ແຂວງຊຽງຂວາງຈັດງານມະຫະກຳກິລາແຫ່ງຊາດ ປະສົບຜົນສຳເລັດດັ່ງຄວາມມຸ່ງຫວັງ


ໂດຍ: ທິດກໍ່າ
ງານມະຫະກຳກິລາແຫ່ງຊາດຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບໄດ້ປິດສາກລົງຢ່າງເປັນທາງການໃນວັນທີ 22 ທັນວາ 2022. ການເປັນເຈົ້າພາບຈັດງານມະຫະກຳກິລາແຫ່ງຊາດຂອງແຂວງຊຽງຂວາງໃນຄັ້ງນີ້ ຖືວ່າປະສົບຜົນສຳເລັດຕາມຄວາມມຸ່ງຫວັງ ເຊິ່ງໄດ້ລໍຄອຍມາຫລາຍປີ ຄືນັບແຕ່ປີ 2014 ເປັນຕົ້ນມາ. ສາເຫດທີ່ແກ່ຍາວບໍ່ສາມາດຈັດງານມະຫະກຳກິລາແຫ່ງຊາດໃນຄັ້ງນີ້ກໍຍ້ອນວ່າມີຫລາຍປັດໄຈ ເຊິ່ງອັນຕົ້ນຕໍກໍແມ່ນການລະບາດຂອງພະຍາດໂຄວິດ-19 ນັ້ນເອງ.
ແຕ່ແນວໃດກໍດີ, ການແກ່ຍາວເວລາມາຫລາຍປີ ໄດ້ສ້າງເງື່ອນໄຂໃຫ້ເຈົ້າພາບມີຄວາມພ້ອມຫລາຍຢ່າງຈົນເຮັດໃຫ້ປະສົບຜົນສຳເລັດ, ມີຄວາມເພິ່ງພໍໃຈ ທັງສະຫງົບປອດໄພທຸກປະການ ແລະ ສົມກັບການລໍຄອຍ ເຊິ່ງຜ່ານການເຄື່ອນໄຫວບົນສັງວຽນສາມາດຍາດເອົາຫລຽນມາຄອບຄອງເຖິງ 217 ຫລຽນ ໃນນີ້ມີຫລຽນຄຳ 62 ຫລຽນ, ຫລຽນເງິນ 60 ຫລຽນ ແລະ ຫລຽນທອງແດງ 95 ຫລຽນ ເປັນອັນດັບໜຶ່ງໃນຕາຕະລາງແຂ່ງຂັນ ຫລືວ່າ ເປັນແຊ້ມໃນການຄອບຄອງຫລຽນໃນງານມະຫະກຳກິລາແຫ່ງຊາດຄັ້ງທີ XI ໃນປີ 2022 ອັນເປັນຄັ້ງປະຫວັດສາດຂອງແຂວງຢ່າງສົມກຽດ.
ສ່ວນເປັນອັນດັບສອງຮອງລົງມາກໍແມ່ນນະຄອນຫລວງວຽງຈັນສາມາດຍາດໄດ້ຫລຽນຄຳ 58 ຫລຽນ, 51 ຫລຽນເງິນ ແລະ 97 ຫລຽນທອງ ລວມ 206 ຫລຽນ, ອັນດັບສາມແມ່ນກະຊວງປ້ອງກັນປະເທດໄດ້ 51 ຫລຽນຄຳ, 49 ຫລຽນເງິນ ແລະ 36 ຫລຽນທອງແດງ ລວມ 136 ຫລຽນ. ສຳລັບປະເພດກິລາທີ່ໄດ້ກຳນົດເອົາໄປແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດຄັ້ງທີ XI ກໍມີຍິງປືນ, ລອຍນ້ຳ, ບານບ້ວງ, ເທັກຄວນໂດ, ໝາກແລ້, ຍິງທະນູ, ໜ້າເກັກ, ແລ່ນ-ລານ, ມວຍສາກົນ, ໝາກເສິກ, ປັນຈັກສີລັດ, ມວຍປ້ຳ, ຄາຣາເຕໂດ, ກະຕໍ້-ຊິນລອນ, ບານເຕະ, ໝາກຂ່າງ, ເປຕັງ, ກ໊ອບ, ດອກປີກໄກ່, ເທັນນິດ, ລົດຖີບ, ປິ່ງປ່ອງ, ມວຍລາວ, ຢູໂດ ແລະ ວູຊູ. ໃນບັນດາປະເພດກິລາທີ່ກ່າວມານີ້ ມີຫລາຍປະເພດທີ່ຄົນຊຽງຂວາງມີຄວາມຖະໜັດຢູ່ແລ້ວ ເປັນຕົ້ນໝາກຂ່າງ, ໜ້າເກັກ, ໝາກແລ້ ແລະ ອື່ນໆ. ຈຳນວນນັກກິລາທີ່ໄດ້ເຂົ້າຮ່ວມແຂ່ງຂັນທັງໝົດ 3.093 ຄົນ ມີ 17 ແຂວງ 1 ນະຄອນຫລວງ ແລະ 4 ກະຊວງຄື: ປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງສາທາລະນະສຸກ.
ກ່າວເຖິງແຂວງຊຽງຂວາງໃນອະດີດເຄີຍຖືກສົງຄາມຮຸກຮານ, ເປັນດິນແດນທີ່ຈັກກະພັດອາເມລິກາຖິ້ມລະເບີດໃສ່ຫລາຍກວ່າໝູ່ໃນປະເທດລາວໃນຕອນສົງຄາມ, ເປັນສະໝໍລະພູມສູ້ຮົບທີ່ດຸເດືອດຂ້ຽວຂາດລະຫວ່າງກຳລັງປະຕິວັດລາວກັບສັດຕູຜູ້ຮຸກຮານ ເຮັດໃຫ້ເຄຫາສະຖານ, ພູມລຳເນົາ, ວັດວາອາຮາມຖືກທຳລາຍກ້ຽງ, ແຕ່ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ແຂວງຊຽງຂວາງໄດ້ມີການພັດທະນາຢ່າງວ່ອງໄວ, ໄດ້ສາຍານາມເປັນແຂວງວິລະຊົນ ສາມາດຈັດການແຂ່ງຂັນກິລາແຫ່ງຊາດໄດ້ຢ່າງສົມສັກສີ, ສົມແລ້ວກັບສາຍານາມ ຄົນຊຽງແຂວງທັງງາມທັງເກັ່ງ, ຄົນເມືອງຊຽງດິນແດນຄົນຫານ, ທົ່ງໄຫຫີນເປັນມໍລະດົກຂອງໂລກ.