ເຈົ້າແຂວງໆເຊກອງ ເນັ້ນການນຳ-ພະນັງານ ທນບ ຫັນປ່ຽນສູ່ອັນໃໝ່ຕັ້ງໜ້າກວ່າເກົ່າ


ເມື່ອບໍ່ດົນມານີ້, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງໆເຊກອງ ໄດ້ຊີ້ນໍາການນຳ ແລະ ພະນັກງານທະນາຄານນະໂຍບາຍໃຫ້ຫັນປ່ຽນສູ່ອັນໃໝ່ຢ່າງຕັ້ງໜ້າ ໂດຍເນັ້ນສືບຕໍ່ປະສານງານກັບອົງການປົກຄອງທ້ອງ ຖິ່ນກໍຄືຄະນະກໍາມະການຄຸ້ມຄອງສິນເຊື່ອແຂວງ ແລະ ເມືອງໃຫ້ກົມກຽວ.
ຂະນະດຽວກັນກໍໃຫ້ເລັ່ງແກ້ໄຂ ບັນຫາໜີ້ສິນ, ຜັນຂະຫຍາຍການຄຸ້ມຄອງສິນເຊື່ອ, ການປ່ອຍສິນເຊື່ອໃຫ້ວ່ອງໄວ, ທັນການ, ນໍາໃຊ້ໃຫ້ມີປະສິດທິພາບ ແລະ ຖືກເປົ້າໝາຍເພື່ອປະກອບສ່ວນສ້າງອາຊີບ, ສ້າງວຽກເຮັດງານທໍາ, ສ້າງລາຍໄດ້ທີ່ໝັ້ນຄົງ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຕາມແນວທາງນະໂຍບາຍຂອງພັກ-ລັດຖະບານວາງອອກຫລັງເຫັນວ່າ: ປີ 2023 ທນບ ຈະສຸມໃສ່ສືບຕໍ່ເກັບກູ້ໜີ້ສິນຕົ້ນທຶນໃຫ້ໄດ້ 13,11 ຕື້ກີບ; ເກັບດອກເບ້ຍໃຫ້ໄດ້ 13,66 ຕື້ກີບ ແລະ ສະເໜີສໍານັກງານໃຫຍ່ ທນບ ຄົ້ນຄວ້າອະນຸມັດແຫລ່ງທຶນສະໜອງສິນເຊື່ອປະຈໍາປີ 12,42 ຕື້ກີບເພື່ອສະໜອງສິນເຊື່ອໃຫ້ແກ່ເມືອງກະລຶມ 658 ລ້ານກີບ; ເມືອງດາກຈຶງ 1,6 ຕື້ກວ່າກີບ; ເມືອງລະມາມ 5,32 ຕື້ກີບ ແລະ ເມືອງທ່າແຕງ 4,84 ຕື້ກີບ.
ປີ 2022, ທນບ ສາມາດເກັບຕົ້ນໄດ້ 5,76 ຕື້ກີບບັນລຸ 76,8% ຂອງແຜນການປີ, ປ່ອຍສິນເຊື່ອ 7,2 ຕື້ກວ່າກີບບັນລຸ 92% ຂອງແຜນການປີ, ໃນນີ້ໄດ້ສະໜອງເຂົ້າໃນໂຄງການປູກຝັງ 5,7 ຕື້ກວ່າກີບ ກວມເກືອບ 80%; ລ້ຽງສັດ 1,1 ຕື້ກວ່າກີບ ກວມກວ່າ 16%; ຫັດຖະກໍາ 35 ລ້ານກີບ ກວມ 0,48% ແລະ ບໍລິການ 400 ລ້ານກີບ ກວມ 5,54% ຂອງຍອດສິນເຊື່ອທັງໝົດ.