ກຽມໄດ້ວຽກໃຫມ່ ໂຣແບໂຕ ມາຕີເນສ ຕົກລົງຮັບງານຄຸມໂປຣຕຸເກສແລ້ວ

ກຽມໄດ້ວຽກໃຫມ່ ໂຣແບໂຕ ມາຕີເນສ ຕົກລົງຮັບງານຄຸມໂປຣຕຸເກສແລ້ວ -                             1 - ກຽມໄດ້ວຽກໃຫມ່ ໂຣແບໂຕ ມາຕີເນສ ຕົກລົງຮັບງານຄຸມໂປຣຕຸເກສແລ້ວ
ກຽມໄດ້ວຽກໃຫມ່ ໂຣແບໂຕ ມາຕີເນສ ຕົກລົງຮັບງານຄຸມໂປຣຕຸເກສແລ້ວ - kitchen vibe - ກຽມໄດ້ວຽກໃຫມ່ ໂຣແບໂຕ ມາຕີເນສ ຕົກລົງຮັບງານຄຸມໂປຣຕຸເກສແລ້ວ

ກຽມໄດ້ວຽກໃຫມ່ ໂຣແບໂຕ ມາຕີເນສ ຕົກລົງຮັບງານຄຸມໂປຣຕຸເກສແລ້ວ -                             1 - ກຽມໄດ້ວຽກໃຫມ່ ໂຣແບໂຕ ມາຕີເນສ ຕົກລົງຮັບງານຄຸມໂປຣຕຸເກສແລ້ວ

ໂຣແບໂຕ ມາຕີເນສ ທີ່ຫາກໍລາອອກຈາກຕຳແໜ່ງຜູ້ຈັດການທີມຊາດເບລຢ້ຽມ ຫລັງຈົບການແຂ່ງຂັນບານໂລກ 2022 ຫລ້າສຸດຕົກເປັນຂ່າວ ຕອບຕົກລົງຄຸມທີມຊາດໂປຣຕຸເກສເປັນລຳດັບຕໍ່ໄປແລ້ວ.

ກຽມໄດ້ວຽກໃຫມ່ ໂຣແບໂຕ ມາຕີເນສ ຕົກລົງຮັບງານຄຸມໂປຣຕຸເກສແລ້ວ - Visit Laos Visit SALANA BOUTIQUE HOTEL - ກຽມໄດ້ວຽກໃຫມ່ ໂຣແບໂຕ ມາຕີເນສ ຕົກລົງຮັບງານຄຸມໂປຣຕຸເກສແລ້ວ

ເວັບໄຊ Athletic ລາຍງານວ່າ ໂຣແບໂຕ ມາຕີເນສ ຜູ້ຈັດການທີມຊາວສະເປນ ຕົກລົງດ້ວຍວາຈາແລ້ວວ່າຈະມາຮັບງານຄູຝຶກ ໂປຣຕຸເກສ ຫລັງຈາກທີ່ລາວຫາກໍລາອອກຈາກຕຳແໜ່ງຜູ້ຈັດການທີມຊາດ ເບລຢ້ຽມ ເມື່ອຈົບບານໂລກ 2022.

ໂດຍ ມາຕີເນສ ປິດສາກຜົນງານກັບເບລຢ້ຽມໄດ້ໜ້າຜິດຫວັງ ນຳທີມຈອດປ້າຍພຽງຮອບແບ່ງກຸ່ມເທົ່ານັ້ນ ຂະນະທີ່ໂປຣຕຸເກສ ເຊິ່ງຕົກຮອບກ່ອນ ຮອງຊະນະເລີດບານໂລກກໍບໍ່ຜູ້ຈັດການທີມ ຫລັງຈາກທີ່ ແຟນານໂດ ຊານໂຕສ ຕັດສິນໃຈອຳລາຕຳແໜ່ງໄປແລ້ວ.

ສຳລັບ ມາຕີເນສ ຜ່ານມາທີ່ມີຂ່າວວ່າຈະຫວນກັບມາຮັບວຽກກັບສະໂມສອນອີກເທື່ອຫນຶ່ງ ຫລັງເຄີຍຄຸມທີມໃນລີກອັງກິດເຊ່ັນ ສະວອນຊ ຊິຕີ, ວີແກນ ແອດເລຕິກ ແລະ ເອຟເວີຕັນ ແຕ່ລາຍງານຫລ້າສຸດລະບຸວ່າ ລາວໄດ້ຮັບການທາບທາມຈາກທີມຊາດໂປຣຕຸເກສ ແລະ ລາວຕັດສິນໃຈຈະຮັບວຽກນີ້.

ທັງນີ້ ມາຕີເນສ ເຄີຍນຳເບລຢ້ຽມໄປໄກເຖິງຂັ້ນຄວ້າອັນດັບ 3 ບານໂລກ 2018 ສ່ວນຜົນງານກັບສະໂມສອນກໍເຄີຍນຳສະວອນຊີ ເລື່ອນຊັ້ນສູ່ລີກແຊ໊ມ ປຽນຊິບ ແລະ ເຄີຍນຳວີແກນຄວ້າແຊ໊ມເອຟເອ ຄັບ ລະດູການ 2012-13.

ກຽມໄດ້ວຽກໃຫມ່ ໂຣແບໂຕ ມາຕີເນສ ຕົກລົງຮັບງານຄຸມໂປຣຕຸເກສແລ້ວ - 3 - ກຽມໄດ້ວຽກໃຫມ່ ໂຣແບໂຕ ມາຕີເນສ ຕົກລົງຮັບງານຄຸມໂປຣຕຸເກສແລ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!