ຍີ່ປຸ່ນກຽມອະນຸຍາດໃຫ້ຖອດຜ້າປິດປາກໃນສະຖານທີ່ປິດໄດ້ ແຕ່ຍັງຕ້ອງໃສ່ໃນສະຖານທີ່ສ່ຽງສູງ
January 28, 2023 - 1:38 PM

ສະຖານີໂທລະພາບທ້ອງຖິ່ນ NHK ລາຍງານໃນວັນທີ 27 ມັງກອນວ່າ: ລັດຖະບານຍີ່ປຸ່ນວາງແຜນຈະໃຫ້ປະຊາຊົນມີສິດເລືອກຈະໃສ່ ຫລື ບໍ່ໃສ່ຜ້າປິດປາກໃນສະຖານທີ່ປິດໄດ້.
ເຖິງຢ່າງໃດກໍຕາມ, ການບັງຄັບໃສ່ຜ້າປິດປາກຈະຍັງມີຜົນບັງຄັບໃຊ້ໃນສະຖານທີ່ທີ່ມີຄວາມສ່ຽງສູງຢູ່ເຊັ່ນ: ເຮືອນພັກຜູ້ສູງອາຍຸ.
ລາຍງານຂ່າວຍັງລະບຸວ່າ: ນາຍົກລັດຖະມົນຕີ ຟູມິໂອະ ຄິຊິດະ ຄາດວ່າຈະສະຫລຸບການຕັດສິນໃຈໃຫ້ໄວຣັສໂຄໂຣນາຈັດຢູ່ໃນປະເພດດຽວກັບໄຂ້ຫວັດໃຫຍ່ຕາມລະດູການນັບແຕ່ວັນທີ 8 ພຶດສະພາເປັນຕົ້ນໄປ.
ນອກຈາກນີ້, ໜັງສືພິມໂຢມິອຸຣິ ຍັງລາຍງານອີກວ່າ: ນະຄອນຫລວງໂຕກຽວຍັງມີແຜນຍົກເລີກເພດານຈໍາກັດຈໍານວນຄົນໃນງານຂະໜາດໃຫຍ່ນໍາອີກ ເຊິ່ງປັດຈຸບັນຈໍາກັດໃຫ້ບໍ່ເກີນ 50% ຂອງຄວາມຈຸທັງໝົດ.