ສື່ດັງເຜີຍ ລີເວີພູລ ມີໂອກາດຫລາຍທີ່ຈະໄດ້ ຈູດ ເບລລິງແຮມ ເສີມທີມຕະຫລາດລະດູການນີ້

ສື່ຊື່ດັງລາຍງານວ່າ ລີເວີພູລ ຄືທີມທີ່ມີໂອກາດຈະເຊັນສັນຍາ ຈູດ ເບລລິງແຮມ ກອງກາງ ໂບຣຸສເຊຍ ດອດມຸນ ມາຮ່ວມທີມໃນຕະຫລາດນັກເຕະລະດູການ 2023.
ສຳລັບ ເບລລິງແຮມ ກາຍເປັນຫນຶ່ງໃນນັກເຕະທີ່ເນື້ອຫອມຫລາຍທີ່ສຸດໃນຢູໂຣບ ຫລັງລາວສະແດງຜົນງານໄດ້ຢ່າງດີເດ່ັນທັງ ດອດມຸນ ລວມເຖິງທີມ ຊາດອັງກິດ.
ຈາກຜົນງານທີ່ເກີດເຮັດໃຫ້ນັກເຕະອາຍຸ 19 ປີລາຍນີ້ຕົກເປັນເປົ້າຫມາຍເສີມທີມຂອງບັນດາທີມໃຫຍ່ ທັງ ລີເວີພູລ, ແມນເຊສເຕີ ຊິຕີ ແລະ ຣຽວ ມາດຣິດ ຂະນະທີ່ນັກເຕະເອງກໍສະແດງທ່າທີວ່າຕ້ອງການຍ້າຍອອກຈາກ ດອດມຸນ ແລະ ຈະບໍ່ເຊັນສັນຍາສະບັບໃຫມ່ກັບທີມທີ່ພວມຈະຫມົດລົງໃນປີ 2025.
ຈົນຫລ້າສຸດ ຟລໍຣຽນ ແພລດເທນເບີກ ຜູ້ສື່ຂ່າວຂອງ ສະກາຍ ເຢຍລະມັນ ເປີດເຜີຍວ່າ ລີເວີພູລ ຄືທີມອັນດັບ 1 ໃນການເຊັນ ເບລລິງແຮມ ມາເສີມເກ່ັງ ໃນຕະຫລາດໜ້າຮ້ອນນີ້ : “ ເຮົາທຸກຄົນຄິດວ່າ ເບລລິງແຮມ ຈະຍ້າຍອອກຈາກທີມໃນໄລຍະລະດູການນີ້ ແລະ ບໍ່ມີທາງທີ່ດອດມຸນ ຈະດຶງລາວໄວ້ໄດ້ໃນຕອນນີ້ ”.
“ ແຕ່ລາວມີສັນຍາທີ່ບໍ່ມີເງື່ອນໄຂການປ່ອຍຕົວ ດັ່ງນັ້ນປ້າຍລາຄາຈຶ່ງສູງຫລາຍ ດອດມຸນ ຕ້ອງການຄ່າຕົວລະຫວ່າງ 100-150 ລ້ານຢູໂຣ ສຳລັບລາວ ໃນລະດູການ ”.
“ ມີເປົ້າຫມາຍຢູ່ສາມເປົ້າຫມາຍສຳລັບລາວຄື ຣຽວ ມາດຣິດ, ແມນເຊສເຕີ ຊິຕີ ແລະ ລີເວີພູລ ເປັນຫນຶ່ງໃນທີມອັນດັບ 1 ແລະ ເຈີເກັນ ຄລອບ ກໍສະໜັບສະໜູນໃນການຊື້-ຂາຍນີ້ ແລະ ບອກວ່າ ເບລລິງແຮມ ເປັນເປົ້າຫມາຍເສີມທີມອັນດັບ 1 ຂອງລາວ ”.
“ ຄລອບ ຍັງບໍ່ໄດ້ລົມກັບ ເບລລິງແຮມ ເປັນການສ່ວນຕົວ ແຕ່ໄດ້ມີການເຈລະຈາກັບ ຈູລຽນ ວອດ (ຜູ້ອຳນວຍການ ລີເວີພູລ) ແລ້ວ ຕອນນີ້ພວກ ເຂົາພຽງຕ້ອງຄົ້ນຫາວ່າໃຜເປັນຄົນຈ່າຍເງິນຄ່າຕົວ ”.