5 ວັນອັນຕະລາຍ ສະຫລອງປີໃໝ່ ສາກົນປີ 2023 ມີຜູ້ເສຍຊີວິດ 26 ຄົນ

5 ວັນອັນຕະລາຍ ສະຫລອງປີໃໝ່ ສາກົນປີ 2023 ມີຜູ້ເສຍຊີວິດ 26 ຄົນ - 323363916 904805770888448 1109719496775391791 n - 5 ວັນອັນຕະລາຍ ສະຫລອງປີໃໝ່ ສາກົນປີ 2023 ມີຜູ້ເສຍຊີວິດ 26 ຄົນ
5 ວັນອັນຕະລາຍ ສະຫລອງປີໃໝ່ ສາກົນປີ 2023 ມີຜູ້ເສຍຊີວິດ 26 ຄົນ - kitchen vibe - 5 ວັນອັນຕະລາຍ ສະຫລອງປີໃໝ່ ສາກົນປີ 2023 ມີຜູ້ເສຍຊີວິດ 26 ຄົນ
ທ່ານ ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳຫລວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ລາຍງານໃນ ວັນທີ 3 ມັງກອນ 2023 ວ່າ: ໄລຍະ 5 ວັນອັນຕະລາຍ(29 ທັນວາ 2022 ຫາ 2 ມັງກອນ 2023) ຂອງການສະເຫລີມສະຫລອງປີໃໝ່ສາກົນ 2023 ທົ່ວປະເທດ ໄດ້ເກີດອຸບັດເຫດ 190 ຄັ້ງ, ມີຜູ້ບາດເຈັບ 311 ຄົນ, ເສຍຊີວິດທັງໝົດ 26 ຄົນ, ພາຫະນະເປ່ເພ 323 ຄັນ.
ແຂວງທີ່ເກີດອຸບັດເຫດຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ 26 ຄັ້ງ, ເສຍຊີວິດ 5 ຄົນ; ສະຫວັນນະເຂດ 22 ຄັ້ງ, ເສຍຊີວິດ 5 ຄົນ; ຫລວງພະບາງ 19 ຄັ້ງ, ບໍລິຄຳໄຊ 14 ຄັ້ງເຊິ່ງສາເຫດຕົ້ນຕໍແມ່ນຍ້ອນດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ.
ຢ່າງໃດກໍຕາມ ເມື່ອສົມທຽບຈຳນວນອຸບັດເຫດທີ່ເກີດຂຶ້ນໃນປີນີ້ ກັບປີຜ່ານມາແມ່ນຫລຸດລົງ 7 ຄັ້ງ ແລະ ເສຍຊີວິດຫລຸດລົງ 17 ຄົນ.
ເພື່ອເຮັດໃຫ້ການສະເຫລີມສະຫລອງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ສາກົນ 2022-2023 ມີຄວາມສະຫງົບ, ມີຄວາມເປັນລະບຽບຮອບຮ້ອຍ ແລະ ປອດໄພ ໃນການສັນຈອນ ໄປ-ມາ ປະສະຈາກໄດ້ປາກົດການຫຍໍ້ທໍ້ ແລະ ຫລຸດຜ່ອນຜົນເສຍຫາຍຈາກການເກີດອຸບັດເຫດ, ກົມຕຳຫລວດຈະລາຈອນໄດ້ວາງມາດຕະການຕ່າງໆ ເພື່ອປ້ອງກັນອຸບັດຕິເຫດ ຢ່າງເຂັ້ມງວດ ແຕ່ກໍຍັງມີຜູ້ໃຊ້ລົດໃຊ້ຖະໜົນຈຳນວນໜຶ່ງ ຖືເບົາຕໍ່ກົດລະບຽບຈະລາຈອນ ເປັນ ຕົ້ນ: ຂັບຂີ່ລົດໄວເກີນກຳນົດ, ດື່ມສິ່ງມຶນເມົາແລ້ວຂັບຂີ່ພາຫະນະ, ປ່ຽນທິດທາງການຂັບຂີ່ຢ່າງກະທັນຫັນ, ເຕັກ ນິກບໍ່ຮັບປະກັນ, ແຊງບໍ່ຮັບປະກັນ ແລະ ບໍ່ປ່ອຍສິດໃຫ້ຄົນອື່ນ.
5 ວັນອັນຕະລາຍ ສະຫລອງປີໃໝ່ ສາກົນປີ 2023 ມີຜູ້ເສຍຊີວິດ 26 ຄົນ - 5 - 5 ວັນອັນຕະລາຍ ສະຫລອງປີໃໝ່ ສາກົນປີ 2023 ມີຜູ້ເສຍຊີວິດ 26 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!