ໄຟເຊີ ປະກາດຂາຍຢາໃນລາຄາບໍ່ຫວັງຜົນກຳໄລ ຕໍ່ປະເທດທຸກຍາກທົ່ວໂລກ

ໄຟເຊີ ປະກາດຂາຍຢາໃນລາຄາບໍ່ຫວັງຜົນກຳໄລ ຕໍ່ປະເທດທຸກຍາກທົ່ວໂລກ - PFIZER success story - ໄຟເຊີ ປະກາດຂາຍຢາໃນລາຄາບໍ່ຫວັງຜົນກຳໄລ ຕໍ່ປະເທດທຸກຍາກທົ່ວໂລກ
ໄຟເຊີ ປະກາດຂາຍຢາໃນລາຄາບໍ່ຫວັງຜົນກຳໄລ ຕໍ່ປະເທດທຸກຍາກທົ່ວໂລກ - kitchen vibe - ໄຟເຊີ ປະກາດຂາຍຢາໃນລາຄາບໍ່ຫວັງຜົນກຳໄລ ຕໍ່ປະເທດທຸກຍາກທົ່ວໂລກ

ໄຟເຊີ ອິງ ເຊິ່ງເປັນບໍລິສັດການຢາລາຍໃຫຍ່ທີ່ສຸດຂອງອາເມລິກາ ປະກາດສະເໜີຂາຍຢາຂອງບໍລິສັດໃນລາຄາທີ່ບໍ່ຫວັງຜົນກຳໄລຕໍ່ກຸ່ມປະເທດລາຍໄດ້ຕໍ່າທົ່ວໂລກຈຳນວນ 45 ປະເທດ.

ທັງນີ້, ໄຟເຊີລະບຸວ່າ: ຜະລິດຕະພັນຢາຈຳນວນ 500 ລາຍການທີ່ຢູ່ໃນໂຄງການ “An Accord for a Healthier World” ຈະຖືກຕັ້ງລາຄາທີ່ບໍ່ຫວັງຜົນກຳໄລເພື່ອສະໜັບສະໜູນໃຫ້ປະເທດທຸກຍາກທີ່ສຸດຂອງໂລກສາມາດເຂົ້າເຖິງການປິ່ນປົວທາງການແພດ.

ໄຟເຊີ ປະກາດຂາຍຢາໃນລາຄາບໍ່ຫວັງຜົນກຳໄລ ຕໍ່ປະເທດທຸກຍາກທົ່ວໂລກ - Visit Laos Visit SALANA BOUTIQUE HOTEL - ໄຟເຊີ ປະກາດຂາຍຢາໃນລາຄາບໍ່ຫວັງຜົນກຳໄລ ຕໍ່ປະເທດທຸກຍາກທົ່ວໂລກ

ໄຟເຊີໄດ້ເລີ່ມສ້າງຕັ້ງໂຄງການດັ່ງກ່າວໃນເດືອນພະຈິກ 2022 ໂດຍເວລານັ້ນມີພຽງຜະລິດຕະພັນທີ່ມີລິຂະສິດ ລວມທັງຢາແພກໂລວິດ ເຊິ່ງເປັນຢາປິ່ນປົວພະຍາດໂຄວິດ-19 ແລະ ຢາ Ibrance ເຊິ່ງເປັນຢາປິ່ນປົວພະຍາດມະເຮັງເຕົ້ານົມລວມຢູ່ໃນໂຄງການເທົ່ານັ້ນ.

ສຳລັບປະເທດໃນອາຊີຕາເວັນອອກສຽງໃຕ້ມີພຽງ 3 ປະເທດທີ່ຢູ່ໃນໂຄງການດັ່ງກ່າວ ໄດ້ແກ່ ສປປ ລາວ, ມຽນມາ ແລະ ກຳປູເຈຍ, ສ່ວນໄທ, ອິນໂດເນເຊຍ, ຟີລິບປິນ, ຫວຽດນາມ, ບຣູໄນ, ມາເລເຊຍ ແລະ ສິງກະໂປ ບໍ່ຢູ່ໃນລາຍຊື່ດັ່ງກ່າວ.

ທັງນີ້, ລາຍຊື່ 45 ປະເທດທີ່ຢູ່ໃນໂຄງການ “An Accord for a Healthier World” ໄດ້ແກ່: Afghanistan, Bangladesh, Benin, Burkina Faso, Burundi, Cambodia, Central African Republic, Chad, Comoros, Congo DR, Eritrea, Ethiopia, Gambia, Ghana, Guinea, Guinea-Bissau, Haiti, Kenya, Kyrgyzstan, Laos, Liberia, Madagascar, Malawi, Mali, Mauritania, Mozambique, Myanmar, Nepal, Niger, North Korea, Rwanda, Senegal, Sierra Leone, Solomon Islands, Somalia, South Sudan, Sudan, Syria, Tajikistan, Tanzania, Togo, Uganda, Yemen, Zambia, Zimbabwe.

ໄຟເຊີ ປະກາດຂາຍຢາໃນລາຄາບໍ່ຫວັງຜົນກຳໄລ ຕໍ່ປະເທດທຸກຍາກທົ່ວໂລກ - 4 - ໄຟເຊີ ປະກາດຂາຍຢາໃນລາຄາບໍ່ຫວັງຜົນກຳໄລ ຕໍ່ປະເທດທຸກຍາກທົ່ວໂລກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!