ສຳນັກຂ່າວ CRI ປະຈຳລາວ ຈັດກິດຈະກຳສະຫລອງປີໃໝ່ຈີນ
January 23, 2023 - 1:07 PM


ວັນທີ 20 ມັງກອນ 2023 ຢູ່ວິທະຍຸສາກົນແຫ່ງປະເທດຈີນປະຈໍາລາວ (CRI) ໄດ້ສະເຫລີມສະຫລອງປີໃໝ່ຈີນ ໂດຍທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ສະຫວັນຄອນ ລາຊະມົນຕີ ປະທານສະມາຄົມນັກຂ່າວ, ຕາງໜ້າບັນດາສຳນັກຂ່າວຈາກສື່ສິ່ງພິມ, ວິທະຍຸ ແລະ ໂທລະພາບເຂົ້າຮ່ວມອວຍພອນ ແລະ ຮ່ວມກິດຈະກຳໂຍນບ້ວງເພື່ອຮັບລາງວັນ.
ທ່ານນາງ ແສງແກ້ວ ຫົວໜ້າ ວິທະຍຸສາກົນແຫ່ງປະເທດຈີນປະຈໍາລາວ ໄດ້ສະແດງຄວາມຂອບໃຈຢ່າງສູງທີ່ແຂກມາຮ່ວມກິດຈະກຳສະຫລອງປີໃໝ່ຈີນໃນປີນີ້.

