ອຸບັດເຫດ!  ເຮືອບິນຮົບຕໍາກັນກາງອາກາດໃນງານສະແດງການບິນທີ່ເມືອງດໍລັສ (Dallas) ລັດເທັກຊັສ ສະຫະລັດອາເມລິກາ

- 315444768 6206914319342376 1032211959310380776 n - ອຸບັດເຫດ!  ເຮືອບິນຮົບຕໍາກັນກາງອາກາດໃນງານສະແດງການບິນທີ່ເມືອງດໍລັສ (Dallas) ລັດເທັກຊັສ ສະຫະລັດອາເມລິກາ
- kitchen vibe - ອຸບັດເຫດ!  ເຮືອບິນຮົບຕໍາກັນກາງອາກາດໃນງານສະແດງການບິນທີ່ເມືອງດໍລັສ (Dallas) ລັດເທັກຊັສ ສະຫະລັດອາເມລິກາ

ຂ່າວຕ່າງປະເທດລາຍງານວ່າ: ວັນທີ່ 12 ພະຈິກ 2022 ນີ້ ເກີດເຫດລະທຶກຂວັນໃນລະຫວ່າງການສະແດງການບິນ ວິງ ໂອເວີ ດໍລັດ (Wings Over Dallas Air show Event)  ເນື່ອງໃນວັນນັກຮົບເກົ່າ ທີ່ເດີ່ນບິນດໍລັດ ເມືອງດໍລັດ ລັດເທັກຊັສ ສະຫະລັດອາເມລິກາ

ເຮືອບິນທີ່ປະສົບໄພເປັນເຮືອບິນຖິ້ມລະເບີດ ໂບອິ້ງ B-17 flying fortress ກັບເຮືອບິນຮົບ ເບວ p-63 Kingcobra ທີ່ປະທະກັນກາງອາກາດ ໃນຄວາມສູງທີ່ບໍ່ສູງຫລາຍ ແຕເຮັດໃຫ້ເຮືອບິນອີກລໍາໜຶ່ງຫັກອອກເປັນສອງທ່ອນ ແລະ ຕົກລົກສູ່ພື້ນດິນ ເຮັດໃຫ້ໄຟລຸກໄໝ້ຢ່າງໄວວາ.

- Visit Laos Visit SALANA BOUTIQUE HOTEL - ອຸບັດເຫດ!  ເຮືອບິນຮົບຕໍາກັນກາງອາກາດໃນງານສະແດງການບິນທີ່ເມືອງດໍລັສ (Dallas) ລັດເທັກຊັສ ສະຫະລັດອາເມລິກາ

ສ່ວນສາເຫດເບື້ອງຕົ້ນຍັງບໍ່ມີລາຍລະອຽດ ແລະ ຍັງບໍ່ຮູ້ຈໍານວນຜູ້ເສຍຊີວິດ ແນວໃດກໍຕາມສໍານັກງານການບິນສ່ວນກາງ ຫລືຶ FAA ແລະ ຄະນະກໍາມະການດ້ານຄວາມປອດໄພດ້ານການຂົນສົ່ງແຫ່ງຊາດ ຫລື NTSB ກໍາລັງເລັ່ງສອບສວນຫາສາເຫດ

ແຮ້ງ ໂຄສ ປະທານ ແລະ ປະທານຝ່າຍບໍລິຫານ ຫລື ຊີອີໂອຂອງ Commemorative Air Force ຫລື CAF ພາກເອກະຊົນທີ່ອະນຸຮັກເຮືອບິນຮົບສະໄໝສົງຄາມໂລກຄັ້ງທີ 2 ໃຫ້ຮູ້ວ່າ: ໂດຍທົ່ວໄປແລ້ວເຮືອບິນໂບອິ້ງ B-17 ຈະມີລູກເຮືອ 4-5 ຄົນ ແລະ ເຮືອບິນ P-36 ເປັນເຮືອບິນທີ່ມີນັກບິນ 1 ຄົນ ແຕ່ບໍ່ມີລາຍລະອຽດເພີ່ມເຕີ່ມວ່າໃນຕອນເກີດເຫດມີຄົນອື່ນໆຢູ່ເທິງເຮືອບິນດ້ວຍ ຫລື ບໍ່

- 3 - ອຸບັດເຫດ!  ເຮືອບິນຮົບຕໍາກັນກາງອາກາດໃນງານສະແດງການບິນທີ່ເມືອງດໍລັສ (Dallas) ລັດເທັກຊັສ ສະຫະລັດອາເມລິກາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!