ໂຣນັລໂດ ຄອງເບີໜຶ່ງນັກກິລາມູນຄ່າການຕະຫລາດສູງສຸດໃນໂລກ-ເມສຊີ ອັນດັບ 5

- ronaldo 7qhl3ufrk8h1kc9awwodetrt - ໂຣນັລໂດ ຄອງເບີໜຶ່ງນັກກິລາມູນຄ່າການຕະຫລາດສູງສຸດໃນໂລກ-ເມສຊີ ອັນດັບ 5
- kitchen vibe - ໂຣນັລໂດ ຄອງເບີໜຶ່ງນັກກິລາມູນຄ່າການຕະຫລາດສູງສຸດໃນໂລກ-ເມສຊີ ອັນດັບ 5

- ronaldo 7qhl3ufrk8h1kc9awwodetrt - ໂຣນັລໂດ ຄອງເບີໜຶ່ງນັກກິລາມູນຄ່າການຕະຫລາດສູງສຸດໃນໂລກ-ເມສຊີ ອັນດັບ 5

ຄຣິສຕຽນໂນ ໂຣນັລໂດ ກອງໜ້າຂອງ ແມນເຊສເຕີ ຢູໄນເຕັດ ໄດ້ຮັບການຈັດອັນດັບໃຫ້ຄອງຕຳແໜ່ງ ນັກກິລາທີ່ມີມູນຄ່າການ ຕະຫລາດສູງທີ່ສຸດໃນໂລກປະຈຳປີ 2022 ເໜືອກວ່ານັກກິລາທຸກປະເພດ ລວມທັງ ລີໂອເນລ ເມສຊີ ນັກເຕະກອງໜ້າອາເຈນ ຕີນາ.

- Visit Laos Visit SALANA BOUTIQUE HOTEL - ໂຣນັລໂດ ຄອງເບີໜຶ່ງນັກກິລາມູນຄ່າການຕະຫລາດສູງສຸດໃນໂລກ-ເມສຊີ ອັນດັບ 5

SportPro ປະກາດອັນດັບ 50 ນັກກິລາທີ່ມີມູນຄ່າການຕະຫລາດສູງທີ່ສຸດໃນໂລກອອກມາເມື່ອວັນຈັນ ທີ 17 ຕຸລາ ໂດຍຍົກໃຫ້ ໂຣນັລໂດ ດາວເຕະທີມຊາດໂປຣຕຸເກສ ຄອງອັນດັບຫນຶ່ງ ເຖິງວ່າຜົນງານຂອງລາວກັບແມນຢູ ສະໂມສອນຕົ້ນສັງກັດໃນພຣີເມຍ ລີກ ຈະບໍ່ສວຍງາມກໍຕາມ.

ຕໍ່ການຈັດອັນດັບດັ່ງກ່າວ ມີການເປີດເຜີຍວ່າ ເນັ້ນໄປທີ່ມູນຄ່າທາງການຕະຫລາດຂອງນັກເຕະເປັນຕົ້ນຕໍ່ ເພື່ອສະທ້ອນໃຫ້ຜູ້ສະ ໜັບສະໜູນໄດ້ເລັງເຫັນວ່າ ສົມຄວນວ່າຈ້າງນັກກິລາຄົນໃດໂປຣໂມດສິນຄ້າຂອງພວກເຂົາ.

ດ້ວຍເຫດນີ້ ໂຣນັລໂດ ດາວຍິງອາຍຸ 37 ປີ ຈຶ່ງຄອງອັນດັບຫນຶ່ງ ຫ່າງກັບອັນດັບ 2 ແບບບໍ່ເຫັນຝຸ່ນ ເນື່ອງຈາກມູນຄ່າການຕະ ຫລາດຖືເປັນຈຸດແຂງຂອງລາວ ໂດຍສະເພາະພຽງຍອດຕິດຕາມໃນອິນສະຕຣາແກມ ຂອງລາວສູງທີ່ສຸດໃນບັນດານັກ ເຕະນຳກັນອີກ.

ຂະນະດຽວກັນ SportPro ຍັງໄດ້ໃຫ້ຄະແນນມູນຄ່າທາງການຕະຫລາດກັບນັກກິລາເອົາໄວ້ອີກ ໂດຍ ໂຣນັລໂດ ເຊິ່ງມີສັນຍາກັບ ໄນກີ້, ເຮີບາໄລ, ເຄລຍ ແລະ ໄລສະກໍ ໄດ້ຄະແນນ 91,21 ຈາກເຕັມ 100.

ສະຫລຸບ 10 ອັນດັບ ນັກກິລາທີ່ມູນຄ່າທາງການສູງທີ່ສຸດໃນໂລກປະຈຳປີ 2022 ມີດັ່ງນີ້ :

  1. ຄຣິສຕຽນໂນ ໂຣນັລໂດ.
  2. ເຊເຣນາ ວິລລຽມ.
  3. ລູອິສ ແຮມິລຕັນ.
  4. ເລບຣອນ ເຈມ.
  5. ລີໂອເນລ ເມສຊີ.
  6. ນາໂອມິ ໂອຊາກະ.
  7. ວິຣັດ ໂຄລີ.
  8. ອາເລັກ ມໍແກນ.
  9. ແຊມ ເຄີ.

10.​​ ທອມ ເບຣດີ.

- 4 - ໂຣນັລໂດ ຄອງເບີໜຶ່ງນັກກິລາມູນຄ່າການຕະຫລາດສູງສຸດໃນໂລກ-ເມສຊີ ອັນດັບ 5
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!