ນໍ້າກະທ່ອມ ກະແສມອມເມົາໄວໜຸ່ມທີ່ຢາກຮູ້ຢາກລອງ ຕ້ອງມີມາດຕະການແກ້ໄຂຢ່າງຮີບດ່ວນ


ໄວໜຸ່ມ-ນັກຮຽນ ລາວເຮົາຈຳນວນບໍ່ໜ້ອຍ ໄດ້ຫັນຫົວເຂົ້າສູ່ວົງການກິນດື່ມນໍ້າກະທ່ອມ ເປັນກິດຈະວັດ ແລະ ເປັນກະແສກວ້າງຂວາງ ເນື່ອງຈາກເຂົ້າເຖິງໄດ້ງ່າຍກວ່າສານເສບຕິດຊະນິດອື່ນໆ ໂດຍມີການປຸກ ລະດົມພາຍໃນກຸ່ມວ່າ “ບໍ່ກິນນໍ້າກະທ່ອມບໍ່ແມ່ນໄວໜຸ່ມຍຸກໃໝ່, ກິນນໍ້າກະທ່ອມດີກວ່າກິນແນວອື່ນ” ຈົນເຮັດໃຫ້ບາງຄົນລືມຄິດເຖິງຜົນເສຍ ແລະ ຜົນກະທົບຢ່າງຫລວງຫລາຍ.
ກະແສທີ່ຮືຮາ ແລະ ເປັນຜົນຕໍ່ໄວໜຸ່ມລາວ ເນື່ອງຈາກກົດໝາຍໄທ ໄດ້ປົດລັອກກະທ່ອມອອກຈາກພືດສານເສບຕິດ ແລະ ສາມາດຊື້-ຂາຍ, ປູກໄດ້ໂດຍທົ່ວໄປແບບບໍ່ຜິດກົດໝາຍ, ແຕ່ມີຂໍ້ຫ້າມນຳໄປປຸງກັບຢາອອກລິດກ່ອມປະສາດຊະນິດອື່ນ, ການກິນເພື່ອຄວາມມ່ວນຊື່ນ ແລະ ມົ້ວສຸມ ຊຶ່ງທາງການໄທມຸ່ງເນັ້ນໃຫ້ນຳເອົາພືດກະທ່ອມໄປປຸງເປັນຢາສະໝຸນໄພເພື່ອປິ່ນປົວພະຍາດຕ່າງໆຕາມສັບພະຄຸນຂອງພືດ ເພາະພືດນີ້ມີສານອອກລິດທາງຢາ ແລະ ເປັນປະໂຫຍດຢູ່ບາງສ່ວນ.
ແນວໃດໃດກໍຕາມ ພືດກະທ່ອມມີຜົນເສຍບໍ່ໜ້ອຍ ເປັນຕົ້ນຜົນເສຍໄລຍະຍາວຕໍ່ຈິດໃຈ ແລະ ລະບົບປະ ສາດ ເນື່ອງຈາກສານເຄມີໃນໃບກະທ່ອມ 15 ກຣາມ ຈະເຮັດໃຫ້ມີລິດຫລຸດອາການປວດ ແລະ ເປັນຢາກ່ອມປະສາດ ເຊິ່ງຈະອອກລິດໄດ້ຫລາຍຊົ່ວໂມງ, ແຕ່ຖ້າຫລາຍເກີນໄປອາດເປັນອັນຕະລາຍ ແລະ ຖ້າຍັງໃຊ້ເປັນປະຈໍາກໍຈະມີຜົນເສຍໄລຍະຍາວ ເຊັ່ນຫົວໃຈເຕັ້ນໄວຜິດປົກກະຕິ, ຮູ້ສຶກກະວົນກະວາຍສັບສົນ, ຊຶມເສົ້າ ເຄື່ອນໄຫວຊ້າ, ມີຄວາມສຸກຜິດປົກກະຕິ, ນອນບໍ່ຫຼັບ ຫຼື ຮ່າງກາຍຕື່ນໂຕຕະຫຼອດເວລາ, ໝາກໄຂ່ຫລັງໄດ້ຮັບຄວາມເສຍຫາຍ ນໍ້າຍ່ຽວມີສີເຂັ້ມຂຶ້ນ, ຜິວໜັງເປັນສີເຫຼືອງ ຍ້ອນຕັບເຮັດໜ້າທີ່ກອງສານ ພິດອອກຈາກຮ່າງກາຍຢ່າງໜັກ.
ໄວໜຸ່ມລາວເຮົາເປັນຄົນອ່ອນໄຫວງ່າຍຕໍ່ກະແສສັງຄົມໂດຍຂາດການໄຕ່ຕອງ ແລະ ສຶກສາຂໍ້ມູນລະອຽດຖີ່ຖ້ວນ ເວົ້າອີກຢ່າງໜຶ່ງວ່າ ໄວໜຸ່ມລາວເຮົາພວມຕົກໃນກະແສການປ່ຽນແປງແນວຄິດແບບໃໝ່ບາງຢ່າງ ໃນທາງບໍ່ຖືກ ຍ້ອນເຫັນຄວາມສຳຄັນວ່າຕົນເອງເປັນຄົນຍຸກໃໝ່, ຍຸກຮຽນຮູ້, ຍຸກມີແນວຄິດເປັນຂອງຕົນເອງ ອັນເປັນສາເຫດໃຫ້ມີການກິນດື່ມ, ຢາກທົດລອງສິ່ງໃໝ່ໆ ແລະ ມີການຊື້ຂາຍກັນຢ່າງກວ້າງຂວາງ ໂດຍລືມຄິດເຖິງຜົນເສຍ, ຂາດການຮັບຂໍ້ມູນທີ່ຖືກຕ້ອງ.
ປັດຈຸບັນ ນໍ້າກະທ່ອມເປັນສິ່ງທີ່ເຂົ້າເຖິງງ່າຍສຳລັບໄວໜຸ່ມ-ນັກຮຽນຢູ່ເມືອງໃຫຍ່ ເປັນຕົ້ນຢູ່ຕາມຮ້ານກິນດື່ມ, ຮ້ານບັນເທີງ ແລະ ສັງຄົມທົ່ວໄປ ມີການຊື້ຂາຍ-ເສີບກັນຢ່າງອອກໜ້າອອກຕາຈົນລືມຄິດເຖິງຄວາມຖືກຕ້ອງ ແລະ ຜົນເສຍ. ຄືວ່ານັ້ນລະ ສິ່ງໃດຖືກຫ້າມ ມັກມີການລະເມີດ ຕົວຢ່າງຢູ່ໄທກ່ອນຈະປົດລັອກ ກໍມີການຈັບກັນຢ່າງອຶກກະທຶກນຶກນອງ ແລະ ມີຂະບວນການກິນດື່ມກັນຢ່າງມອມເມົາ ບາດປົດລັອກ ເສ ລີໃຫ້ກິນດື່ມ ຊໍ້າພັດບໍ່ເຫັນຂະບວນການນັ້ນພໍເທົ່າໃດ.
ຜ່ານມາ, ເຈົ້າໜ້າທີ່ໄດ້ເຂັ້ມງວດກວດກາ ແລະ ແກ້ໄຂຢ່າງຈິງຈັງ ແຕ່ກໍຍັງມີໃຫ້ເຫັນເປັນປະຈຳດັ່ງຫລ້າວັນທີ 28 ພະຈິກ 2022, ເຈົ້າໜ້າທີ່ໄດ້ເຂົ້າກວດກາຕະຫລາດກາງຄືນແຖວສີຫອມ ເມືອງຈັນທະບູລີ ນະ ຄອນຫລວງວຽງຈັນ ພ້ອມທັງເຮັດບົດບັນທຶກ, ຕັກເຕືອນ ແລະ ສຶກສາອົບຮົມເຈົ້າຂອງຮ້ານ. ແນວໃດກໍດີເມື່ອປາບປາມຢ່າງຈິງຈັງຄືທີ່ຜ່ານມານັນຍັງບໍ່ໄດ້ຜົນ ຕ້ອງເພີ່ມຄວາມເຂັ້ມງວດຕື່ມ ແລະ ມີການກຳນົດໂທດໃຫ້ຈະແຈ້ງ.
ກ່ອນໜ້ານີ້ ປະຊາຊົນຈຳນວນຫລາຍໄດ້ສ່ອງແສງຜ່ານເພຈໜັງສືພິມລາວພັດທະນາວ່າ ການມົ້ວສຸມ, ຊື້-ຂາຍນໍ້າກະທ່ອມ ບໍລິການນ້ອງນັກຮຽນ ອາຍຸບໍ່ເຖິງ 18 ປີ ເຮັດແບບບໍ່ນຶກເຖິງຜົນກະທົບ ແລະ ບໍ່ເກງກົວລະບຽບກົດໝາຍ. ຂະນະທີ່ຕໍ່ມາຮ້ານກໍໄດ້ຕິດປ້າຍປະກາດຫ້າມນຳເຂົ້າ-ຫ້າມຈຳໜ່າຍຢູ່ເຂດດັ່ງກ່າວ ແຕ່ການຕິດປ້າຍນັ້ນເປັນພຽງຂະບວນການແກ້ໜ້າ ຫລືບໍ່ ເພາະບໍ່ໄດ້ຊ່ວຍຫລຸດຜ່ອນການມົ້ວສຸມລົງແມ່ນແຕ່ໜ້ອຍດຽວ. ຄວາມຈິງແລ້ວ ນ້ອງໆນັກຮຽນ-ໄວໜຸ່ມຫາກຄິດວ່າຕົນເອງເປັນຄົນກ້າວໜ້າ, ເປັນຄົນຫົວທັນສະໄໝ ຕ້ອງບໍ່ນຶກເຖິງຄວາມມ່ວນຊື່ນພຽງຊົ່ວຄາວໄປຕາມການເວລາໂດຍໃຫ້ຄິດເຖິງຜົນກະທົບ ແລະ ອະນາຄົດໄລຍະຍາວຫລາຍໆ ຈະດີກວ່າກາຍເປັນທາດຂອງສານເສບຕິດ ມີຜົນເສຍຕໍ່ຮ່າງກາຍ ແລະ ບໍ່ຄວນໃຫ້ເຈົ້າໜ້າທີ່ຕ້ອງໄດ້ໃຊ້ລະບຽບກົດໝາຍ ຈຶ່ງຈະສົມກັບວ່າ: ເປັນໄວໜຸ່ມຍຸກໃໝ່.