ມອບ-ຮັບ ການບູລະນະອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ຂອງ ຢູນີເທວ ໃຫ້ຄະນະປະຕິບັດງານພິເສດລັດຖະບານ

ວັນທີ 18 ມັງກອນ 2023, ບໍລິສັດ ສະຕາ ໂທລະຄົມ ຈໍາກັດ (ຢູນິເທວ) ໄດ້ຈັດພິທີມອບ-ຮັບ ການບູລະນະອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ທີ່ແຂວງຊຽງຂວາງ. ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ຟານ ມິງ ຈຽນ ຮອງເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ສະຫາຍ ພັນເອກ ພິເສດ ຫວໍ ວັນ ທົ້ງ ທີ່ປຶກສາທູດຝ່າຍປ້ອງກັນຊາດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ສະຫາຍ ນາງ ບົວສີ ນາຖາວົງ ປະທານແນວລາວສ້າງຊາດ ແຂວງຊຽງຂວາງ, ສະຫາຍ ພົນຈັດຕະວາ ສີທາ ດວງມາລາ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ, ຮອງຫົວໜ້າ ຄະນະປະຕິບັດງານພິເສດ ລັດຖະບານລາວ, ຜູ້ປະຈໍາການ, ສະຫາຍ ເຈິນ ຈຸງ ຮຶງ ຜູ້ອຳນວຍການໃຫຍ່ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ພ້ອມດ້ວຍຄະນະ.
ໃນພິທີ ສະຫາຍ ບີມົວ ໄຟດາເຢຍຈ່າ ຕາງໜ້າຄະນະອຳນວຍການໃຫຍ່ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ມີຄໍາເຫັນວ່າ: ອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ແຫ່ງນີ້ໄດ້ຮັບການກໍ່ສ້າງ ແລະ ເປີດນໍາໃຊ້ຢ່າງເປັນທາງການ ໃນທ້າຍປີ 1998 ເປັນຕົ້ນມາ, ລວມອາຍຸນໍາໃຊ້ມາຮອດປັດຈຸບັນແມ່ນ 24 ປີ ແລະ ມີຫລາຍຈຸດທີ່ຊຸດໂຊມ ຕ້ອງໄດ້ຮັບການປັບປຸງຄືນໃໝ່.
ເພື່ອເປັນການປົກປັກຮັກສາ ແລະ ບູລະນະອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ເຊິ່ງເປັນສັນຍາລັກແຫ່ງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ, ສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ກໍຄືການເສຍສະຫລະຊີວິດເລືອດເນື້ອເພື່ອການປະຕິວັດຂອງນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ເພື່ອຊ່ວຍເຫຼືອລາວໃນການຕໍ່ສູ້ກູ້ຊາດຕ້ານການຮຸກຮານຂອງຈັກກະພັດຕ່າງດ້າວ.
ເພື່ອຈາລຶກເຖິງຄຸນງາມຄວາມດີໃຫ້ສືບທອດຮອດຮຸ່ນລູກຮຸ່ນຫລານ ແລະ ເປັນສະຖານທີ່ສັກກະລະບູຊາ ສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນ ຕໍ່ນັກຮົບປະຕິວັດອາສາສະໝັກຫວຽດນາມ ທີ່ໄດ້ເສຍສະຫລະຊີວິດ ໃນສະໝໍລະພູມປ້ອງກັນປະເທດຊາດເພື່ອຊ່ວຍເຫລືອລາວ ໂດຍສະເພາະແມ່ນປະຊາຊົນ ຊາວແຂວງຊຽງຂວາງຢ່າງພິລະອາດຫານ ແລະ ເປັນການສະເຫລີມສະຫລອງ ຄົບຮອບ 60 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ-ຫວຽດນາມ ຄົບຮອບ 45 ປີ.
ບໍລິສັດ ສະຕາ ໂທລະຄົມ ມີຄວາມພາກພູມໃຈຢ່າງຍິ່ງ ທີ່ໄດ້ຮັບຄວາມເຊື່ອໝັ້ນຈາກການນໍາສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ໄດ້ຕົກລົງມອບໂຄງການບູລະນະປະຕິສັງຂອນອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ແຫ່ງນີ້ ໃຫ້ແກ່ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ (ຢູນີເທວ) ເຊິ່ງເປັນບໍລິສັດຮ່ວມມືລົງທຶນລະຫວ່າງສອງກະຊວງປ້ອງກັນປະເທດ ທີ່ປະສົບຜົນສໍາເລັດທີ່ສຸດ ຢູ່ ສປປ ລາວ, ຕາງໜ້າໃຫ້ແກ່ສອງ ກະຊວງປ້ອງກັນປະເທດ ຊ່ວຍສະໜັບສະໜູນອຸປະຖໍາທາງດ້ານງົບປະມານໃນການບູລະນະປັບປຸງຄືນໃໝ່ ໃຫ້ສວຍງາມຖືກຕ້ອງຕາມຮີດຄອງປະເພນີ ແລະ ການກໍານົດຂອງລັດຖະບານ.
ໂດຍໄດ້ຮັບການອະນຸຍາດຈາກລັດຖະມົນຕີກະຊວງປ້ອງກັນປະເທດ, ການບູລະນະປັບປຸງອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ແຫ່ງນີ້ ໄດ້ເລີ່ມປະຕິບັດ ແຕ່ວັນທີ 17 ຕຸລາ 2022 ຕາມໜ້າວຽກບູລະນະທີ່ໄດ້ຮັບການອະນຸມັດ ແລະ ສໍາເລັດໜ້າວຽກທັງໝົດ ໃນວັນທີ 22 ທັນວາ 2022 ລວມເປັນມູນຄ່າທັງໝົດ 7 ຕື້ກີບ. ໂດຍແມ່ນ ບໍລິສັດ ລາວິນາໂກ 36 ຈໍາກັດຜູ້ດຽວ ເປັນຮັບເໝົາສ້ອມແປງ.
ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ໄດ້ເຮັດສໍາເລັດໜ້າທີ່ ໃນການບູລະນະປະຕິສັງຂອນອະນຸສາວະລີຮ່ວມສໍາພັນສູ້ຮົບ ລາວ-ຫວຽດ ຄືນໃໝ່ຢ່າງສົມບູນ ເປັນທີ່ຮຽບຮ້ອຍ ແລະ ຂໍມອບໜ້າທີ່ການປົກປັກຮັກສາອະນຸສາວະລີແຫ່ງນີ້ ໃຫ້ຄະນະປະຕິບັດງານພິເສດລັດຖະບານ ເປັນຜູ້ສືບຕໍ່ຄຸ້ມຄອງນໍາໃຊ້ໃຫ້ຖືກຕ້ອງຕາມການຕົກລົງຂອງລັດຖະບານ ແລະ ຮີດຄອງປະເພນີຂອງ ສປປ ລາວ.