ໂນວັກ ຢໍໂຄວິດ ທາບສະຖິຕິແຊ໊ມແກຣນສະແລມລວມ ຫລັງຄວ້າແຊ໊ມອອສເຕຣລຽນ ໂອເພັນ




ໂນວັກ ຢໍໂຄວິດ ຈັດການປາບ ສະເຕຟານອສ ຊິຊິປາສ ຄວ້າແຊ໊ມອອສເຕຣລຽນ ໂອເພັນ ເປັນສະໄຫມທີ 10 ແລະ ຍັງທາບສະຖິຕິຄວ້າແກຣນສະ ແລມຫລາຍຄັ້ງສຸດ 22 ຄັ້ງນຳອີກ.
ການແຂ່ງຂັນເທັນນິສ ອອສເຕຣລຽນ ໂອເພັນ ແກຣນສະແລມທຳອິດຂອງປີ ທີ່ອອສເຕຣເລຍ ເມື່ອວັນທີ 29 ມັງກອນຊາຍດ່ຽວ ຮອບຊີງຊະນະເລີດ ໂນວັກ ຢໍໂຄວິດ ມືອັນດັບ 5 ຂອງໂລກຈາກເຊີເບຍ ພົບກັບ ສະເຕຟານອສ ຊິຊິປາສ ມື 4 ຂອງໂລກຈາກກຣິສ.
ເກມນີ້ທັງຄູ່ຫລິ້ນໄດ້ຢ່າງໜຽວແໜ້ນຈົນເກືອບບໍ່ມີການເສຍເກມເສີບ ແຕ່ສຸດທ້າຍແລ້ວ ຢໍໂຄວິດ ກໍຍັງເກ່ັງກວ່າເອົາຊະນະໄປ 3-0 ເຊັດ 6-3, 7-6(7/4), 7-6(7/5) ຢໍໂຄວິດ ຈຶ່ງຄວ້າແຊ໊ມລາຍການນີ້ສະໄຫມທີ 10 ເປັນສະຖິຕິສູງສຸດແຕ່ພຽງຜູ້ດຽວ ແລະ ຍັງຈະກັບຂຶ້ນໄປເປັນມື 1 ຂອງໂລກອີກເທື່ອຫນຶ່ງໃນ ອາທິດຫນ້າ.
ນອກຈາກນີ້ ຢໍໂຄວິດ ຍັງຄວ້າແຊ໊ມແກຣນສະແລມລວມເປັນຄັ້ງທີ 22 ຂຶ້ນມາທາບສະຖິຕິສູງສຸດຂອງ ຣາຟາເອລ ນາດາລ ຈາກສະເປນ ແລະ ຮັບເງິນລາງ ວັນໄປ 2,98 ລ້ານໂດລາ ອອສເຕຣເລຍ ສ່ວນ ຊິຊິປາສ ຍັງຕ້ອງຖ້າແຊ໊ມແກຣນສະແລມທຳອິດໃນອາຊີບຕໍ່ໄປ ໄດ້ຮັບເງິນລາງວັນປອບໃຈ 1,63 ລ້ານໂດລາອອສເຕຣເລຍ.
ຫລັງຈົບການແຂ່ງຂັນ ຢໍໂຄວິດ ກ່າວວ່າ : “ ຂ້ອຍຢາກຝາກຂໍ້ຄວາມໃຫ້ນັກເທັນນິສອາຍຸໜ້ອຍທີ່ພວມເບິ່ງຢູ່ ຈົງຝັນໃຫ້ຍິ່ງໃຫຍ່ ທຸກສິ່ງເປັນໄປໄດ້ ຢ່າໃຫ້ໃຜມາພາກຄວາມຝັນໄປ ມັນບໍ່ສຳຄັນວ່າເຈົ້າມາຈາກໃສ ຍິ່ງເຈົ້າເປັນເດັກດ້ອຍໂອກາດ ເຈົ້າກໍຈະຍິ່ງເກ່ັງຂຶ້ນຫລາຍໄປອີກ ”.