ຄຳມ່ວນ-ນະຄອນພະນົມ ຮ່ວມເປີດນຳໃຊ້ຫ້ອງການປະສານງານຊາຍແດນຄວບຄຸມຢາເສບຕິດ (BLO) ຂົວມິດຕະພາບແຫ່ງທີ 3

- 5059 e1666346175651 - ຄຳມ່ວນ-ນະຄອນພະນົມ ຮ່ວມເປີດນຳໃຊ້ຫ້ອງການປະສານງານຊາຍແດນຄວບຄຸມຢາເສບຕິດ (BLO) ຂົວມິດຕະພາບແຫ່ງທີ 3
- kitchen vibe - ຄຳມ່ວນ-ນະຄອນພະນົມ ຮ່ວມເປີດນຳໃຊ້ຫ້ອງການປະສານງານຊາຍແດນຄວບຄຸມຢາເສບຕິດ (BLO) ຂົວມິດຕະພາບແຫ່ງທີ 3

ແຫລ່ງຂ່າວແຂວງຄຳມ່ວນ ລາຍງານວ່າ: ວັນທີ 21 ຕຸລາ 2022 ນີ້, ໄດ້ມີພິທີເປີດນຳໃຊ້ຫ້ອງການປະສານງານຊາຍແດນຄວບຄຸມຢາເສບຕິດ (BLO) ຂົວມິດຕະພາບແຫ່ງທີ 3 (ຄຳມ່ວນ-ນະຄອນພະນົມ), ການເຂົ້າຮ່ວມຂອງ ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ, ທ່ານ ຊະວະນິນ ວົງສະຖິດຈິລະການ ຮອງຜູ້ວ່າລາດຊະການຈັງຫວັດນະຄອນພະນົມ (ຣາຊະອານາຈັກໄທ) ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

- 8732 e1666346233468 - ຄຳມ່ວນ-ນະຄອນພະນົມ ຮ່ວມເປີດນຳໃຊ້ຫ້ອງການປະສານງານຊາຍແດນຄວບຄຸມຢາເສບຕິດ (BLO) ຂົວມິດຕະພາບແຫ່ງທີ 3

- Visit Laos Visit SALANA BOUTIQUE HOTEL - ຄຳມ່ວນ-ນະຄອນພະນົມ ຮ່ວມເປີດນຳໃຊ້ຫ້ອງການປະສານງານຊາຍແດນຄວບຄຸມຢາເສບຕິດ (BLO) ຂົວມິດຕະພາບແຫ່ງທີ 3

ທ່ານ ພັອ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງຄໍາມ່ວນ ກ່າວເປີດພິທີວ່າ: ໃນໄລຍະຜ່ານມາມີກຸ່ມຄົນບໍ່ດີຈໍານວນໜຶ່ງທີ່ມີການເຄື່ອນໄຫວຫລັກລອບຂົນສົ່ງ, ຄ້າຂາຍຢາເສບຕິດ ແລະ ສານເຄມີ ຕາມບໍລິເວນຊາຍແດນຜ່ານ ສປປ ລາວ ໄປຍັງປະເທດທີ 3 ລວມທັງບັນຫາອາດສະຍາກໍາປະເພດອື່ນໆ, ເຊິ່ງທ່ານໄດ້ເຊື່ອໝັ້ນວ່າການສ້າງຕັ້ງຫ້ອງ ການປະສານງານຊາຍແດນແຫ່ງນີ້ຈະເປັນອີກກົນໄກໜຶ່ງທີ່ຈະຊ່ວຍໃຫ້ເຈົ້າໜ້າທີ່ໄດ້ແລກປ່ຽນຂໍ້ມູນຂ່າວສານ ແລະ ຮ່ວມມືກັບຫ້ອງການປະສານງານຊາຍແດນປະເທດຄູ່ຂະໜານໃນການສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດອື່ນໆ ຕາມຊາຍແດນໃຫ້ນັບມື້ຫລຸດໜ້ອຍຖອຍລົງ.

- 3119 - ຄຳມ່ວນ-ນະຄອນພະນົມ ຮ່ວມເປີດນຳໃຊ້ຫ້ອງການປະສານງານຊາຍແດນຄວບຄຸມຢາເສບຕິດ (BLO) ຂົວມິດຕະພາບແຫ່ງທີ 3

ພ້ອມນີ້ກໍສະແດງຄວາມຂອບໃຈມາຍັງ ອົງການ ສປຊ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາປະຈຳພາກພື້ນອາຊີ-ປາຊີຟິກ, ຄະນະຮັບຜິດຊອບຊີ້ນຳໂຄງການທີ່ໄດ້ເອົາໃຈໃສ່ໃຫ້ການຊ່ວຍເຫລືອສະໜັບສະໜູນດ້ານງົບປະມານ ແລະ ນຳເອົາເຄື່ອງ ອຸປະກອນໄອທີ, ເຄື່ອງຮັບໃຊ້ຫ້ອງການ, ອຸປະກອນເຕັກນິກຮັບໃຊ້ວຽກງານວິຊາສະເພາະຈຳນວນໜຶ່ງ ເພື່ອຮັບໃຊ້ເຂົ້າໃນວຽກງານປະສານງານກັບຄູ່ຂະໜານໃນການສະກັດກັ້ນຕ້ານອາຊະຍາກຳຂ້າມຊາດ ທີ່ເປັນໄພຂົມຂູ່ຕໍ່ຄວາມໜັ້ນຄົງຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປະຊາຊົນທີ່ອາໄສລຽບຊາຍແດນ.

 

- 5 - ຄຳມ່ວນ-ນະຄອນພະນົມ ຮ່ວມເປີດນຳໃຊ້ຫ້ອງການປະສານງານຊາຍແດນຄວບຄຸມຢາເສບຕິດ (BLO) ຂົວມິດຕະພາບແຫ່ງທີ 3
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!