ກຽມທົດລອງປ່ອຍຍຸງລາຍທີ່ມີເຊື້ອໂວບັກເຄຍ ໄປປະສົມພັນກັບຍຸງລາຍທີ່ມີເຊື້ອພະຍາດ ໃຫ້ກາຍເປັນຍຸງບໍ່ມີເຊື້ອອັນຕະລາຍ

ກຽມທົດລອງປ່ອຍຍຸງລາຍທີ່ມີເຊື້ອໂວບັກເຄຍ ໄປປະສົມພັນກັບຍຸງລາຍທີ່ມີເຊື້ອພະຍາດ ໃຫ້ກາຍເປັນຍຸງບໍ່ມີເຊື້ອອັນຕະລາຍ - WhatsApp Image 2023 01 19 at 21 - ກຽມທົດລອງປ່ອຍຍຸງລາຍທີ່ມີເຊື້ອໂວບັກເຄຍ ໄປປະສົມພັນກັບຍຸງລາຍທີ່ມີເຊື້ອພະຍາດ ໃຫ້ກາຍເປັນຍຸງບໍ່ມີເຊື້ອອັນຕະລາຍ
ກຽມທົດລອງປ່ອຍຍຸງລາຍທີ່ມີເຊື້ອໂວບັກເຄຍ ໄປປະສົມພັນກັບຍຸງລາຍທີ່ມີເຊື້ອພະຍາດ ໃຫ້ກາຍເປັນຍຸງບໍ່ມີເຊື້ອອັນຕະລາຍ - kitchen vibe - ກຽມທົດລອງປ່ອຍຍຸງລາຍທີ່ມີເຊື້ອໂວບັກເຄຍ ໄປປະສົມພັນກັບຍຸງລາຍທີ່ມີເຊື້ອພະຍາດ ໃຫ້ກາຍເປັນຍຸງບໍ່ມີເຊື້ອອັນຕະລາຍ

ທ່ານນາງ ພຸດມະນີ ທຳມະວົງ ຜູ້ຈັດການໂຄງການ ຄວບຄຸມປະຊາກອນຍຸງໂລກ ປະຈຳອົງການຊ່ວຍເຫລືອເດັກສາກົນ ປະຈຳລາວ ໄດ້ລາຍງານ ກອງປະຊຸມວິຊາການດ້ານການໂຄສະນາສື່ສານຜ່ານສື່ມວນຊົນ ແລະ ການມີສ່ວນຮ່ວມໂຄງການທົດລອງການຈັດຕັ້ງປະຕິບັດ ວິທີການນຳໃຊ້ຍຸງລາຍບ້ານ  ໃນວັນທີ 19 ມັງກອນ 2023 ວ່າ:

ຍຸງລາຍບ້ານທີ່ມີເຊື້ອ ໂວບັກເຄຍ ມີພູມຕ້ານທານທີ່ສາມາດຢຸດຢັ້ງເຊື້ອໄວຣັສພາຍໃນໂຕມັນເອງ, ເວລາຍຸງດັ່ງກ່າວໄປກັດຜູ້ປ່ວຍໄຂ້ຍຸງລາຍ ຫລື ພະຍາດອື່ນໆ ທີ່ມີຍຸງລາຍເປັນພາຫະນຳເຊື້ອ ຈະບໍ່ສາມາດສົ່ງຕໍ່ພະຍາດດັ່ງກ່າວໄດ້.
ຜ່ານການຄົ້ນຄວ້າວິໄຈໂຄງການຄວບຄຸມປະຊາກອນຍຸງໂລກ ສະແດງໃຫ້ເຫັນວ່າ ການປ່ອຍຍຸງລາຍບ້ານ ທີ່ມີເຊື້ອໂວບັກເຄຍ ຈະສາມາດຫລຸດຜ່ອນ ການສົ່ງຕໍ່ເຊື້ອໄຂ້ຊະນິດດັ່ງກ່າວໄດ້ ເບື້ອງຕົ້ນຈະນຳເອົາຍຸງລາຍບ້ານທີ່ຖືເຊື້ອ ໂວບັກເຄຍ ໄປປ່ອຍໃນເຂດພື້ນທີ່ ທີ່ມີການລະບາດຂອງໄຂ້ຍຸງລາຍ ເພື່ອໃຫ້ມີການປະສົມພັນກັບຍຸງທະມະຊາດ ຈະເຮັດໃຫ້ຈໍານວນຍຸງທີ່ມີເຊື້ອໂວບັກເຄຍ ແຜ່ຂະຫຍາຍເພີ່ມຂຶ້ນ ແລະ ມີຄວາມປອດໄພຕໍ່ຄົນ, ສັດ ແລະ ສິ່ງແວດລ້ອມ.

ກຽມທົດລອງປ່ອຍຍຸງລາຍທີ່ມີເຊື້ອໂວບັກເຄຍ ໄປປະສົມພັນກັບຍຸງລາຍທີ່ມີເຊື້ອພະຍາດ ໃຫ້ກາຍເປັນຍຸງບໍ່ມີເຊື້ອອັນຕະລາຍ - Visit Laos Visit SALANA BOUTIQUE HOTEL - ກຽມທົດລອງປ່ອຍຍຸງລາຍທີ່ມີເຊື້ອໂວບັກເຄຍ ໄປປະສົມພັນກັບຍຸງລາຍທີ່ມີເຊື້ອພະຍາດ ໃຫ້ກາຍເປັນຍຸງບໍ່ມີເຊື້ອອັນຕະລາຍ

ເບື້ອງຕົ້ນຄາດວ່າຈະທົດລອງ ຢູ່ເມືອງຈັນທະບູລີ ແລະ ເມືອງໄຊເສດຖາ ໃນ 32 ບ້ານ, ໃ້ເວລາທົດລອງປ່ອຍ 20 ອາທິດ ໃນພື້ນທີ່ 50×50 ແມັດ/ຈອກປ່ອຍຍຸງ 1 ໜ່ວຍ. ໄລຍະປ່ອຍຍຸງ ແລະ ຫລັງປ່ອຍຍຸງ ປະຊາຊົນ ຫລື ແຕ່ລະຄົວເຮືອນ ສາມາດປະຕິບັດມາດຕະການ ປ້ອງກັນ ແລະ ຄຸ້ມຄອງພາຫະນະນຳເຊື້ອຕາມປົກກະຕິ ໝາຍຄວາມວ່າ ປະຊາຊົນສາມາດທຳລາຍແຫລ່ງແພ່ພັນຍຸງໄດ້ ແຕ່ຫ້າມທຳລາຍຈອກບັນຈຸຍຸງຂອງໂຄງການຢ່າງເດັດຂາດ.

ເຖິງຢ່າງໃດກໍຕາມ ພວກເຮົາບໍ່ສາມາດຮູ້ ຫລື ຈໍາແນກຍຸງລາຍບ້ານ ທີ່ມີເຊື້ອ ແລະ ຍຸງລາຍບ້ານທີ່ບໍ່ມີເຊື້ອໄດ້ ດ້ວຍການສໍາຜັດ ຫລື ເບິ່ງດ້ວຍຕາເປົ່າ ນອກຈາກການເອົາຕົວຢ່າງຍຸງໄປເຮັດການວິໄຈຢູ່ຫ້ອງທົດລອງ (ຫ້ອງແລັບ) ເຊິ່ງທີມງານວິຊາການ ຈະລົງຕິດຕາມກວດກາຜົນທຸກໆ 2 ອາທິດ ແລະ ຫລັງປ່ອຍຍຸງ ຈະສືບຕໍ່ລົງຕິດຕາມຜົນທຸກໆ 4 ອາທິດ ເພື່ອເກັບເອົາຕົວຢ່າງຍຸງລາຍບ້ານ ຢູ່ໃນພື້ນທີ່ປ່ອຍຍຸງ ແລ້ວສົ່ງໄປວິໄຈ ເພື່ອຈະຮູ້ວ່າຍຸງຢູ່ພື້ນທີ່ ປ່ອຍຍຸງນັ້ນມີເຊື້ອ ໂວບັກເຄຍ ຫລາຍໜ້ອຍສ່ຳໃດ.

 

ກຽມທົດລອງປ່ອຍຍຸງລາຍທີ່ມີເຊື້ອໂວບັກເຄຍ ໄປປະສົມພັນກັບຍຸງລາຍທີ່ມີເຊື້ອພະຍາດ ໃຫ້ກາຍເປັນຍຸງບໍ່ມີເຊື້ອອັນຕະລາຍ - 3 - ກຽມທົດລອງປ່ອຍຍຸງລາຍທີ່ມີເຊື້ອໂວບັກເຄຍ ໄປປະສົມພັນກັບຍຸງລາຍທີ່ມີເຊື້ອພະຍາດ ໃຫ້ກາຍເປັນຍຸງບໍ່ມີເຊື້ອອັນຕະລາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!