ບານໂລກ 2022 ຄຶກຄັກ, ຟີຟາ ເປີດເຜີຍຂາຍປີ້ໄດ້ແລ້ວເກືອບ 3 ລ້ານໃບ

-                                    - ບານໂລກ 2022 ຄຶກຄັກ, ຟີຟາ ເປີດເຜີຍຂາຍປີ້ໄດ້ແລ້ວເກືອບ 3 ລ້ານໃບ
- kitchen vibe - ບານໂລກ 2022 ຄຶກຄັກ, ຟີຟາ ເປີດເຜີຍຂາຍປີ້ໄດ້ແລ້ວເກືອບ 3 ລ້ານໃບ

-                                    - ບານໂລກ 2022 ຄຶກຄັກ, ຟີຟາ ເປີດເຜີຍຂາຍປີ້ໄດ້ແລ້ວເກືອບ 3 ລ້ານໃບ

ໂຄລິນ ສະມິດ ປະທານເຈົ້າໜ້າທີ່ຝ່າຍປະຕິບັດການບານເຕະໂລກຂອງຟີຟາ ເປີດເຜີຍວ່າ ປີ້ການແຂ່ງຂັນບານເຕະໂລກ 2022 ນັ້ນມີການຈຳໜ່າຍອອກໄປແລ້ວເກືອບ 3 ລ້ານໃບ.

- Visit Laos Visit SALANA BOUTIQUE HOTEL - ບານໂລກ 2022 ຄຶກຄັກ, ຟີຟາ ເປີດເຜີຍຂາຍປີ້ໄດ້ແລ້ວເກືອບ 3 ລ້ານໃບ

ຄວາມເຄື່ອນໄຫວຂອງການແຂ່ງຂັນບານເຕະໂລກ 2022 ທີ່ປະເທດກາຕາລະຫວ່າງວັນທີ 20 ພະຈິກ – 18 ທັນວາ ຫລ້າສຸດ ສະມິດ ໄດ້ເປີດເຜີຍວ່າຂະນະນີ້ປີ້ເຂົ້າຊົມການແຂ່ງຂັນນັ້ນມີຍອດຂາຍໄປແລ້ວຫລາຍກວ່າ 2,89 ລ້ານໃບ ໂດຍ 10 ປະເທດທີ່ມີຍອດຊື້ ສູງສຸດປະກອບດ້ວຍ ກາຕ້າ, ສະຫະລັດອາເມລິກາ, ຊາອຸດິອາຣະເບຍ, ອັງກິດ, ເມັກຊີໂກ, ສະຫະລັດອາຣັບເອມິເຣສ, ອາເຈນຕີນາ, ຝຣັ່ງ, ບຣາຊິລ ແລະ ເຢຍລະມັນ.

“ ຂະນະນີ້ປີ້ການແຂ່ງຂັນເຫລືອໜ້ອຍແລ້ວ ຫລື ເກືອບຈະບໍ່ມີເລີຍ ” ຜູ້ບໍລິຫານຟີຟາ ລະບຸເຖິງເລື່ອງປີ້ເຂົ້າຊົມບານໂລກ 2022 ໃນງານຖະແຫລງຂ່າວ.

ສ່ວນທາງດ້ານ ຈານນີ ອິນຟານຕີໂນ ປະທານຟີຟາ ລະບຸວ່າ ແພັກເກດເຂົ້າຊົມບານໂລກໃນຮອບຊະນະເລີດ ແລະ ຊີງຊະນະເລີດ ແບບພິເສດທີ່ຈະເຮັດໃຫ້ຜູ້ຊື້ໄດ້ໃຊ້ຫ້ອງຮັບແຂກ ແລະ ບາງແຫ່ງມີເຄື່ອນດື່ມແອລກໍຮໍແບບບໍ່ຈຳກັດ ທີ່ມີມູນຄ່າ 34,300 ໂດລາສະຫະລັດ/ຄົນໄດ້ຂາຍຫມົດໄປ 240,000 ໃບເປັນທີ່ີຮຽບຮ້ອຍ.

- 3 - ບານໂລກ 2022 ຄຶກຄັກ, ຟີຟາ ເປີດເຜີຍຂາຍປີ້ໄດ້ແລ້ວເກືອບ 3 ລ້ານໃບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!