ຈີນລ້ຽງໝູໃນອາຄານ 26 ຊັ້ນ ໃຫ້ຜົນຜະລິດ 600.000 ໂຕຕໍ່ປີ ຊີ້ເປັນຟາມໝູແຫ່ງອະນາຄົດ


ສຳນັກຂ່າວຊິນຮົວ ສື່ທາງການຈີນ ເຜີຍແພ່ພາບອາຄານ 26 ຊັ້ນ ໃນມົນທົນຫູເປີຍ ທາງຕອນກາງຂອງຈີນ ເຊິ່ງຖືກລະບຸວ່າເປັນຟາມໝູແຫ່ງອະນາຄົດ ເນື່ອງຈາກມີການປະຍຸກໃຊ້ເຕັກໂນໂລຊີຕິດຕັ້ງໃນອາຄານດັ່ງກ່າວເພື່ອຄວບຄຸມການດຳເນີນງານຈາກສ່ວນກາງ ຈົນສາມາດສ້າງຜົນຜະລິດໝູໄດ້ 600.000 ໂຕຕໍ່ປີ.
ຈິນຫລິນ ຜູ້ຈັດການທົ່ວໄປຂອງບໍລິສັດ Zhongxinkaiwei Modern Farming ກ່າວວ່າ: ລະບົບຄວບຄຸມສ່ວນກາງຢູ່ຊັ້ນ 1 ສາມາດຄວບຄຸມ ແລະ ເຝົ້າຕິດຕາມລະບົບນ້ຳປະປາ, ໄຟຟ້າ, ແກັສມີເທນ ແລະ ການລະບາຍອາກາດຂອງຊັ້ນ 3 ຈົນຮອດຊັ້ນ 26 ໄດ້ທັງໝົດ.
ແຕ່ລະຊັ້ນມີຫ້ອງອອກລູກ, ລູກໝູເກີດໃໝ່ຈະນອນຢູ່ໃນພື້ນທີ່ທີ່ສ້າງອາກາດອົບອຸ່ນດ້ວຍຫລອດໄຟ. ຂະນະທີ່ອາຄານທັງໝົດມີລິບ 6 ອັນ ພ້ອມພິກັດນ້ຳໜັກບັນທຸກ 10 ໂຕນ ໂດຍລິບແຕ່ລະອັນມີພື້ນທີ່ 19 ຕາແມັດ ສາມາດຂົນສົ່ງໝູທີ່ມີນ້ຳໜັກ 120-125 ກິໂລ ຈຳນວນ 60-65 ໂຕ.
ປັດຈຸບັນ ບໍລິສັດດັ່ງກ່າວລ້ຽງໝູໃນອາຄານຫລັງນີ້ 3.700 ໂຕ ແລະ ຈະເພີ່ມຈຳນວນເປັນ 20.000 ໂຕ ໃນທ້າຍປີນີ້.