ໂຣນັລໂດ ເໜືອ ເມສຊີ ເປີດລາຍຊື່ 10 ນັກເຕະມີລາຍໄດ້ສູງສຸດຕໍ່ 1 ໂພສ




ເປີດລາຍຊື່ 10 ນັກເຕະບານທີ່ສ້າງລາຍໄດ້ສູງສຸດຕໍ່ 1 ໂພສ ໃນອິນສະຕາແກຣມ ໂຣນັລໂດ ຍັງຄອງທີ 1 ເຖິງວ່າ ເມສຊີ ໄດ້ແຊ໊ມບານໂລກ 2022.
Hopper HQ ບໍລິສັດວິເຄາະຂໍ້ມູນການຕະຫລາດໃນອິນສະຕາແກຣມ ເຜີຍຜົນການຈັດອັນນັກເຕະບານທີ່ສ້າງລາຍໄດ້ຫລາຍທີ່ສຸດຈາກການໂພສພາບ ແລະ ວີດີໂອ ທີ່ໄດ້ຮັບການສະໜັບສະໜູນໃນອິນສະຕາແກຣມ ປະຈຳປີ 2022 ໂດຍພິຈາລະນາຈາກປັດໄຈຕ່າງໆເຊ່ັນ : ການມີສ່ວນຮ່ວມໂດຍສະເລ່ຍ, ຄວາມຖີ່ໃນການໂພສ, ຈຳນວນຜູ້ຕິດຕາມ.
ຜົນປາກົດວ່າ : ຄຣິສຕຽນໂນ ໂຣນັລໂດ ຍອດດາວຍິງທີມຊາດໂປຣຕຸເກສ ທີ່ຫາກໍຍ້າຍໄປຫລິ້ນກັບສະໂມສອນ ອັລ ນາສເຊີ ທີມມະຫາເສດຖີໃນ ລີກສູງສຸດຂອງຊາອຸດິອາຣະເບຍ ຫລັງຍົກເລີກສັຍຍາກັບ ແມນເຊສເຕີ ຢູໄນເຕັດ ສະໂມສອນຊັ້ນນຳຂອງພຣີເມຍລີກ ອັງກິດ ຍັງຄອງອັນດັບ 1 ຂະນະທີ່ ລີໂອເນລ ເມສຊີ ຍອດາວຍິງຫົວໜ້າທີມຊາດອາເຈນຕີນາ ຊຸດແຊ໊ມບານໂລກ 2022 ຈາກສະໂມສອນປາຣີສ ແຊັງ ແຊັກແມັງ ຕາມມາເປັນອັນດັບ 2 ສ່ວນ ເນມາ ດາວຍິງທີມຊາດບຣາຊິລ ຫມູ່ຮ່ວມທີມເປແອສເຊ ຂອງເມສຊີ ຢູ່ອັນດັບ 3.
ສຳລັບ ຄຣິສຕຽນໂນ ໂຣນັລໂດ ໄດ້ຮັບການປະເມີນວ່າສາມາດສ້າງລາຍໄດ້ສູງເຖິງ 2 ລ້ານປອນ/ 1 ໂພສໃນອິນສະຕາແກຣມ ເນື່ອງຈາກມີຜູ້ຕິດຕາມຫລາຍ ທີ່ສຸດ ດ້ວຍຈຳນວນ 529 ລ້ານຄົນ ປະກອບກັບການມີສິນຄ້າ, ຜະລິດຕະພັນ ແລະ ບໍລິສັດຊັ້ນນຳຕ່າງໆເຂົ້າມາເປັນຜູ້ສະໜັບສະໜູນຫລາຍລາຍ ເຊ່ັນ : ໄນກີ້, ເຄລຍ, ຫລຸຍ ວິດຕອງ, ໄບແນນ (ເວັບເທຣດຄຣິບໂຕຄອບເຣນຊີ ທີ່ໃຫຍ່ທີ່ສຸດໃນໂລກ), ແອບພລີເຄຊັນ ໄລສະກໍ.
10 ອັນດັບທຳອິດ ນັກເຕະບານທີ່ສ້າງລາຍໄດ້ຫລາຍທີ່ສຸດຕໍ່ 1 ໂພສ ໃນອິນສະຕາແກຣມ ປີ 2022.
- ຄຣິສຕຽນໂນ ໂຣນັລໂດ : 2 ລ້ານປອນ/ໂພສ
- ລີໂອເນລ ເມສຊີ : 1,5 ລ້ານປອນ/ໂພສ
- ເນມາ : 784,000 ປອນ/ໂພສ
- ເດວິດ ເບັກແຮມ : 330,000 ປອນ/ໂພສ
- ໂຣນັລດິນໂຢ : 299,000 ປອນ/ໂພສ
- ຊະລາຕັນ ອິບຣາຮີໂມວິດ : 241,000 ປອນ/ໂພສ
- ໂມຮາເຫມັດ ຊາລາ : 228,000 ປອນ/ໂພສ
- ແກເຣັສ ເບລ : 212,000 ປອນ/ໂພສ
- ຫລຸຍ ຊົວເຣສ : 196,000 ປອນ/ໂພສ
- ໂທນີ ໂຄຣສ : 152,000 ປອນ/ໂພສ.