ່າ 5,5 ລ້ານຄົນ ໄດ້ຊອກຫາວຽກເຮັດງານທຳໃໝ່, ຜູ້ມີຄວາມຫຍຸ້ງຍາກຫຼາຍກວ່າ 1,7 ລ້ານຄົນ ໄດ້ປະກອບອາຊີບ ແລະ ມີປະມານ 50.000 ຄອບຄົວ ທີ່ບໍ່ມີຄົນມີວຽກເຮັດງານທຳນັ້ນໄດ້ບັນລຸໃຫ້ທຸກຄອບຄົວຢ່າງໜ້ອຍມີ 1 ຄົນໄດ້ປະກອບອາຊີບ.
ນອກຈາກນີ້, ການປະກັນໄພແຮງງານໄດ້ຮັບການເພີ່ມທະວີເປັນກ້າວໆ. ໃນທ້າຍປີ 2021, ໃນທົ່ວປະເທດມີ 480,74 ລ້ານຄົນ ເຂົ້າຮ່ວມການປະກັນໄພບຳນານພື້ນຖານຂອງພະລາກອນຢູ່ຕົວເມືອງ, ມີ 354,31 ລ້ານຄົນ, ເຂົ້າຮ່ວມການປະກັນໄພປິ່ນປົວພະຍາດພື້ນຖານຂອງພະລາກອນຢູ່ຕົວເມືອງ, ມີ 229,58 ລ້ານຄົນ ເຂົ້າຮ່ວມການປະກັນໄພວ່າງງານ, ມີ 282,87 ລ້ານຄົນເຂົ້າຮ່ວມການປະກັນໄພອຸບັດເຫດແຮງງານ ແລະ ມີ 237,52 ລ້ານຄົນ ເຂົ້າຮ່ວມການປະກັນໄພຈະເລີນພັນ.