ທ່ານ ຄຣິສ ຮິບກິນ ຮັບຕໍາແໜ່ງນາຍົກລັດຖະມົນຕີນິວຊີແລນ ຢ່າງເປັນທາງການ

ທ່ານ ຄຣິສ ຮິບກິນ ຮັບຕໍາແໜ່ງນາຍົກລັດຖະມົນຕີນິວຊີແລນ ຢ່າງເປັນທາງການ - AFP012544473 1674602776 - ທ່ານ ຄຣິສ ຮິບກິນ ຮັບຕໍາແໜ່ງນາຍົກລັດຖະມົນຕີນິວຊີແລນ ຢ່າງເປັນທາງການ
ທ່ານ ຄຣິສ ຮິບກິນ ຮັບຕໍາແໜ່ງນາຍົກລັດຖະມົນຕີນິວຊີແລນ ຢ່າງເປັນທາງການ - kitchen vibe - ທ່ານ ຄຣິສ ຮິບກິນ ຮັບຕໍາແໜ່ງນາຍົກລັດຖະມົນຕີນິວຊີແລນ ຢ່າງເປັນທາງການ

ທ່ານ ຄຣິສ ຮິບກິນ ກ້າວຂຶ້ນເປັນນາຍົກລັດຖະມົນຕີຄົນທີ 41 ຂອງນິວຊີແລນຢ່າງເປັນທາງການແລ້ວໃນວັນທີ 25 ມັງກອນ ຫລັງເຂົ້າພິທີສາບານຕົນຮັບຕໍາແໜ່ງ ຢູ່ນະຄອນຫລວງເວລລິງຕັນ ໃນເຊົ້າວັນທີ 25 ມັງກອນນີ້. ຂະນະດຽວກັນກໍເປັນການອໍາລາຕໍາແໜ່ງຂອງອະດີດຜູ້ນຳຍິງ ນາງ ຈາຊິນດາ ອາຣ໌ເດິນ ນໍາເຊັ່ນກັນ.

“ນີ້ຄືສິດທິພິເສດ ແລະ ຄວາມຮັບຜິດຊອບຍິ່ງໃຫຍ່ທີ່ສຸດໃນຊີວິດຂອງຂ້າພະເຈົ້າ” ທ່ານ ຮິບກິນ ກ່າວຫລັງຈາກເຂົ້າຮັບຕໍາແໜ່ງຢ່າງເປັນທາງການ “ຂ້າພະເຈົ້າຮູ້ສຶກຕື່ນເຕັ້ນຕໍ່ຄວາມທ້າທາຍທີ່ຖ້າຢູ່ທາງໜ້າ”.

ທ່ານ ຄຣິສ ຮິບກິນ ຮັບຕໍາແໜ່ງນາຍົກລັດຖະມົນຕີນິວຊີແລນ ຢ່າງເປັນທາງການ - Visit Laos Visit SALANA BOUTIQUE HOTEL - ທ່ານ ຄຣິສ ຮິບກິນ ຮັບຕໍາແໜ່ງນາຍົກລັດຖະມົນຕີນິວຊີແລນ ຢ່າງເປັນທາງການ
ທ່ານ ຄຣິສ ຮິບກິນ ຮັບຕໍາແໜ່ງນາຍົກລັດຖະມົນຕີນິວຊີແລນ ຢ່າງເປັນທາງການ - Visit Laos Visit SALANA BOUTIQUE HOTEL - ທ່ານ ຄຣິສ ຮິບກິນ ຮັບຕໍາແໜ່ງນາຍົກລັດຖະມົນຕີນິວຊີແລນ ຢ່າງເປັນທາງການ

ທ່ານ ຮິບກິນ ອາຍຸ 44 ປີ ມັກອະທິບາຍວ່າຕົນເອງເປັນຊາວນິວຊີແລນທໍາມະດາໆ ທີ່ມີພື້ນຖານມາຈາກຊົນຊັ້ນແຮງງານ, ມີຊີວິດລຽບງ່າຍ ແລະ ມັກຂີ່ລົດຖີບໄປເຮັດວຽກ ໂດຍທ່ານເຄີຍກ່າວກ່ອນໜ້ານີ້ວ່າ: ໂຄວິດເປັນປັດໄຈທີ່ເຮັດໃຫ້ເກີດວິກິດໃນຂະແໜງສາທາລະນະສຸກ ແລະ ສົ່ງຜົນກະທົບຕໍ່ຂະແໜງເສດຖະກິດ ເຊິ່ງລັດຖະບານໃນຍຸກຂອງທ່ານຈະເນັ້ນແກ້ໄຂບັນຫານີ້ເປັນຫລັກ.

ຢ້ອນກັບໄປເມື່ອວັນທີ 19 ມັງກອນຜ່ານມາ, ນາງ ອາຣ໌ເດິນ ອະດີດນາຍົກລັດຖະມົນຕີຂອງນິວຊີແລນ ໄດ້ປະກາດຂ່າວວ່າ: ນາງຕັດສິນໃຈລາອອກຈາກການເປັນຜູ້ນໍາປະເທດ ເພາະຮູ້ສຶກ “ໝົດໄຟ” ຫລັງຈາກຕໍ່ສູ້ກັບວິກິດຂອງປະເທດມາເປັນໄລຍະເວລາຫລາຍປີ ບໍ່ວ່າຈະເປັນໄພທໍາມະຊາດທີ່ພັດຖະຫລົ່ມຫລາຍຄັ້ງ ຈົນເຖິງເຫດກໍ່ການຮ້າຍ ແລະ ການແພ່ລະບາດຂອງໂຄວິດ.

ເຖິງຢ່າງໃດກໍຕາມ, ໄລຍະເວລາຕໍ່ຈາກນີ້ຄາດວ່າທ່ານ ຮິບກິນ ຈະຕ້ອງຮັບໜ້າທີ່ໜັກ ເນື່ອງຈາກຜົນສໍາຫລວດລະບຸວ່າ: ພັກເລເບີມີຄະແນນຄວາມນິຍົມນໍາຫລັງພັກຝ່າຍຄ້ານ ຫລັງປະຊາຊົນບໍ່ພໍໃຈຕໍ່ສະພາບເງິນເຟີ້ທີ່ເພີ່ມສູງຂຶ້ນ ລວມທັງສະພາບເສດຖະກິດຫລຸດຖອຍ ທີ່ຄາດວ່າຈະເຂົ້າມາໃນມໍ່ໆນີ້ ຂະນະທີ່ເຫລືອເວລາອີກບໍ່ຮອດ 9 ເດືອນ ທີ່ນິວຊີແລນຈະເປີດການເລືອກຕັ້ງທົ່ວໄປໃນເດືອນຕຸລາ.

ອ້າງອີງ:

https://www.france24.com/…/20230124-jacinda-ardern…

https://www.theguardian.com/…/chris-hipkins-sworn-in-as…

ທ່ານ ຄຣິສ ຮິບກິນ ຮັບຕໍາແໜ່ງນາຍົກລັດຖະມົນຕີນິວຊີແລນ ຢ່າງເປັນທາງການ - 3 - ທ່ານ ຄຣິສ ຮິບກິນ ຮັບຕໍາແໜ່ງນາຍົກລັດຖະມົນຕີນິວຊີແລນ ຢ່າງເປັນທາງການ
ທ່ານ ຄຣິສ ຮິບກິນ ຮັບຕໍາແໜ່ງນາຍົກລັດຖະມົນຕີນິວຊີແລນ ຢ່າງເປັນທາງການ - 5 - ທ່ານ ຄຣິສ ຮິບກິນ ຮັບຕໍາແໜ່ງນາຍົກລັດຖະມົນຕີນິວຊີແລນ ຢ່າງເປັນທາງການ
ທ່ານ ຄຣິສ ຮິບກິນ ຮັບຕໍາແໜ່ງນາຍົກລັດຖະມົນຕີນິວຊີແລນ ຢ່າງເປັນທາງການ - 4 - ທ່ານ ຄຣິສ ຮິບກິນ ຮັບຕໍາແໜ່ງນາຍົກລັດຖະມົນຕີນິວຊີແລນ ຢ່າງເປັນທາງການ