ຜູ້ນຳປະເທດອາຟຣິກາ-ເອີຣົບ ຫາລືວິກິດຜູ້ລີ້ໄພຢູ່ຝຣັ່ງ


ບັນດາຜູ້ນຳຈາກ 7 ປະເທດໃນທະວີບອາຟຣິກາ ແລະ ທະວີບເອີຣົບເຂົ້າຮ່ວມປະຊຸມສຸດຍອດລະດັບນ້ອຍ ຫາລືວິກິດຜູ້ລີ້ໄພໃນເອີຣົບຢູ່ນະຄອນຫລວງປາຣີຂອງຝຣັ່ງໃນວັນທີ 28 ສິງຫານີ້.
ປະທານາທິບໍດີ ເອັມມານູເອລ ມາຄຣົງ ໄດ້ສົ່ງຄຳເຊີນໄປຫາປະທານາທິບໍດີຂອງນິເຊ ແລະ ຊາດ ລວມທັງທ່ານ ຟາເຢ ອັດ ຊາຣາ ຫົວໜ້າລັດຖະບານແຫ່ງຊາດລີບີ ເຂົ້າຮ່ວມກອງປະຊຸມດັ່ງກ່າວ ເນື່ອງຈາກປະເທດເຫລົ່ານີ້ລ້ວນເປັນເສັ້ນທາງຜ່ານຂອງຜູ້ອົບພະຍົບເຂົ້າສູ່ເອີຣົບ. ນອກຈາກນີ້ ນາຍົກລັດຖະມົນຕີຂອງເຢຍລະມັນ, ແອັສປາຍ ແລະ ອີຕາລີ ລວມທັງທ່ານນາງ ເຟເດຣິກາ ໂມໂກຣິນີ ຫົວໜ້ານະໂຍບາຍຕ່າງປະເທດ ແລະ ຄວາມໝັ້ນຄົງຂອງສະຫະພາບເອີຣົບ (EU) ກໍເດີນທາງມາເຂົ້າຮ່ວມກອງປະຊຸມຢູ່ນະຄອນຫລວງປາຣີເຊັ່ນກັນ.
ອົງການສະຫະປະຊາຊາດ ຫລື UN ລາຍງານວ່າ: ໃນປີນີ້ມີຜູ້ລີ້ໄພອາໄສເຮືອອົບພະຍົບເຂົ້າສູ່ເອີຣົບທາງຝັ່ງທະເລເມດິເຕລານຽນແລ້ວຈຳນວນ 125.000 ຄົນ ໂດຍສ່ວນຫລາຍຈະເຂົ້າສູ່ອີຕາລີກ່ອນຈະເດີນທາງຕໍ່ໄປປະເທດອື່ນໆໃນເອີຣົບ. ທັງນີ້ ມີການຕີລາຄາຈຳນວນຜູ້ທີ່ເສຍຊີວິດຢູ່ລະຫວ່າງ 2.400 ຄົນ. ເຖິງຢ່າງໃດກໍດີ ບັນດາປະເທດຕ່າງໆໄດ້ອອກມາດຕະການເພື່ອຊ່ວຍສະກັດຄື້ນຜູ້ລີ້ໄພເຊັ່ນ: ການກວດກາເຂັ້ມງວດດ່ານຊາຍແດນ ແລະ ການສົ່ງເຈົ້າໜ້າທີ່ກວດກາລາດຕະເວນ ສົ່ງຜົນໃຫ້ຜູ້ລີ້ໄພທີ່ອົບພະຍົບເຂົ້າເມືອງຜິດກົດໝາຍມີຈຳນວນຫລຸດລົງຢ່າງວ່ອງໄວໃນຫລາຍອາທິດຜ່ານມາ ໂດຍຄາດວ່າຈະມີການຫາລືໃນລາຍລະອຽດຂອງບັນຫານີ້ໃນກອງປະຊຸມ.