ເກີດແຜ່ນດິນໄຫວໃນບໍລິເວນແຂວງໄຊຍະບູລີ ຄວາມແຮງ 2.1 ຣິກເຕີ
November 9, 2022 - 11:25 AM


ສູນຂ່າວສານແຜ່ນດິນໄຫວແຫ່ງຊາດ ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານວ່າ: ວັນທີ 9 ພະຈິກ 2022 ເວລາ 03:18 ໂມງ ໄດ້ພົບສັນຍານແຜ່ນດິນໄຫວ 1 ຄັ້ງ ໃນບໍລິເວນ ແຂວງໄຊຍະບູລີ ມີຈຸດສູນກາງຢູ່ເສັ້ນຂະໜານທີ 19.493 ອົງສາ ເໜືອ ແລະ ເສັ້ນແວງທີ 101.324 ອົງສາຕາເວັນອອກ ຄວາມແຮງສັ່ນ ສະເທືອນວັດແທກໄດ້ 2.1 ຣີກເຕີ ເຊິ່ງມີຄວາມເລິກຈາກເທິງໜ້າດິນ ປະມານ 4 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ບໍລິເວນບ້ານ ເສົາດຽວ ເມືອງໄຊສະຖານ ແຂວງໄຊຍະບູລີ ເຊີ່ງຈຸດເກິດແຜ່ນດິນໄຫວ ແມ່ນຫ່າງຈາກເທສະບານ ເມືອງໄຊສະຖານ ປະມານ 16 ກິໂລແມັດ.
ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.