ອົງການກອງທຶນອະນຸລັກທຳມະຊາດໂລກປະຈຳລາວ ສະໜັບສະໜູນແຜນງານນໍ້າຈືດ 5 ປີຢູ່ແຂວງຈຳປາສັກ


ອົງການ WWF-Laos ເຫັນດີຮ່ວມມືສືບຕໍ່ຜັນຂະຫຍາຍໂຄງການຕ່າງໆໂດຍສະເພາະຕໍ່ການສະໜັບສະໜູນການຄຸ້ມຄອງການປະມົງແບບຊຸມຊົນມີສ່ວນຮ່ວມ ຢູ່ເຂດສີພັນດອນ, ການບໍລິການ-ຄຸ້ມຄອງປ່າໄມ້ ແລະ ສັດປ່າໃນເຂດອຸທະຍານແຫ່ງຊາດເຊປຽນ, ດົງຫົວສາວ ແລະ ອື່ນໆ.
ວັນທີ 20 ມັງກອນ 2023, ລະຫວ່າງການເຂົ້າຢ້ຽມຢາມທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ຣໍລິດ ປາເລນຕິນີ ຜູ້ອໍານວຍການ ອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ ຫລື WWF-Laos ເຂົ້າຢ້ຽມຂ່ຳນັບ ໃນໂອກາດ ມາເຄື່ອນໄຫວວຽກງານຢູ່ແຂວງຈຳປາສັກ.
ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ກ່າວລະຫວ່າງການເຂົ້າຢ້ຽມຂ່ຳນັບໂອກາດເຄື່ອນໄຫວວຽກງານຢູ່ແຂວງຈຳປາສັກ ຂອງທ່ານ ຣໍລິດ ປາເລນຕິນີ ຜູ້ອໍານວຍການອົງການກອງທຶນອະນຸລັກທຳມະຊາດໂລກປະຈຳ ສປປ ລາວ ຫລື WWF-Laos ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ການສືບຕໍ່ສົ່ງເສີມການອະນຸລັກຊີວະນານາພັນສັດນໍ້າແບບມີສ່ວນຮ່ວມຢູ່ເຂດສີພັນດອນທີ່ກວມເອົາ 3 ເມືອງຄືເມືອງ ໂຂງ, ສຸຂຸມາ ແລະ ເມືອງປະທຸມພອນ ອັນໄດ້ປະກອບສ່ວນສະໜັບສະໜູນຊ່ວຍປັບປຸງຊີວິດການເປັນຢູ່ແບບຍືນຍົງຂອງຊຸມຊົນທີ່ເປັນມິດຕໍ່ສິ່ງແວດລ້ອມ, ຂະຫຍາຍຮູບແບບການບໍລິຫານ ແລະ ຄຸ້ມຄອງການປະມົງແບບມີສ່ວນຮ່ວມ ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງຈຳປາສັກ.
ທ່ານ ຣໍລິດ ປາເລນຕິນີ ຜູ້ອໍານວຍການ WWF-Laos ໄດ້ແຈ້ງແຜນວຽກ ແລະ ບັນດາກິດຈະກຳຂອງໂຄງການໂດຍສະເພາະໃນເຂດສີພັນດອນພາຍໃຕ້ແຜນງານນໍ້າຈືດ 5 ປີ “ສົ່ງເສີມການຄຸ້ມຄອງ-ບໍລິຫານ ຊັບພະຍາກອນສັດນໍ້າໂດຍຜ່ານການຄຸ້ມຄອງ, ການອະນຸລັກແບບມີສ່ວນຮ່ວມ ແລະ ການຊຸກຍູ້ສົ່ງເສີມການດໍາລົງຊີວິດທີ່ປັບໂຕຕໍ່ສະພາບດິນຟ້າອາກາດໃນ ສປປ ລາວ”.