ປກສ ແຂວງຄຳມ່ວນ ຢຶດຢາບ້າ 14.000 ກວ່າເມັດ ນຳຕົວຜູ້ຖືກຫາ 3 ຄົນ ມາດຳເນີນຄະດີ

ປກສ ແຂວງຄຳມ່ວນ ຢຶດຢາບ້າ 14.000 ກວ່າເມັດ ນຳຕົວຜູ້ຖືກຫາ 3 ຄົນ ມາດຳເນີນຄະດີ - 324739666 543738007795902 4575118408379811704 n - ປກສ ແຂວງຄຳມ່ວນ ຢຶດຢາບ້າ 14.000 ກວ່າເມັດ ນຳຕົວຜູ້ຖືກຫາ 3 ຄົນ ມາດຳເນີນຄະດີ
ປກສ ແຂວງຄຳມ່ວນ ຢຶດຢາບ້າ 14.000 ກວ່າເມັດ ນຳຕົວຜູ້ຖືກຫາ 3 ຄົນ ມາດຳເນີນຄະດີ - kitchen vibe - ປກສ ແຂວງຄຳມ່ວນ ຢຶດຢາບ້າ 14.000 ກວ່າເມັດ ນຳຕົວຜູ້ຖືກຫາ 3 ຄົນ ມາດຳເນີນຄະດີ

ເຈົ້າໜ້າທີ່ພະແນກຕຳຫລວດສະກັດກັ້້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ ຢຶດຢາເສບຕິດ ປະເພດຢາບ້າໄດ້ 14.401 ເມັດ ພ້ອມກັກຕົວຜູ້ຖືກຫາໄດ້ 3 ຄົນ ມາດໍາເນີນຄະດີຕາມກົດໝາຍ.

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນວັນທີ 6 ມັງກອນ 2023 ໄດ້ຮັບລາຍງານຈາກແຫລ່ງຂ່າວວ່າ ມີໄວໜຸ່ມ 2 ຄົນ ກໍາລັງຂັບຂີ່ລົດຈັກໄປສົ່ງຢາບ້າຢູ່ເຂດ ບ້ານ ໂພນສູງ ເມືອງຫີນບູນ ແຂວງຄຳມ່ວນ, ຮອດເວລາ 12:00 ໂມງ ຂອງວັນດຽວກັນ ຈຶ່ງໄດ້ພົບເຫັນເປົ້າໝາຍ 2 ຄົນ ຂັບຂີ່ລົດຈັກ ບໍ່ມີປ້າຍທະບຽນ, ມາສົ່ງຢາເສບຕິດຢູ່ທີ່ຈຸດນັດໝາຍ. ໃນຂະນະທີ່ພວກກ່ຽວກຳລັງຊື້-ຂາຍຢາເສບຕິດກັນຢູ່ນັ້ນ ທາງເຈົ້າໜ້າທີ່ໄດ້ເຂົ້າກັກຕົວເປົ້າໝາຍ ໄດ້ 2 ຄົນ ພ້ອມຂອງກາງຢາບ້າຈຳນວນ 7 ມັດ ເທົ່າກັບ 14.000 ເມັດ ຊື່ ນາງ ຄຳຮູ້ ອາຍຸ 34 ປີ ແລະ ທ້າວ ເອັມ ວົງທອງຈິດ ອາຍຸ 22 ປີ ທັງສອງຢູ່ບ້ານສອງຫ້ອງ ເມືອງຫີນບູນ ແຂວງຄຳມ່ວນ.

ຜ່ານການສອບສວນ ນາງ ຄຳຮູ້ ແລະ ທ້າວ ເອັມ ພວກກ່ຽວຮັບສາລະພາບວ່າ  ຢາບ້າຈຳນວນດັ່ງກ່າວ ແມ່ນໄດ້ຊື້ມາຈາກ  ທ້າວ ບຸນທະວີ ຄຳພາວົງ ອາຍຸ 29 ປີ ປະຊາຊົນ ຢູ່ບ້ານ ທົ່ງນາມີ ເມືອງປາກກະດິງ ແຂວງ ບໍລິຄຳໄຊ, ຈາກນັ້ນ ເຈົ້າໜ້າທີ່ຕຳຫລວດວິຊາສະເພາະຈຶ່ງໄດ້ປະສານສົມທົບກັບອຳນາດການປົກຄອງບ້ານ ທົ່ງນາມີ ເພື່ຶອທຳການກວດຄົ້ນເຮືອນຂອງ ທ້າວ ເອັມ ພົບເຫັນຢາບ້າ 2 ຖົງ ເທົ່າກັບ 401 ເມັດ ພ້ອມທັງຕິດຕາມນຳກັກຕົວ ທ້າວ ບຸນທະວີ ຄຳພູວົງມາດຳເນີນຄະດີຕາມລະບຽບກົດໝາຍ.

ປກສ ແຂວງຄຳມ່ວນ ຢຶດຢາບ້າ 14.000 ກວ່າເມັດ ນຳຕົວຜູ້ຖືກຫາ 3 ຄົນ ມາດຳເນີນຄະດີ - 3 - ປກສ ແຂວງຄຳມ່ວນ ຢຶດຢາບ້າ 14.000 ກວ່າເມັດ ນຳຕົວຜູ້ຖືກຫາ 3 ຄົນ ມາດຳເນີນຄະດີ
ປກສ ແຂວງຄຳມ່ວນ ຢຶດຢາບ້າ 14.000 ກວ່າເມັດ ນຳຕົວຜູ້ຖືກຫາ 3 ຄົນ ມາດຳເນີນຄະດີ - 5 - ປກສ ແຂວງຄຳມ່ວນ ຢຶດຢາບ້າ 14.000 ກວ່າເມັດ ນຳຕົວຜູ້ຖືກຫາ 3 ຄົນ ມາດຳເນີນຄະດີ
ປກສ ແຂວງຄຳມ່ວນ ຢຶດຢາບ້າ 14.000 ກວ່າເມັດ ນຳຕົວຜູ້ຖືກຫາ 3 ຄົນ ມາດຳເນີນຄະດີ - 4 - ປກສ ແຂວງຄຳມ່ວນ ຢຶດຢາບ້າ 14.000 ກວ່າເມັດ ນຳຕົວຜູ້ຖືກຫາ 3 ຄົນ ມາດຳເນີນຄະດີ