IOC ເປີດທາງໃຫ້ ຣັສເຊຍ ແຂ່ງຂັນຮ່ວມກັບທະວີບເອເຊຍ

IOC ເປີດທາງໃຫ້ ຣັສເຊຍ ແຂ່ງຂັນຮ່ວມກັບທະວີບເອເຊຍ - Untitled 1 8 - IOC ເປີດທາງໃຫ້ ຣັສເຊຍ ແຂ່ງຂັນຮ່ວມກັບທະວີບເອເຊຍ
IOC ເປີດທາງໃຫ້ ຣັສເຊຍ ແຂ່ງຂັນຮ່ວມກັບທະວີບເອເຊຍ - kitchen vibe - IOC ເປີດທາງໃຫ້ ຣັສເຊຍ ແຂ່ງຂັນຮ່ວມກັບທະວີບເອເຊຍ

IOC ເປີດທາງໃຫ້ ຣັສເຊຍ ແຂ່ງຂັນຮ່ວມກັບທະວີບເອເຊຍ - Untitled 1 8 - IOC ເປີດທາງໃຫ້ ຣັສເຊຍ ແຂ່ງຂັນຮ່ວມກັບທະວີບເອເຊຍ

IOC ກຽມເປີດທາງນັກກິລາຣັສເຊຍ ແລະ ເບລາຣຸສ ເຂົ້າຮ່ວມລາຍການແຂ່ງຂັນຂອງເອເຊຍ ຫລັງຈາກຍັງຖືກຫ້າມເຄື່ອນໄຫວຈາກຢູໂຣບ.

IOC ເປີດທາງໃຫ້ ຣັສເຊຍ ແຂ່ງຂັນຮ່ວມກັບທະວີບເອເຊຍ - Visit Laos Visit SALANA BOUTIQUE HOTEL - IOC ເປີດທາງໃຫ້ ຣັສເຊຍ ແຂ່ງຂັນຮ່ວມກັບທະວີບເອເຊຍ
IOC ເປີດທາງໃຫ້ ຣັສເຊຍ ແຂ່ງຂັນຮ່ວມກັບທະວີບເອເຊຍ - Visit Laos Visit SALANA BOUTIQUE HOTEL - IOC ເປີດທາງໃຫ້ ຣັສເຊຍ ແຂ່ງຂັນຮ່ວມກັບທະວີບເອເຊຍ

ສຳນັກຂ່າວ ຣອຍເຕີ ລາຍງານວ່າ ຄະນະກຳມະການໂອລິມປິກສາກົນ ຫລື IOC ພວມພິຈາລະນາເປີດທາງໃຫ້ນັກກິລາຊາວຣັສເຊຍ ແລະ ເບລາຣຸສ ສາມາດເຂົ້າຮ່ວມການແຂ່ງຂັນລາຍການລະດັບນາໆຊາດຂອງທະວີບເອເຊຍໄດ້.

ໄອໂອຊີ ກ່າວໃນຖະແຫລງການວ່າຍິນດີ ແລະ ຊື່ນຊົມຂໍ້ສະເໜີຈາກສະພາໂອລິມປິກແຫ່ງເອເຊຍ ໃນການໃຫ້ນັກກິລາຣັສເຊຍ ແລະ ເບລາຣຸສ ເຂົ້າເຖິງການແຂ່ງຂັນໃນເອເຊຍເຊິ່ງອາດລວມເຖິງການແຂ່ງຂັນຮອບຄັດເລືອກໂອລິມປິກນຳອີກ ໂດຍເວລານີ້ນັກກິລາຣັສເຊຍ ແລະ ເບລາຣຸສ ບໍ່ສາມາດແຂ່ງຂັນໃນຢູໂຣບ ໄດ້ເນື່ອງຈາກຂໍ້ກຳຈັດ ແລະ ຂໍ້ຫ້າມຕ່າງໆ ເປັນຜົນຈາກສົງຄາມທີ່ຣັສເຊຍຮຸກຮານ ຢູເຄຣນ ຕັ້ງແຕ່ປີກາຍ.

ອົງກອນໂອລິມປິກ ຕ້ອງການລວມນັກກິລາຣັສເຊຍ ແລະ ເບລາຣຸສ ໃນກຸ່ມປະເທດເປັນກາງໃນການແຂ່ງຂັນກິລາໂອລິມປິກທີ່ປາຣິສ 2024 ແຕ່ຍັງບໍ່ຈະແຈ້ງວ່າພວກເຂົາຈະຜ່ານຮອບຄັດເລືອກດ້ວຍວິທີໃດ ຂະນະທີ່ຄະນະກຳມະການໂອລິມປິກລະດັບຊາດບາງແຫ່ງ ລວມທັງສະຫະລັດອາເມລິກາ ສະໜັບສະໜູນການກັບມາຂອງນັກກິລາທັງສອງຊາດພາຍໃຕ້ທຸງທີ່ເປັນກາງ.

ລາຍງານລະບຸວ່າຫລັງຈາກ ໄອໂອຊີ ຫາລືກັບຜູ້ມີສ່ວນໄດ້ສ່ວນເສຍຕ່າງໆວ່າໄດ້ຂໍ້ສະຫລຸບວ່າບໍ່ຄວນມີນັກກິລາຄົນໃດຖືກຂັດ ຂວາງຈາກການແຂ່ງຂັນພຽງ ເພາະໜັງສືເດີນທາງຂອງພວກເຂົາ ແຕ່ຈະມີການກວດສອບເຂັ້ມງວດເງື່ອນໄຂອື່ນອີກ ເຊ່ັນ ເປັນຜູ້ບໍ່ສະໜັບສະໜູນສົງຄາມໃນຢູເຄຣນ ແລະ ມີການທົດສອບສານກະຕຸ້ນ.

ນັບຕັ້ງແຕ່ການຮຸກຮານຢູເຄຣນ ອົງກອນດ້ານກິລາຫລາຍແຫ່ງໄດ້ຍ້າຍການແຂ່ງຂັນ ແລະ ແບນທີມ ຫລື ນັກກິລາຣັສເຊຍ ສ່ວນຜູ້ສະໜັບສະໜູນ ຫລາຍລາຍຢຸດສັນຍາເພື່ອປະທ້ວງຕ້ານສົງຄາມ.

ສຳລັບການແຂ່ງຂັນໂອລິມປິກ ຮອບຄັດເລືອກບາງກິລາໄດ້ເລີ່ມຂຶ້ນແລ້ວ ແລະ ອີກຫລາຍລາຍການທີ່ກຽມຈັດຂຶ້ນຕະຫລອດທັງປີ ມີກິລາທັງຫມົດ 32 ປະເພດ.

IOC ເປີດທາງໃຫ້ ຣັສເຊຍ ແຂ່ງຂັນຮ່ວມກັບທະວີບເອເຊຍ - 3 - IOC ເປີດທາງໃຫ້ ຣັສເຊຍ ແຂ່ງຂັນຮ່ວມກັບທະວີບເອເຊຍ
IOC ເປີດທາງໃຫ້ ຣັສເຊຍ ແຂ່ງຂັນຮ່ວມກັບທະວີບເອເຊຍ - 4 - IOC ເປີດທາງໃຫ້ ຣັສເຊຍ ແຂ່ງຂັນຮ່ວມກັບທະວີບເອເຊຍ
IOC ເປີດທາງໃຫ້ ຣັສເຊຍ ແຂ່ງຂັນຮ່ວມກັບທະວີບເອເຊຍ - 5 - IOC ເປີດທາງໃຫ້ ຣັສເຊຍ ແຂ່ງຂັນຮ່ວມກັບທະວີບເອເຊຍ