ເຈົ້າຂອງຮ້ານຖືກສຶກສາອົບຮົມ ແລະ ປັບໃໝ ພ້ອມຍອມຮັບຜິດ ແລະ ຂໍອະໄພຕໍ່ສັງຄົມ

ເຈົ້າຂອງຮ້ານຖືກສຶກສາອົບຮົມ ແລະ ປັບໃໝ ພ້ອມຍອມຮັບຜິດ ແລະ ຂໍອະໄພຕໍ່ສັງຄົມ - 322369327 695197638925726 5412607847380538236 n - ເຈົ້າຂອງຮ້ານຖືກສຶກສາອົບຮົມ ແລະ ປັບໃໝ ພ້ອມຍອມຮັບຜິດ ແລະ ຂໍອະໄພຕໍ່ສັງຄົມ
ເຈົ້າຂອງຮ້ານຖືກສຶກສາອົບຮົມ ແລະ ປັບໃໝ ພ້ອມຍອມຮັບຜິດ ແລະ ຂໍອະໄພຕໍ່ສັງຄົມ - kitchen vibe - ເຈົ້າຂອງຮ້ານຖືກສຶກສາອົບຮົມ ແລະ ປັບໃໝ ພ້ອມຍອມຮັບຜິດ ແລະ ຂໍອະໄພຕໍ່ສັງຄົມ

ຂ່າວໜັງສືພິມຊຽງຂວາງມີໄຊ ລາຍງານວ່າ: ຈາກກໍລະນີທີ່ກໍາລັງເປັນຂ່າວໂດ່ງດັງໃນສື່ສັງຄົມອອນລາຍ ຫຼືທາງເຟສບຸກ ໃນເທສະການບຸນກິນຈຽງ ຫຼື ນໍເປເຈົາ ຂອງຊົນເຜົ່າມົ້ງ ທີ່ເດີ່ນບ້ານຍວນເມືອງແປກແຂວງຊຽງຂວາງ ທີ່ມີການລົງບິນຄ່າອາຫານສູງເກີນລາຄາ ຕົວຈິງອາຫານ 8 ລາຍການລວມເປັນເງິນສູງເຖິງ 7.345.000ກີບ ເຫັນວ່າລາຄາສູງເກີນລາຄາທ້ອງຕະຫຼາດຫຼາຍ ດັ່ງນັ້ນທາງສະມາຄົມ ກິລາ-ວັນນະຄະດີພື້ນເມືອງ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງໄດ້ປຶກສາຫາລື ແລະ ລົງເກັບກໍາຂໍ້ມູນຕົວຈິງເຫັນວ່າມີມູນຄວາມຈິງແທ້ ດັ່ງນັ້ນ ຈຶ່ງໄດ້ເອີ້ນຜູ້ກ່ຽວຫຼືເຈົ້າຮ້ານມາສຶກສາອົບຮົມ ແລະ ປັບໃໝຕາມລະບຽບຂອງສະມາຄົມ.

ຈາກກໍລະນີດັ່ງກ່າວ ນາງກົງເຢຍວ່າງ ເຈົ້າຂອງຮ້ານຂາຍເຄື່ອງຢູ່ສະຖານທີ່ບຸນກິນຈຽງ ໄດ້ສະແດງຄວາມເສຍໃຈຕໍ່ເຫດການທີ່ເກີດຂຶ້ນວັນທີ 25 ທັນວາ 2022 ທີ່ເກັບເງິນນໍາລູກຄ້າທີ່ມາກິນ-ດື່ມ ຢູ່ໃນຮ້ານຂອງຕົນເອງ ເກີນລາຄາໃນທ້ອງຕະຫຼາດທົ່ວໄປ ໂດຍຜູ້ກ່ຽວໄດ້ຍອມຕໍ່ການກະທໍາຕໍ່ລູກຄ້າເຮັດໃຫ້ເກີດຫາງສຽງຢູ່ໃນສັງຄົມ ທ່ານຈິ່ງໄດ້ຂໍອະໄພຕໍ່ສັງຄົມ ແລະ ບັນດາແຂກທີ່ມາອຸດໜູນຮ້ານ.

ທ່ານ ຈົງວ່າງ ຮອງປະທານ ສະມາຄົມ ກິລາວັນນະຄະດີພື້ນເມືອງ ເຫັນວ່າ: ການກະທຳດັ່ງກ່າວ ໄດ້ສ້າງຄວາມເສື່ອມເສຍໃຫ້ແກ່ເທສະການບຸນກິນຈຽງເຜົ່າມົ້ງ ໂດຍສະເພາະແຂວງຂວາງ ຈຶ່ງໄດ້ຮຽກຮ້ອງໃຫ້ຜູ້ປະກອບການດ້ານການບໍລິການເອົາໃຈໃສ່ປະຕິບັດກົດລະບຽບ ແລະ ມາດຕະການທີ່ທາງຄະນະຮັບຜິດຊອບວາງອອກຢ່າງເຂັ້ມງວດ ເພື່ອໃຫ້ນັກທ່ອງທ່ຽວແຂກຕ່າງດ້າວທ້າວຕ່າງເມືອງຢາກມາທ່ຽວຊົມແຂວງຊຽງຂວາງກໍຄື ເທສະການບຸນກິນຈຽງຂອງຊົນເຜົ່າມົ້ງ ໃຫ້ມີຄວາມຟົດຟື້ນມ່ວນຊື່ນຕະຫຼອດໄປ.

 

ເຈົ້າຂອງຮ້ານຖືກສຶກສາອົບຮົມ ແລະ ປັບໃໝ ພ້ອມຍອມຮັບຜິດ ແລະ ຂໍອະໄພຕໍ່ສັງຄົມ - 3 - ເຈົ້າຂອງຮ້ານຖືກສຶກສາອົບຮົມ ແລະ ປັບໃໝ ພ້ອມຍອມຮັບຜິດ ແລະ ຂໍອະໄພຕໍ່ສັງຄົມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!