ອາເຊນອລ ອະນຸມັດງົບເສີມທີມໃຫ້ ອາເຕຕ້າ 50 ລ້ານປອນ ໃນຕະຫລາດຊື້ຂາຍປີໃຫມ່ນີ້

-                                                   - ອາເຊນອລ ອະນຸມັດງົບເສີມທີມໃຫ້ ອາເຕຕ້າ 50 ລ້ານປອນ ໃນຕະຫລາດຊື້ຂາຍປີໃຫມ່ນີ້
- kitchen vibe - ອາເຊນອລ ອະນຸມັດງົບເສີມທີມໃຫ້ ອາເຕຕ້າ 50 ລ້ານປອນ ໃນຕະຫລາດຊື້ຂາຍປີໃຫມ່ນີ້

-                                                   - ອາເຊນອລ ອະນຸມັດງົບເສີມທີມໃຫ້ ອາເຕຕ້າ 50 ລ້ານປອນ ໃນຕະຫລາດຊື້ຂາຍປີໃຫມ່ນີ້

ສື່ອັງກິດລາຍງານຄະນະບໍລິຫານ ອາເຊນອລ ອະນຸມັດເງິນຈຳນວນ 50 ລ້ານປອນ ໃຫ້ກັບ ມິເກລ ອາເຕຕ້າ ໃນການເສີມທີມເພີ່ມໃນຕະຫລາດນັກເຕະເດືອນມັງກອນນີ້.

- Visit Laos Visit SALANA BOUTIQUE HOTEL - ອາເຊນອລ ອະນຸມັດງົບເສີມທີມໃຫ້ ອາເຕຕ້າ 50 ລ້ານປອນ ໃນຕະຫລາດຊື້ຂາຍປີໃຫມ່ນີ້

ໂດຍ ອາເຊນອລ ສ້າງຜົນງານໄດ້ໜ້າປະທັບໃຈໃນລະດູການນີ້ ໂດຍສະເພາະໃນພຣີເມຍລີກ ທີ່ພວກເຂົາເກັບໄປແລ້ວ 28 ຄະແນນ ຈາກ 11 ນັດ ຄອງຕຳແໜ່ງຜູ້ນຳ.

ຈົນຫລ້າສຸດ The Sun ສື່ຊື່ດັງຂອງອັງກິດລະບຸວ່າ : ຄະນະບໍລິຫານອາເຊນອລ ກຽມເພີ່ມງົບໃຫ້ກັບ ອາເຕຕາ ອີກ 50 ລ້ານອນ ໃນການເສີມທີມຊື້ນັກເຕະໃນຕະຫລາດໜ້າໜາວຈະມາເຖິງນີ້ຈະໃຊ້ເງິນໄປແລ້ວກວ່າ 130 ລ້ານປອນ ສຳລັບການເຊັນ ສັນຍານັກເຕະຢ່າງ ກາບຣຽລ ເຊຊຸສ, ໂອເລັກຊານເດີ ຊິນເຊນໂກ ແລະ ຟາບີໂອ ວິເອຣາ ເປັນຕົ້ນ.

ຄາດວ່າ ອາເຕຕາ ຕ້ອງການນັກເຕະໃຫມ່ເພີ່ມອີກ 2 ຄົນ ປະກອບດ້ວຍ ດານິໂລ ໂອລິເວຣາ ກອງກາງ ພັລ ໄມຣັສ ເຊິ່ງຄາດວ່າຈະມີຄ່າຕົວ 22 ລ້ານປອນ.

ສ່ວນອີກຫນຶ່ງລາຍກອງໜ້າຝັ່ງຊ້າຍ ເຊິ່ງພວກເຂົາເລັງເປົ້າໄປທີ່ ມິຄາຍໂລ ມູດຣິກ ຈາກ ຊັກຕາ ໂດເນັດ ເຊິ່ງຫາກມີຄ່າຕົວແພງໄປ ກໍຈະຫັນໄປຫາ ເຢເຣມີ ປີໂນ ຈາກ ບີຢາຣຽວ.

- 3 - ອາເຊນອລ ອະນຸມັດງົບເສີມທີມໃຫ້ ອາເຕຕ້າ 50 ລ້ານປອນ ໃນຕະຫລາດຊື້ຂາຍປີໃຫມ່ນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!