ເທສະການສາຍສໍາພັນ ຝຣັ່ງ-ລາວ ຈະຈັດຂຶ້ນໃນວັນທີ 18 ພະຈິກ 2022

- 315583479 2037296596474110 4339180671272774566 n - ເທສະການສາຍສໍາພັນ ຝຣັ່ງ-ລາວ ຈະຈັດຂຶ້ນໃນວັນທີ 18 ພະຈິກ 2022
- kitchen vibe - ເທສະການສາຍສໍາພັນ ຝຣັ່ງ-ລາວ ຈະຈັດຂຶ້ນໃນວັນທີ 18 ພະຈິກ 2022

ວັນທີ 11 ພະຈິກ 2022 ຜ່ານມານີ້ ສະຖານທູດຝຣັ່ງຂ່າວໃຫ້ຮູ້ວ່າ: ກຽມຈັດງານເທສະການເພື່ອສະເຫລີມສະຫລອງການແລກປ່ຽນສາຍສໍາພັນລະຫວ່າງປະເທດ ຝຣັ່ງ-ລາວ ເຊິ່ງຈະມີຂຶ້ນໃນວັນທີ 18 ພະຈິກ 2022 ທີ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫລວງວຽງຈັນ.

ທ່ານ ນາງ ຊີວ-ແລັງ ຊູອອກ ເອກອັກຄະລັດຖະທູດຝຣັ່ງປະຈໍາລາວ ໄດ້ກ່າວວ່າ: ງານເທສະການ ຝຣັ່ງ-ລາວ 2022 ຈັດຂຶ້ນເພື່ອສະແດງເຫັນເຖິງຄວາມອຸດົມສົມບູນຂອງ ການສ້າງສັນທາງດ້ານວັດທະນະທໍາ ແລະ ຄວາມລໍ້າຄ່າຂອງການແລກປ່ຽນ ລະຫວ່າງ ວັດທະນະທໍາ.

- Visit Laos Visit SALANA BOUTIQUE HOTEL - ເທສະການສາຍສໍາພັນ ຝຣັ່ງ-ລາວ ຈະຈັດຂຶ້ນໃນວັນທີ 18 ພະຈິກ 2022

ງານນີ້ຈະມີຫລາຍກິດຈະກໍາທີ່ໄດ້ຄັດເລືອກມາສະແດງເຊັ່ນ: ລາຍການດົນຕີຄລາສສິກ, ປ໊ອບຣັອກ, ດົນຕີພື້ນບ້ານນານາຊາດ, ຮູບເງົາ, ລະຄອນຫຸ່ນ, ລະຄອນເວທີ, ສິລະປະ, ທັງໝົດປະເພດສິລະປະ ທີ່ຮ່ວມເຂົ້າ ກັນ ແລະ ພົບປະ ເຊິ່ງສະແດງໂດຍນັກສິລະປິນ ນັກເປຍໂນທີ່ມີຊື່ສຽງລະດັບໂລກ Maxime Zecchini ແລະ David Bismuth ຈະຮ່ວມສະແດງເທິງເວທີກັບວົງ Vientiane Chamber Orchestra, ນັກຮ້ອງໄວໜຸ່ມ Sun ຈະຕອບໂຈດຄໍາເວົ້າຂອງ Blackeyes ແລະ NU innovation.

ພ້ອມນັ້ນ ກໍຍັງມີນັກສຶກສາສະຖາບັນວິຈິດສິນແຫ່ງຊາດ ຈະມາຮ່ວມສະແດງລະນຶກເຖິງຕໍ່ກັບ Marc Leguay ແລະ ຂາດບໍ່ໄດ້ Thiane Khamvongsa ລະນຶກເຖິງຕໍ່ກັບ Molière; ຂະນະດຽວກັນ ກໍເປັນການລະລຶກເຖິງຜົນງານຂອງນັກສະແດງ ແລະ ນັກຂຽນລະຄອນຊາວ ຝຣັ່ງທີ່ມີຊື່ສຽງ, ເກີດເມື່ອ 400 ປີກ່ອນ, ທີ່ເຫັນໄດ້ໃນການສະແດງລະຄອນເວທີ ແລະ ການສະແດງຕະຫລົກ ເປັນວິທີການເຂົ້າເຖິງການສຶກສາສໍາລັບທຸກຄົນ.

ງານເທສະການ ຝຣັ່ງ-ລາວ ຍັງເປັນງານສໍາລັບການພົບປະແລກປ່ຽນ, ການຮຽນຮູ້, ແຮງບັນ ດານໃຈທີ່ຊ່ວຍໃຫ້ບັນດານັກສິລະປິນ ແບ່ງປັນວິໄສທັດມູມມອງກ່ຽວກັບ ການເບິ່ງໂລກຂອງພວກເຂົາ.

ນອກນີ້ຍັງຈະມີການຮ່ວມມືລະຫວ່າງ Lao Fashion Week, ໂຮງຮຽນ ESMOD ເປັນໂຮງ ຮຽນທີ່ມີຊື່ສຽງຂອງຝຣັ່ງ ແລະ ສະຖານທູດຝຣັ່ງ ປະຈໍາລາວ ເຊິ່ງໃນແຕ່ລະປີຈະເປັນການເປີດໂອ ກາດໃຫ້ກັບບັນດານັກອອກແບບຄົນລາວ ໄດ້ໄປຝຶກອົບຮົມໃນໂຄງການທີ່ດີເລີດທີ່ປະເທດຝຣັ່ງ.

- 4 - ເທສະການສາຍສໍາພັນ ຝຣັ່ງ-ລາວ ຈະຈັດຂຶ້ນໃນວັນທີ 18 ພະຈິກ 2022
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!