ທ່ານ ທຣຳ ຊີ້ການເຈລະຈາ ບໍ່ແມ່ນຄຳຕອບເລື່ອງ ສປປ ເກົາຫລີ




ປະທານາທິບໍດີ ໂດນັນ ທຣຳ ຂອງອາເມລິກາ ລົງຂໍ້ຄວາມທາງທະວິດເຕີລະບຸວ່າ: ການເຈລະຈານັ້ນບໍ່ແມ່ນຄຳຕອບສຳລັບບັນຫາຄວາມຂັດແຍ່ງເລື່ອງການທົດລອງລູກສອນໄຟຂອງ ສປປ ເກົາຫລີ.
“ອາເມລິກາໄດ້ເຈລະຈາກັບ ສປປ ເກົາຫລີ ມາໂດຍຕະຫລອດ ແລະ ຈ່າຍເງິນທີ່ປະເທດນັ້ນຂົ່ມຂູ່ຮີດໄຖມາ 25 ປີແລ້ວ” ຜູ້ນຳອາເມລິກາ ລະບຸໃນທະວິດເຕີເບື້ອງຕົ້ນ.
+ ອາເມລິກາທົດລອງຍິງ SM-6 ສຳເລັດ ຂົ່ມຂູ່ ສປປ ເກົາຫລີ ປ່ອຍລູກສອນໄຟ
+ UNSC ປະນາມ ສປປ ເກົາຫລີ ດ້ວຍມະຕິເອກະພາບ
ເຖິງຢ່າງໃດກໍຕາມ, ທ່ານ ເຈມ ແມດທິສ ລັດຖະມົນຕີປ້ອງກັນປະເທດອາເມລິກາ ຢືນຢັນວ່າ: ບັນຫາ ສປປ ເກົາຫລີ ຍັງມີທາງອອກດ້ວຍວິທີທາງການທູດຢູ່ ໂດຍທ່ານກ່າວດັ່ງນີ້ກ່ອນການພົບປະກັບທ່ານ ຊອງ ຍັງ ມູ ລັດຖະມົນຕີປ້ອງກັນປະເທດ ສ.ກົາຫລີ.
ປະທານາທິບໍດີ ທຣຳ ລະບຸແບບນີ້ ອາດຈະມີສາເຫດມາຈາກ ສປປ ເກົາຫລີ ຍິງລູກສອນໄຟໄລຍະກາງ ຮວາຊອງ-12 ຂ້າມເກາະຮອກໄກໂດ ຂອງຍີ່ປຸ່ນໃນ 2 ວັນກ່ອນ ແລະ ອອກມາກ່າວວ່າ: ນັ້ນເປັນພຽງຂັ້ນທຳອິດຂອງປະຕິບັດການທາງທະຫານຂອງກອງທັບປະຊາຊົນເກົາຫລີ (KPA) ໃນພາກພື້ນປາຊີຟິກ ເປັນການອຸ່ນເຄື່ອງແຜນໂຈມຕີເກາະກວມ ເຊິ່ງເປັນທີ່ຕັ້ງຂອງຖານທັບອາເມລິກາ ທີ່ ສປປ ເກົາຫລີ ເບິ່ງວ່າເປັນ ແນວໜ້າຂອງການຮຸກຮານມາໂດຍຕະຫລອດ.
The U.S. has been talking to North Korea, and paying them extortion money, for 25 years. Talking is not the answer!
— Donald J. Trump (@realDonaldTrump) August 30, 2017
ສ່ວນທ່ານ ເຊີເກ ລາບຣອບ ລັດຖະມົນຕີຕ່າງປະເທດຣັດເຊຍ ກ່າວກັບທ່ານ ເຣັກ ທິວເລີສັນ ລັດຖະມົນຕີຕ່າງປະເທດອາເມລິກາ ໃນການສົນທະນາທາງໂທລະສັບວ່າ: ການຍົກລະດັບມາດຕະການຂວ້ຳບາດ ສປປ ເກົາຫລີ ໃຫ້ເຂັ້ມງວດຮຸນແຮງຂຶ້ນນັ້ນ ຈະບໍ່ເປັນຜົນດີແຕ່ຢ່າງໃດ ແລະ ເນັ້ນວ່າ: ການເຈລະຈາທາງການທູດເປັນພຽງທາງອອກດຽວສຳລັບສະຖານະການເຄັ່ງຕຶງຢູ່ແຫລມເກົາຫລີທີ່ພວມທະວີຄວາມຮຸນແຮງຂຶ້ນໃນໄລຍະຫລາຍເດືອນຜ່ານມາ.


ສ່ວນສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດມີມະຕິເປັນເອກະພາບໃຫ້ປະນາມການຍິງລູກສອນໄຟຂ້າມນ່ານຟ້າຍີ່ປຸ່ນຂອງ ສປປ ເກົາຫລີ, ແຕ່ບໍ່ໄດ້ລະບຸເຖິງການອອກມາດຕະການຂວ້ຳບາດຄັ້ງໃໝ່ ເພື່ອລົງໂທດ ສປປ ເກົາຫລີ, ສ່ວນຈີນ ແລະ ຣັດເຊຍ ເນັ້ນວ່າ: ອາເມລິກາ ແລະ ປະເທດພັນທະມິດມີສ່ວນຜິດທີ່ດຳເນີນການຊ້ອມຮົບຮ່ວມ ເຊິ່ງເປັນຍົ່ວຍຸ ສປປ ເກົາຫລີ ລວມທັງຮຽກຮ້ອງໃຫ້ທຸກຝ່າຍແກ້ໄຂບັນຫາດ້ວຍການເຈລະຈາ.

