ອະນາໄມໂລກໃຫ້ໝາກສຸກລີງ ເປັນເຫດສຸກເສີນສາທາລະນະສຸກໂລກຕໍ່ໄປ


ອົງການອະນາໄມໂລກ (WHO) ເຜີຍວ່າ: ຄະນະກຳມະການເຫດສຸກເສີນຂອງ WHO ລົງຄວາມເຫັນວ່າ: ຄວນໃຫ້ພະຍາດໝາກສຸກລີງເປັນເຫດສຸກເສີນດ້ານສາທາລະນະສຸກໂລກຕໍ່ໄປ.
WHO ຖະແຫລງວ່າ: ຫລັງຈາກມີກອງປະຊຸມໃນວັນທີ 20 ຕຸລາ ເລື່ອງເຊື້ອໄວຣັສໝາກສຸກລີງທີ່ເລີ່ມແພ່ຢ່າງວ່ອງໄວທົ່ວໂລກນັບແຕ່ເດືອນພຶດສະພາ ຄະນະຜູ້ຊ່ຽວຊານມີຄວມເຫັນເປັນເອກະພາບວ່າ: ການແພ່ພະຍາດນີ້ຍັງເຂົ້າເກນການເປັນເຫດສຸກເສີນທາງສາທາລະນະສຸກທີ່ໜ້າກັງວົນລະດັບນາໆຊາດ (PHEIC) ຕາມທີ່ WHO ປະກາດຄັ້ງທຳອິດໃນວັນທີ 23 ກໍລະກົດ ເພາະເຖິງວ່າມີຄວາມຄືບໜ້າໃນການຄວບຄຸມພະຍາດ, ແຕ່ຍັງໄວເກີນໄປທີ່ຈະປະກາດວ່າ: ສະຖານະການບໍ່ສຸກເສີນແລ້ວ ແລະ ທ່ານ ດຣ. ທີໂດຣ ອັດຮານອມ ກີບຣີເຢຊຸສ ຜູ້ອຳນວຍການ WHO ໄດ້ຍອມຮັບ ແລະ ເຫັນພ້ອມຕໍ່ຄຳແນະນຳນີ້.
ຂໍ້ມູນຂອງ WHO ລະບຸວ່າ: ນັບແຕ່ໝາກສຸກລີງ ເຊິ່ງເປັນພະຍາດປະຈຳຖິ່ນໃນອາຟຣິກາຕາເວັນຕົກແພ່ອອກນອກພາກພື້ນນັບແຕ່ 6 ເດືອນກ່ອນ ພະຍາດນີ້ໄດ້ຂ້າຊີວິດຄົນໄປແລ້ວ 36 ຄົນ ຈາກຜູ້ຕິດເຊື້ອຫລາຍກວ່າ 77.000 ຄົນໃນ 109 ປະເທດ ສ່ວນຫລາຍເປັນຜູ້ຊາຍທີ່ມີເພດສຳພັນກັບຊາຍ ຍອດຜູ້ຕິດເຊື້ອສູງໃນເດືອນກໍລະກົດ ຈາກນັ້ນເລີ່ມຫລຸດລົງຢ່າງຕໍ່ເນື່ອງ ໂດຍພົບຜູ້ຕິດເຊື້ອໃນໄລຍະ 7 ວັນຈົນຮອດວັນທີ 1 ພະຈິກຫລຸດລົງ 41% ຈາກໄລຍະ 7 ວັນກ່ອນໜ້ານັ້ນ. ເຖິງຢ່າງໃດກໍດີ, ຄະນະກຳມະການເຫດສຸກເສີນເຕືອນວ່າ: ຍັງມີເລື່ອງໜ້າກັງວົນຫລາຍປະການເຊັ່ນ: ມີການແພ່ເຊື້ອໃນບາງພື້ນທີ່, ມີຄວາມບໍ່ເທົ່າທຽມເລື່ອງຄວາມພ້ອມ ແລະ ການຮັບມືທັງໃນປະເທດ ແລະ ສາກົນ, ມີໂອກາດຈະເກີດຜົນກະທົບດ້ານສຸຂະພາບຫລາຍຂຶ້ນຖ້າເຊື້ອໄວຣັສເລີ່ມແພ່ໃນກຸ່ມບອບບາງ.