ສານຂັ້ນຕົ້ນແຂວງອຸດົມໄຊ ຕັດສິນໂທດປະຫານຊີວິດ ຈໍາເລີຍ 2 ຄົນ ຖານຄ້າຂາຍຢາເສບຕິດ
November 26, 2022 - 3:20 PM


ວັນທີ 18 ພະຈິກ 2022 ຜ່ານມນີ້ ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ຕັດສິນປະຫານຊີວິດ ຈໍາເລີຍ 2 ຄົນ
– ທ້າວ ປໍຈົວ ອາຍຸ 31 ປີ
– ທ້າວ ຊົວເຈີລີ ອາຍຸ 59 ປີ ຢູ່ບ້ານພູສະຫວັນ ເມືອງໄຊ ແຂວງອຸດົມໄຊ
ສະຖານຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດ ປະເພດຢາບ້າໄວ້ໃນຄອບຄອງ ພ້ອມທັງຮິບຊັບທີ່ມີສ່ວນພົວພັນກັບຢາເສບຕິດເຂົ້າເປັນຂອງລັດ.
ໃນວັນດຽວກັນນີ້້ ຍັງໄດ້ລົງໂທດຕັດອິດສະລະພາບ ທ້າວ ຊົວເຈີ ລີ ອາຍຸ 59 ປີ ບ້ານ ພູສະຫວັນ ເມືອງໄຊ ຈໍາຄຸກ 5 ປີ ປັບໃໝ 10.000.000 ກີບ ແລະ ທ້າວ ກົງລີ ອາຍຸ 19 ປີ ຄົນບ້ານດຽວກັນ ຈໍາຄຸກ 2 ປີ ປັບໃໝ 10.000.000 ກີບ ສະຖານຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດ ປະເພດຢາບ້າ ໄວ້ໃນຄອບຄອງ.