ລົງນາມເຫັນດີຕໍ່ຜົນສໍາເລັດການກວດກາທິດເນັ່ງເສັ້ນເຂດແດນເຊື່ອມຕໍ່ 4 ແຂວງພາກໃຕ້

- 6620 e1666428000634 - ລົງນາມເຫັນດີຕໍ່ຜົນສໍາເລັດການກວດກາທິດເນັ່ງເສັ້ນເຂດແດນເຊື່ອມຕໍ່ 4 ແຂວງພາກໃຕ້
- kitchen vibe - ລົງນາມເຫັນດີຕໍ່ຜົນສໍາເລັດການກວດກາທິດເນັ່ງເສັ້ນເຂດແດນເຊື່ອມຕໍ່ 4 ແຂວງພາກໃຕ້

ວັນທີ 21 ຕຸລາ 2022 ນີ້ ທີ່ກະຊວງພາຍໃນ, ໄດ້ຈັດພິທີເຊັນບົດບັນທຶກເຂດແດນເຊື່ອມຕໍ່ 4 ແຂວງພາກໃຕ້ ລະຫວ່າງທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ແລະ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ.

ທ່ານ ບຸນຈັນ ນິຍະວົງ ຫົວໜ້າກົມການປົກຄອງທ້ອງຖິ່ນ ກະຊວງພາຍໃນ ໄດ້ລາຍງານສະພາບການແກ້ໄຂບັນຫາເຂດແດນເຊື່ອມຕໍ່ລະຫວ່າງແຂວງສາລະວັນ ກັບ ແຂວງຈໍາປາສັກ ແຂວງເຊກອງ ກັບ ແຂວງຈໍາປາສັກ ແລະ ແຂວງເຊກອງ ກັບ ແຂວງອັດຕະປື ບາງຕອນວ່າ ສຳລັບເຂດແດນເຊື່ອມຕໍ່ແຂວງສາລະວັນ ເຊກອງ ຈໍາປາສັກ ແລະ ແຂວງອັດຕະປື ທີ່ມີເຂດແດນເຊື່ອມຕໍ່ຮ່ວມກັນນັ້ນໄດ້ເອົາໃຈໃສ່ໃນການແກ້ໄຂບັນຫາເຂດແດນເຊື່ອມຕໍ່ທີ່ຍັງຄົງຄ້າງສໍາເລັດຜົນເປັນຢ່າງດີ, ສະແດງອອກຄືແຂວງສາລະວັນ ກັບ ແຂວງຈໍາປາສັກ ແລະ ແຂວງເຊກອງ ກັບ ແຂວງຈໍາປາສັກ ໄດ້ຄົ້ນຄວ້າ ປຶກສາຫາລື ແລະ ເປັນເອກະພາບຮ່ວມກັນ ໃນປີ 2019 ແຂວງເຊກອງ ກັບ ແຂວງອັດຕະປື ໄດ້ຄົ້ນຄວ້າປຶກສາຫາລື ແລະ ເປັນເອກະພາບຮ່ວມກັນໃນ 2022 ບົນພື້ນຖານການຕົກລົງເຫັນດີເປັນເອກະພາບດັ່ງກ່າວ. ເຖິງແມ່ນວ່າຈະມີຜົນສຳເລັດໃນເບື້ອງຕົ້ນແລ້ວກໍຕາມ ແຕ່ກໍຍັງມີບາງໜ້າວຽກທີ່ຕ້ອງໄດ້ສືບຕໍ່ເຮັດໃຫ້ສຳເລັດສົມບູນ ເປັນຕົ້ນແມ່ນການຖ່າຍທອດເສັ້ນເຂດແດນເຊື່ອມຕໍ່ລົງໃສ່ແຜນທີ່ພູມສັນຖານມາດຕາສ່ວນ 1:100.000 ພ້ອມທັງກວດກາຄືນເນື້ອໃນບົດພັນລະນາ ແລະ ຊີ້ແຈງບາງຈຸດທີ່ມີຄວາມຈຳເປັນຕ້ອງໄດ້ເພີ່ມຄ່າພິກັດເຂົ້າໃສ່ໃຫ້ລະອຽດ ແລະ ຈະແຈ້ງຂຶ້ນ ຜ່ານການປຶກສາຫາລື ໄດ້ເປັນເອກະພາບກັນ ໂດຍໄດ້ເພີ່ມຄ່າພິກັດເຂົ້າໃນເນື້ອໃນບົດພັນລະນາເຂດແດນເຊື່ອມຕໍ່ຢູ່ບາງຈຸດ ເພື່ອໃຫ້ມີຄວາມລະອຽດ ແລະ ຈະແຈ້ງຂຶ້ນຕື່ມ ໄດ້ມີການປັບປຸງບາງຈຸດເພື່ອໃຫ້ສອດຄ່ອງກັບການຄຸ້ມຄອງຕົວຈິງ ແລະ ການດໍາລົງຊີວິດຂອງປະຊາຊົນຢູ່ບໍລິເວນເຂດແດນເຊື່ອມຕໍ່ ແຕ່ພື້ນຖານແມ່ນຍັງຮັກສາເນື້ອໃນຈິດໃຈທີ່ບັນດາແຂວງໄດ້ເປັນເອກະພາບຮ່ວມກັນ ໄດ້ສໍາເລັດການກວດກາທິດເນັ່ງເສັ້ນເຂດແດນເຊື່ອມຕໍ່ໃນແຜນທີ່ພູມສັນຖານມາດຕາສ່ວນ 1:100.000 (ໃນຮູບແບບແຜນທີ່ Digital).

ຜ່ານຂະບວນການຄົ້ນຄວ້າ ປຶກສາຫາລື ແລະ ເປັນເອກະພາບດ້ານວິຊາການຮ່ວມກັນ, ປັດຈຸບັນຖືວ່າເສັ້ນເຂດແດນເຊື່ອມຕໍ່ 3 ເສັ້ນຄື ແຂວງສາລະວັນ ກັບ ແຂວງຈໍາປາສັກ ແຂວງເຊກອງ ກັບ ແຂວງຈໍາປາສັກ ແລະ ແຂວງເຊກອງ ກັບ ອັດຕະປື ແມ່ນມີຄວາມເປັນເອກະພາບສູງ ແລະ ສໍາເລັດສົມບູນ ສະນັ້ນ ຈຶ່ງໄດ້ລົງນາມໃນສອງເອກະສານສໍາຄັນຄື ບົດບັນທຶກການກໍານົດເຂດແດນເຊື່ອມຕໍ່ແຜນທີ່ເສັ້ນເຂດແດນເຊື່ອມຕໍ່ (ແຜນທີ່ພູມສັນຖານມາດຕາສ່ວນ 1:100.000).

 

- 4 - ລົງນາມເຫັນດີຕໍ່ຜົນສໍາເລັດການກວດກາທິດເນັ່ງເສັ້ນເຂດແດນເຊື່ອມຕໍ່ 4 ແຂວງພາກໃຕ້
- 5 - ລົງນາມເຫັນດີຕໍ່ຜົນສໍາເລັດການກວດກາທິດເນັ່ງເສັ້ນເຂດແດນເຊື່ອມຕໍ່ 4 ແຂວງພາກໃຕ້
- 3 - ລົງນາມເຫັນດີຕໍ່ຜົນສໍາເລັດການກວດກາທິດເນັ່ງເສັ້ນເຂດແດນເຊື່ອມຕໍ່ 4 ແຂວງພາກໃຕ້