ລັດອະນຸມັດເອກະຊົນລາວ ສໍາປະທານ ພູເບ້ຍ 50 ປີ ສ້າເປັນແຫຼ່ງທ່ອງທ່ຽວຄົບວົງຈອນ

- 109506072 3330370283854049 2879058452158915800 n 800x445 1 - ລັດອະນຸມັດເອກະຊົນລາວ  ສໍາປະທານ ພູເບ້ຍ  50 ປີ  ສ້າເປັນແຫຼ່ງທ່ອງທ່ຽວຄົບວົງຈອນ
- kitchen vibe - ລັດອະນຸມັດເອກະຊົນລາວ  ສໍາປະທານ ພູເບ້ຍ  50 ປີ  ສ້າເປັນແຫຼ່ງທ່ອງທ່ຽວຄົບວົງຈອນ

ເມື່ອບໍ່ດົນມານີ້, ບໍລິສັດ ກຸ່ມຄໍາໄພຊະນະ ຈໍາກັດຜູ້ດຽວຈະລົງທຶນຫຼາຍກວ່າ ທຸ່ມທຶນກວ່າ 47 ລ້ານ ໂດລາ ກຽມສ້າງພູເບ້ຍ ເປັນແຫຼ່ງທ່ອງທ່ຽວຄົບວົງຈອນ ໄລຍະສໍາປະທານ 50 ປີ.

ໃນໂຄງການສະຫວັນທະເລໝອກພູເບ້ຍຢູ່ເມືອງອານຸວົງ ແຂວງໄຊສົມບູນ ຊຶ່ງໂຄງການດັ່ງກ່າວມີເນື້ອທີ່ສໍາປະທານປະມານ 28,6 ເຮັກຕາ ໂດຍມີ ໄລຍະສໍາປະທານ 50 ປີ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ເນື້ອທີ່ສໍາປະທານດັ່ງກ່າວໄດ້ແບ່ງເປັນແຕ່ລະເຂດພັດທະນາຄື: ເຂດພັດທະນາ ເທິງຈອມພູເບ້ຍ 1 ເຮັກຕາ, ເຂດປ້ອມກາງສາລາຊົມວິວ 1 ເຮັກຕາ, ຈຸດຊົມວິວທ່ອງທ່ຽວປ່າຂົນ 0,5 ເຮັກຕາ, ຈຸດຊົມວິວປ້ອມປາກກ້ວຍ 2,3 ເຮັກຕາ, ຈຸດຕັ້ງເຂດກໍ່ສ້າງສໍານັກງານຫ້ອງການ, ລີສອດ, ຈຸດຕ້ອນຮັບ, ສະຖານທີ່ຈອດລົດ 14 ເຮັກຕາ ແລະ ຈຸດເຂດລຽບຕາມຜາຍອດນໍ້າຂຽວ ແລະ ສາມແຍກນໍ້າຈັ້ງ, ນໍ້າເບ້ຍ ຈໍານວນ 9,8 ເຮັກຕາ.

- 3 - ລັດອະນຸມັດເອກະຊົນລາວ  ສໍາປະທານ ພູເບ້ຍ  50 ປີ  ສ້າເປັນແຫຼ່ງທ່ອງທ່ຽວຄົບວົງຈອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!