ໄມໂຄຊອບ ເປີດຕົວ Surface Pro ຮຸ່ມໃຫມ່ຫລ້າສຸດ




ໄມໂຄຊອບ ເປີດຕົວ Surface Pro ຮຸ່ມໃຫມ່ຫລ້າສຸດ ທີ່ມາພ້ອມພະລັງງານແບັດເຕີຣີໃຊ້ງານຕໍ່ເນື່ອງໄດ້ດົນເຖິງ 13,5 ຊົ່ວໂມງ, ໜ້າຈໍສໍາຜັດ Pixel Sense™ ຂະໜາດ 12,3 ນິ້ວ ອັດແໜ້ນໄປດ້ວຍຂຸມພະລັງຈາກ Intel 7thGeneration ເຮັດວຽກໄດ້ໄວກວ່າ Surface Pro 3 ຮຸ່ນກ່ອນເຖິງ 2,3 ເທົ່າ ບໍ່ພຽງແຕ່ໃຊ້ໄດ້ວ່ອງໄວຂຶ້ນເທົ່ານັ້ນ Surface Pro ຮຸ່ນໃຫມ່ຫລ້າສຸດ ທີ່ມາພ້ອມການອອກແບບໃຫມ່ ບໍ່ມີພັດລົມ ຈຶ່ງເຮັດວຽກໄດ້ຢ່າງມິດງຽບ ບໍ່ມີສຽງພັດລົມລົບກວນໃຈ, ເຄື່ອງບາງພຽງ 8,5 ມິນລິແມັດ ໂດຍນໍ້າໜັກເລີ່ມຕົ້ນທີ່ 0,76 ກຣາມ ເຮັດໃຫ້ສາມາດພົກພາໄດ້ສະດວກສະບາຍ.


ນອກຈາກອັບເກດຕົວເຄື່ອງແລ້ວ ຍັງສາມາດເຮັດວຽກໄດ້ຢ່າງລົງຕົວ ຮ່ວມກັບອຸປະກອນເສີມເຊັ່ນ: Surface Pen ທີ່ຕອບສະໜອງແຮງກົດໄດ້ຫຼາຍກວ່າເກົ່າເຖິງ 4 ເທົ່າ, Surface Pro Type Cover ຫຸ້ມດ້ວຍວັດສະດຸ Alcantara ເຮັດໃຫ້ມີຄວາມສວຍງາມ, ທົນທານ ແລະ ຮັກສາງ່າຍ, Surface Arc Mouse ປັບຄວາມໂຄ້ງງໍຫຼາຍລະດັບ ເຂົ້າກັບຮູບຮ່າງມືຂອງຜູ້ໃຊ້.


ສ່ວນຂອງຊອບແວ Surface Pro ຮຸ່ມໃຫມ່ຫລ້າສຸດ ໃຊ້ຮ່ວມກັບ Microsoft Office 365 ພ້ອມຟີເຈີໃຫມ່ ໃນ Word, Excel, PowerPoint ທີ່ດີກວ່າເກົ່າ, ຮອງຮັບການໃຊ້ງານ Windows Hello ກັບ Windows 10 Creators Update ໄດ້.