9 ເດືອນ ປີ 2022 ນີ້ເສດຖະກິດແຫ່ງຊາດຂະຫຍາຍຕົວ 4,2% ຈະສູ້ຊົນໃຫ້ໄດ້ 4,4%

9 ເດືອນ ປີ 2022 ນີ້ເສດຖະກິດແຫ່ງຊາດຂະຫຍາຍຕົວ 4,2% ຈະສູ້ຊົນໃຫ້ໄດ້ 4,4% - 318364120 2054307424773027 7733414457877619322 n - 9 ເດືອນ ປີ 2022 ນີ້ເສດຖະກິດແຫ່ງຊາດຂະຫຍາຍຕົວ 4,2% ຈະສູ້ຊົນໃຫ້ໄດ້ 4,4%
9 ເດືອນ ປີ 2022 ນີ້ເສດຖະກິດແຫ່ງຊາດຂະຫຍາຍຕົວ 4,2% ຈະສູ້ຊົນໃຫ້ໄດ້ 4,4% - kitchen vibe - 9 ເດືອນ ປີ 2022 ນີ້ເສດຖະກິດແຫ່ງຊາດຂະຫຍາຍຕົວ 4,2% ຈະສູ້ຊົນໃຫ້ໄດ້ 4,4%
ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ລາຍງານກ່ຽວກັບ ແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໃນວາລະຂອງການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ທີ່ໄດ້ໄຂຂຶ້ນ ໃນຕອນເຊົ້າວັນທີ 5 ທັນວາ 2022 ນີ້ວ່າ: ຜ່ານການຊຸກຍູ້ໃຫ້ບັນດາຫົວໜ່ວຍການຜະລິດກະສິກໍາ, ອຸດສາຫະກໍາ ແລະ ບໍລິການທີ່ເປັນທ່າແຮງ ຂັບເຄື່ອນການຂະຫຍາຍຕົວຂອງເສດຖະກິດ ໃຫ້ດີຂຶ້ນ, ອີງໃສ່ການຄິດໄລ່ GDP ໃນໄລຍະ 9 ເດືອນຜ່ານມາ ເຫັນວ່າເສດຖະກິດແຫ່ງຊາດຂະຫຍາຍຕົວຢູ່ໃນລະດັບ 4,2% ແລະ ຄາດວ່າໝົດປີຈະສູ້ຊົນໃຫ້ຂະຫຍາຍຕົວໄດ້ໃນລະດັບ 4,4% (ແຜນການ 4,5%) ເຖິງແມ່ນວ່າຈະບໍ່ບັນລຸຕາມແຜນ ແຕ່ກໍມີທ່າອ່ຽງຂະຫຍາຍຕົວທີ່ດີຂຶ້ນຈາກ ປີ 2021 ແມ່ນ 3,5% ເພາະຢູ່ໃນສະພາບແວດລ້ອມທີ່ຫຍຸ້ງຍາກ ແລະ ທ້າທາຍໃນປັດຈຸບັນ.
ສຳລັບການເກັບລາຍຮັບງົບປະມານ ໄດ້ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານແຫ່ງລັດ ດ້ວຍການສຸມໃສ່ຫັນການເກັບລາຍຮັບເປັນທັນສະໄໝ ແລະ ອອກນິຕິກໍາລຸ່ມກົດໝາຍຈໍານວນໜຶ່ງ ພ້ອມທັງສຸມໃສ່ສ້າງຖານອາກອນມູນຄ່າເພີ່ມໄດ້ 9.496 ຫົວໜ່ວຍ ໃນຈໍານວນທັງໝົດ 10.500 ຫົວໜ່ວຍໃນຂອບເຂດທົ່ວປະເທດ ກວມເອົາ 90,4%; ສືບຕໍ່ສ້າງຖານລາຍຮັບໃໝ່ຈໍານວນໜຶ່ງໃນຂົງເຂດຕ່າງໆ ເຊັ່ນ: ການຜະລິດ ແລະ ສົ່ງອອກ ສິນຄ້າກະສິກໍາ, ການເຮັດທົດລອງແຮ່ທາດ, ການແກ້ໄຂພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ, ການທົດລອງປະຕິບັດໂຄງການ ຂຸດຄົ້ນ Bitcoin, ປັບປຸງການຂົນສົ່ງທາງລົດໄຟ, ເປີດປະເທດຮັບເອົານັກທ່ອງທ່ຽວ ແລະ ອື່ນໆ. ເຮັດໃຫ້ການເກັບລາຍຮັບງົບປະມານ 11 ເດືອນ ບັນລຸໄດ້ 28.455 ຕື້ກີບ ເທົ່າກັບ 90,06% ຂອງແຜນການປີ (ບໍ່ລວມເອົາລາຍຮັບ ຈາກການຫລຸດຜ່ອນອັດຕາອາກອນຊົມໃຊ້ ເພື່ອດັດສົມລາຄານໍ້າມັນ ທີ່ລັດຖະບານໄດ້ຊ່ວຍໜູນທົ່ວສັງຄົມ ຈໍານວນ 2.819 ຕື້ກີບ), ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 26% ຫລື ເປັນເງິນທຽບເທົ່າ 5.849 ຕື້ກີບ. ໃນນີ້, ລາຍຮັບພາຍໃນສາມາດບັນລຸໄດ້ 26.655 ຕື້ກີບ, ເທົ່າກັບ 92,03% ຂອງແຜນ ການປີ ທຽບໃສ່ໄລຍະດຽວ ກັນຂອງປີຜ່ານມາເພີ່ມຂຶ້ນ 29% ຫລື ເພີ່ມຂຶ້ນເປັນເງິນທຽບເທົ່າ 5.980 ຕື້ກີບ. ຄາດຄະເນລາຍຮັບໝົດປີ 2022 ຈະປະຕິບັດໄດ້ເກີນແຜນ ໃນລະດັບບໍ່ຫລຸດ 2% (ຈະເປັນປີທີ 2 ຕິດຕໍ່ກັນທີ່ສາມາດເກັບລາຍຮັບໄດ້ເກີນແຜນ).
9 ເດືອນ ປີ 2022 ນີ້ເສດຖະກິດແຫ່ງຊາດຂະຫຍາຍຕົວ 4,2% ຈະສູ້ຊົນໃຫ້ໄດ້ 4,4% - 4 - 9 ເດືອນ ປີ 2022 ນີ້ເສດຖະກິດແຫ່ງຊາດຂະຫຍາຍຕົວ 4,2% ຈະສູ້ຊົນໃຫ້ໄດ້ 4,4%
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!