ເສດຖະກິດມາເລເຊຍໄຕມາດທີສາມ ຂະຫຍາຍຕົວສູງສຸດໃນຮອບກວ່າ 1 ປີ


ລັດຖະບານມາເລເຊຍເປີດເຜີຍຕົວເລກທາງເສດຖະກິດຂອງປະເທດ ປະຈຳໄຕມາດທີ 3 ວ່າມີອັດຕາການເຕີບໃຫຍ່ຫລາຍທີ່ສຸດ ນັບແຕ່ກາງປີ 2021.
ວັນທີ 11 ພະຈິກ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດຂອງມາເລເຊຍລາຍງານສະຖານະການທາງເສດຖະກິດຂອງປະເທດໃນໄຕມາດທີ 3 ຂະຫຍາຍຕົວ 14,2% ຈາກໄລຍະເວລາດຽວກັນຂອງປີກ່ອນໜ້ານີ້ ຖືເປັນສະຖິຕິດີກວ່າທີ່ບັນດານັກວິເຄາະຄາດຄະເນໄວ້ວ່າ: ເສດຖະກິດຂອງມາເລເຊຍໃນໄລຍະເວລາດັ່ງກ່າວຈະຂະຫຍາຍຕົວ 11,7% ເມື່ອທຽບໃສ່ແຕ່ລະປີ ແລະ ເປັນສະຖິຕິດີຂຶ້ນຢ່າງຈະແຈ້ງ ເມື່ອທຽບໃສ່ສະຖິຕິ 8,9% ຂອງໄຕມາດທີສອງ.
ສ່ວນຂໍ້ມູນຈາກທະນາຄານກາງມາເລເຊຍລະບຸວ່າ: ການຂະຫຍາຍຕົວທາງເສດຖະກິດຂອງປະເທດເມື່ອໄຕມາດທີ 3 ຖືເປັນສະຖິຕິດີທີ່ສຸດ ນັບແຕ່ໄຕມາດທີ 2 ຂອງປີ 2021 ເຊິ່ງການເຕີບໃຫຍ່ໃນເວລານັ້ນຢູ່ລະດັບ 16,1% ໂດຍເປັນຜົນມາຈາກການໃຊ້ຈ່າຍເພື່ອການບໍລິໂພກຂອງປະຊາຊົນໃນປະເທດ ແລະ ຕະຫລາດແຮງງານທີ່ກັບມາຟື້ນຕົວ ຕະຫລອດຈົນມາດຕະການຟື້ນຟູຂອງພາກລັດ.
ເຖິງວ່າອັດຕາເງິນເຟີ້ຂອງມາເລເຊຍປະຈຳໄຕມາດທີ 3 ຍັງຢູ່ໃນລະດັບສູງ 4,5%. ເຖິງຢ່າງໃດກໍຕາມ, ທະນາຄານກາງເຊື່ອວ່າ: ສະຖານະການຈະຊົງຕົວຕໍ່ຈາກນັ້ນ ແຕ່ຍັງຕ້ອງປະເມີນສະຖານະການຢ່າງໃກ້ຊິດຕໍ່ໄປ.