ປີ 2022 ແຂວງອຸດົມໄຊ ໄດ້ຮັບຜົນເສຍຫາຍຈາກໄພພິບັດນ້ຳຖ້ວມມູນຄ່າ ເກືອບ 300 ຕື້ກີບ

ແຫລ່ງຂ່າວແຂວງອຸດົມໄຊ ລາຍງານວ່າ: ປີ 2022 ຜ່ານມາ ແຂວງອຸດົມໄຊ ໄດ້ປະສົບໄພນໍ້າຖ້ວມເຊິ່ງໄດ້ຮັບຜົນກະທົບຈາກອິດທິພົນຂອງພະຍຸໜູນລະດູຮ້ອນມາອອນຫົວທີ 9 ເຮັດໃຫ້ມີຝົນຕົກໜັກຕິດຕໍ່ກັນເປັນເວລາຫລາຍຊົ່ວໂມງ ໂດຍສະເພາະແມ່ນພາຍໃນເດືອນສິງຫາ ໄດ້ສ້າງຜົນເສຍຫາຍໃຫ້ແກ່ 6 ເມືອງຄື: ເມືອງໄຊ, ເມືອງຫລາ, ເມືອງນາໝໍ້, ເມືອງງາ, ເມືອງແບງ ແລະ ເມືອງຮຸນ. ໃນນັ້ນ, ໜັັກໜ່ວງ ແລະ ຮ້າຍແຮງມີ 3 ເມືອງຄື: ເມືອງໄຊ, ເມືອງຫລາ ແລະ ເມືອງນາໝໍ້.
ພາຍຫລັງທີ່ເກີດໄພພິບັດ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ລົງເກັບກໍາຂໍ້ມູນໃນເບື້ອງຕົ້ນ ພ້ອມທັງໄດ້ແຕ່ງຕັ້ງຄະນະຮັບຜິດຊອບຟື້ນຟູຜົນກະທົບໄພພິບັດນໍ້າຖ້ວມ ຢູ່ບັນດາເມືອງທີ່ໄດ້ຮັບຜົນເສຍຫາຍໜັກໂດຍສະເພາະແມ່ນ 3 ເມືອງດັ່ງກ່າວ ເພື່ອປຸກລະດົມບັນດາວັດຖຸ, ປັດໄຈ, ເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງສຸຂະອະນາໄມຕ່າງໆທັງພາຍໃນ ແລະ ຕ່າງປະເທດ ພ້ອມທັງແຈກຢາຍເຄື່ອງດັ່ງກ່າວໃຫ້ກັບຜູ້ປະສົບເຄາະຮ້າຍຈາກໄພພິບັດໄດ້ທັນເວລາ ແລະ ໄດ້ລະດົມກຳລັງ ປກຊ-ປກສ, ກໍາລັງຊາວໜຸ່ມຕະລຸມບອນຂອງແຕ່ລະພະແນກການສົມທົບກັບປະຊາຊົນ ແລະ ແຕ່ລະພະແນກການ ເພື່ອເລັ່ງສ້ອມແປງເສັ້ນທາງ, ລະບົບໄຟຟ້າ, ລະບົບການສື່ສານ, ອະນາໄມສິ່ງກີດຂວາງຊະນິດຕ່າງໆ ແລະ ຊ່ວຍປຸກສ້າງເຮືອນໃຫ້ປະຊາຊົນທີ່ປະສົບໄພພິບັດຮ້າຍແຮງຈໍານວນໜຶ່ງເພື່ອຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຢ່າງໄວວາ.
ຜ່ານການລົງເກັບກຳຂໍ້ມູນຕົວຈິງເຫັນວ່າມີປະຊາຊົນທີ່ໄດ້ຮັບຜົນກະທົບທັງໝົດຈໍານວນ 102 ບ້ານ, 3,953 ຫລັງຄາເຮືອນ, 20,484 ຄົນ, ຍິງ 10,160 ຄົນ, ສ້າງຄວາມເສຍຫາຍ 56 ບ້ານ, ມີ 1,023 ຄອບຄົວ, 5,372 ຄົນ, ຍິງ 2,613 ຄົນ, ໃນນີ້, ຜົນເສຍຫາຍຮ້າຍແຮງ ຢູ່ໃນ 3 ເມືອງຄື: ເມືອງໄຊ, ເມືອງຫລາ ແລະ ເມືອງນາໝໍ້ ມີທັງໝົດ 50 ບ້ານ, ມີ 940 ຫລັງຄາເຮືອນ, 4,839 ຄົນ, ຍິງ 2,393 ຄົນ. ສັງລວມບັນດາໂຄງການຕ່າງໆ ລວມມີຈໍານວນ 25 ໂຄງການບູລິມະສິດເພື່ອຟື້ນຟູຫລັງໄພພິບັດ ແລະ ໂຄງການທີ່ສະເໜີຫາລັດຖະບານ ຄື: ຂົງເຂດກະສິກໍາ ແລະ ປ່າໄມ້ ຈໍານວນ 12 ໂຄງການ ມູນຄ່າ: 10 ຕື້ 761 ກວ່າ ລ້ານກີບ, ຂົງເຂດໂຍທາທິການ ແລະ ຂົນສົ່ງ 9 ໂຄງການ ມູນຄ່າ: 23 ຕື້ 111 ກວ່າລ້ານກີບ, ຂົງເຂດພະລັງງານ ແລະ ບໍ່ແຮ່ 3 ໂຄງການ ມູນຄ່າ 2 ຕື້ 394 ກວ່າລ້ານກີບ, ຂົງເຂດສາທາລະນະສຸກ 2 ໂຄງການ ມູນຄ່າ: 830 ກວ່າລ້ານກີບ, ຂົງເຂດພະແນກ ແຮງງານ ແລະ ສະຫວັດດີການສັງຄົມ 4 ໂຄງການ ມູນຄ່າ 4 ຕື້ 803 ກວ່າລ້ານກີບ.
ຜ່ານການລົງປະເມີນສຸກເສີນຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມ ແລະ ທິມງານຈາກສູນກາງໃນທົ່ວແຂວງ ເຫັນວ່າມູນຄ່າເສຍຫາຍທັງໝົດ 293 ຕື້ 446 ກວ່າລ້ານກີບ.