ການຈັດກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມ

ການຈັດກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມ - 327316612 1371959943653709 2209355608287243988 n - ການຈັດກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມ
ການຈັດກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມ - kitchen vibe - ການຈັດກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມ

ມາດຕາ 18 ການຈັດກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມ

ການຈັດກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມຢູ່ພາຍໃນປະເທດໃຫ້ກໍານົດເວລາ, ເປົ້າໝາຍຜູ້ເຂົ້າຮ່ວມ, ສະຖານທີ່ໃຫ້ສອດຄ່ອງກັບຫົວຂໍ້, ມີເນື້ອໃນກະທັດຮັດຖືກເປົ້າໝາຍ, ລວມເອົາຫຼາຍເນື້ອໃນໄປພ້ອມໆກັນໃຫ້ ປະຕິບັດດັ່ງນີ້:

ການຈັດກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມ - Visit Laos Visit SALANA BOUTIQUE HOTEL - ການຈັດກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມ
ການຈັດກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມ - Visit Laos Visit SALANA BOUTIQUE HOTEL - ການຈັດກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມ

18.1 ການຈັດກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມທີ່ເປັນວຽກວິຊາສະເພາະ ລະດັບວິຊາການຂອງຂະແໜງການ ເພື່ອໃຫ້ມີການປະຢັດ ໃຫ້ຈັດຢູ່ສໍານັກງານ-ອົງການຂອງຕົນ ໂດຍ ບໍ່ອະນຸຍາດໃຫ້ຈັດຢູ່ໂຮງແຮມ, ຮ້ານອາຫານ ແລະ ສະຖານທີ່ໃຫ້ບໍລິການຈັດກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມ (ຍົກເວັ້ນກໍລະນີນໍາໃຊ້ເງິນຊ່ວຍເຫຼືອ ລ້າທີ່ຜູ້ໃຫ້ທຶນເປັນຜູ້ຄຸ້ມຄອງ). ໃນກໍລະນີຜູ້ເຂົ້າຮ່ວມມີຈໍານວນຫຼາຍ ຫ້ອງປະຊຸມຂອງບັນດາກະຊວງ, ອົງການ ແລະ ຂະແໜງການຂັ້ນທ້ອງຖິ່ນບໍ່ສາມາດຮອງຮັບໄດ້ ອາດຈະຈັດຢູ່ໂຮງແຮມ ຫຼື ສະຖານທີ່ບໍລິການຈັດກອງປະຊຸມ ໂດຍໃຫ້ເລືອກສະຖານທີ່ ປະຢັດທີ່ສຸດ.

18.2. ການຈັດກອງປະຊຸມລະດັບວິຊາການທີ່ນໍາໃຊ້ງົບປະມານຂອງລັດ ແມ່ນໃຫ້ນໍາໃຊ້ຫ້ອງປະຊຸມຂອງສໍານັກງານ ຫ້ອງການເປັນຕົ້ນຕໍ, ບໍ່ໃຫ້ມີປ້າຍຄໍາຂວັນ ແລະ ດອກໄມ້ປະດັບ; ໃນກໍລະນີຈັດຢູ່ສະຖານທີ່ອື່ນ ຖ້າໄດ້ຮັບ ການສະໜັບສະໜູນທຶນຈາກອົງການຈັດຕັ້ງສາກົນ ໃຫ້ປະຕິບັດຕາມເງື່ອນໄຂຂອງຜູ້ໃຫ້ທຶນ;

18.3 ການແຈກຢາຍເອກະສານ, ການແຈ້ງເຊີນ ແລະ ເອກະສານສໍາເນົາຕ່າງໆໃຫ້ຈໍາກັດການນໍາໃຊ້ເຈ້ຍ, ຫຼຸດຜ່ອນ ການນໍາສົ່ງດ້ວຍພາຫະນະ, ບຸກຄະລາກອນ ເພື່ອເປັນການປະຢັດໂດຍຫັນມານໍາໃຊ້ເອກະສານຜ່ານທາງລະບົບ ອີເລັກໂຕຣນິກເຊັ່ນ: i-office. E-mail WhatsApp, Line…);

18.4 ໃນກໍລະນີ ເຊົ່າຫ້ອງປະຊຸມ ທີ່ບໍ່ລວມມີອາຫານວ່າງ ແລະ ອຸປະກອນຮັບໃຊ້ທີ່ຈໍາເປັນອື່ນໆ ໃຫ້ຄິດໄລ່ຕາມ ອັດຕາທີ່ໄດ້ກໍານົດໃນ ຂໍ້ 18.7 ຂອງມາດຕານີ້. ສໍາລັບ ເຊົ່າຫ້ອງປະຊຸມທີ່ລວມມີອາຫານວ່າງ ແລະ ອຸປະກອນ ຮັບໃຊ້ທີ່ຈໍາເປັນອື່ນໆ ໃຫ້ຄິດໄລ່ຕາມລາຄາຕົວຈິງ.

18.5 ກອງປະຊຸມ (ສະໄໝສາມັນ, ວິສາມັນ ແລະ ປະຈໍາປີ) ຂອງຂະແໜງການ ໃຫ້ສັງລວມເອົາຫຼາຍເນື້ອໃນທີ່ເປັນການ ປຶກສາຫາລື ແລະ ເຜີຍແຜ່ໄປພ້ອມກັນ ບໍ່ອະນຸຍາດໃຫ້ມີດອກໄມ້ປະດັບ ກໍລະນີມີຄວາມຈໍາເປັນແທ້ ແມ່ນບໍ່ ເກີນ 100.000 ກີບ/ຄັ້ງ ຫຼື ໃຫ້ນໍາໃຊ້ດອກໄມ້ປະດິດ (ຊື້ຄັ້ງດຽວ), ປ້າຍຄໍາຂວັນກອງປະຊຸມໃຫ້ຫັນໄປນໍາໃຊ້ຄໍາ ຂວັນໂດຍຜ່ານຈໍສາຍ LCD ທີ່ມີແລ້ວ ກໍລະນີມີຄວາມຈໍາເປັນແທ້ ແມ່ນກໍານົດບໍ່ເກີນ 500.000 ກີບ/ຄັ້ງ. ສໍາລັບກອງປະຊຸມສໍາມະນາ ແລະ ຝຶກອົບຮົມ ບໍ່ໃຫ້ຄິດໄລ່ປ້າຍຄໍາຂວັນ ແລະ ດອກໄມ້ປະດັບ;

18.6 ຄ່າກາເຟ, ຊາ ແລະ ນໍ້າດື່ມໃນວັນປະຊຸມຄິດໄລ່ 30.000 ກີບ/ຄົນ/ວັນ. ໃຫ້ຫຼຸດຜ່ອນການແຈກ ຢາຍນໍ້າດື່ມ ເປັນຕຸກໃນເວລາຈັດກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມ ເພື່ອຫັນມາກຸ້ມຕົນເອງ ຫຼື ໃຫ້ມີຈຸດບໍລິການນໍ້າ ດື່ມລວມ ເພື່ອປະຢັດງົບປະມານຂອງລັດ ພ້ອມທັງເປັນການປົກປັກຮັກສາສິ່ງແວດລ້ອມ.

18.7 ອັດຕາກິນ, ຄ່າພັກເຊົາ ສໍາລັບພະນັກງານສູນກາງໄປທ້ອງຖິ່ນ, ທ້ອງຖິ່ນມາສູນກາງ ແລະ ແຂວງ ຫາ ແຂວງ ແມ່ນຄິດໄລ່ຕາມອັດຕາທີ່ໄດ້ກໍານົດໄວ້ໃນ ມາດຕາ 15 ຂໍ້ 15.1.1 ຂອງຂໍ້ຕົກລົງສະບັບນີ້.

18.8 ກໍລະນີມີການເຊີນນັກຂ່າວຈາກໂທລະພາບ, ໜັງສືພິມ ແລະ ສື່ອື່ນທີ່ບໍ່ແມ່ນສື່ຂອງຂະແໜງການຕົນ ເພື່ອມາ ເກັບກໍາຂ່າວໃຫ້ຄິດໄລ່ 100.000 ກີບ/ສື່/ຄະນະ/ຄັ້ງ, ສູງສຸດບໍ່ໃຫ້ເກີນ 3 ສື່/ຄະນະ/ຄັ້ງ, ສ່ວນສື່ພາຍໃນຂອງ ຂະແໜງການຕົນ ແມ່ນບໍ່ໃຫ້ຄິດໄລ່. ຖ້າຂະແໜງການໃດທີ່ມີສື່ຂອງຕົນເອງ ບໍ່ໃຫ້ເຊີນສື່ທາງນອກມາຕື່ມອີກ, ໂດຍສົ່ງຂ່າວໃຫ້ສື່ກ່ຽວຂ້ອງອອກຕື່ມ.

18.9 ກອງປະຊຸມໃດຫາກມີຄວາມຈໍາເປັນຕ້ອງມີການຖ່າຍທອດສົດ ແມ່ນໃຫ້ເຮັດສັນຍາຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ເປັນແຕ່ລະຄັ້ງ ໂດຍໃຫ້ປະຕິບັດຕາມລະບຽບການກ່ຽວກັບ ຈັດຊື້-ຈັດຈ້າງ ເເລະ ການມອບພັນທະຕ່າງໆ;

18.10 ກໍລະນີຈັດ ກອງປະຊຸມທາງໄກ (Videoconference) ແມ່ນໃຫ້ນໍາໃຊ້ຫ້ອງປະຊຸມຂອງສໍານັກງານອົງການ ແລະ ໃຫ້ປະຕິບັດຄືກັບຂໍ້ 18.2 ຂອງມາດຕານີ້.

18.11 ຄ່າອຸປະກອນຮັບໃຊ້ກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມ ເປັນຕົ້ນ: ກອບປີ້, ເຈ້ຍ, ຊອງໜັງສື, ນໍ້າມຶກ, ຜ້າອັດປາກ, ເຈວລ້າງມື ໃຫ້ຄິດໄລ່ 20.000 ກີບ/ຄົນ/ຄັ້ງ (ກໍລະນີເອກະສານໄດ້ຈັດເປັນປື້ມພິມ ໃຫ້ຄິດໄລ່ຕາມ ລາຄາຕົວຈິງ). ສ່ວນອຸປະກອນຮັບໃຊ້ທີ່ຈໍາເປັນອື່ນ ເປັນຕົ້ນ: ເຄື່ອງສຽງ, ຈໍ LCD ໃຫ້ຄິດໄລ່ຄ່າເຊົ່າຕາມລາຄາ ຕົວຈິງໃນແຕ່ລະໄລຍະ ບົນພື້ນຖານລາຄາປະຢັດ.

18.12 ບໍ່ອະນຸຍາດໃຫ້ຈັດງານລ້ຽງ ກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມຕ່າງໆ;

18.13 ລົດບໍລິຫານຮັບໃຊ້ກອງປະຊຸມ (ສະໄໝສາມັນ, ວິສາມັນ, ປະຈໍາປີ) ໃຫ້ຄິດໄລ່ນໍ້າມັນ 10 ລິດ/ຄັນ/ວັນ, ຈໍານວນ ລົດໃຫ້ຈໍາກັດ ແລະ ບໍ່ຄວນເກີນ 2 ຄັນ, ສໍາມະນາ ແລະ ຝຶກອົບຮົມ ໃຫ້ຄິດໄລ່ນໍ້າມັນ 10 ລິດ/ຄັນ/ວັນ, ຈໍານວນ ລົດກໍານົດໃຫ້ 1 ຄັນ, ສໍາລັບກອງປະຊຸມທາງໄກ (Videoconference) ແມ່ນບໍ່ໃຫ້ຄິດໄລ່ນໍ້າມັນຮັບໃຊ້;

18.14 ບັນດາຂະແໜງການ ສູນກາງ ແລະ ທ້ອງຖິ່ນການຈັດກອງປະຊຸມໃຫຍ່ບໍ່ໃຫ້ເກີນ 1 ຄັ້ງຕໍ່ປີ;

18.15 ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ຖ້າຫາກມີຄວາມຈໍາເປັນໃຫ້ມີກໍາລັງປ້ອງກັນຄວາມສະຫງົບ, ຄະນະແພດ, ນັກຂ່າວ, ຫນ່ວຍງານຮັບຜິດຊອບໄຟຟ້າ, ນໍ້າປະປາ ແລະ ໂທລະຄົມ ມາປະຈໍາໃນໄລຍະກອງ ປະຊຸມໃຫ້ຄິດໄລ່ອັດຕາກິນ 35.000 ກີບ/ຄົນ/ວັນ.

18.16 ພະນັກງານຮັບໃຊ້ ແລະ ພະນັກງານຂັບລົດກອງປະຊຸມສະໄໝສາມັນ, ວິສາມັນ, ປະຈໍາປີ, ສໍາມະນາ ແລະ ຝຶກອົບຮົມທີ່ຢູ່ເມືອງເທດສະບານຂອງແຂວງ, ນະຄອນຫຼວງ ບໍ່ໃຫ້ຄິດໄລ່ອັດຕາກິນໃຫ້.

18.17 ພະນັກງານ ທີ່ໄປເຂົ້າຮ່ວມກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມ ຕາມການມອບໝາຍ ຢູ່ເມືອງນອກ ເທສະບານຂອງທ້ອງຖິ່ນຕົນ ທີ່ສາມາດໄປ-ກັບໄດ້ ພາຍໃນວັນ ຄິດໄລ່ 50.000 ກີບ/ວັນ/ຄົນ ແລະ ບໍ່ໃຫ້ ຄິດໄລ່ຄ່າພັກເຊົາ. ຖ້າມີການເດີນທາງເກີນ 50 ກິໂລແມັດຂຶ້ນໄປ (ບໍ່ລວມໄລຍະເດີນທາງກັບ) ທີ່ສາມາດໄປ- ກັບໄດ້ ພາຍໃນວັນ ໃຫ້ຄິດໄລ່ ອັດຕາກິນ 60.000 ກີບ/ຄົນ/ວັນ ແລະ ບໍ່ໃຫ້ຄິດໄລ່ຄ່າພັກເຊົາ. ສໍາລັບນໍ້າມັນລົດ ໃຫ້ຄິດໄລ່ຕາມອັດຕານໍ້າມັນເຊື້ອໄຟເດີນທາງ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 15 ຂໍ້ 15.1.3 ຂອງຂໍ້ຕົກລົງສະບັບນີ້.

ການຈັດກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມ - 327165745 1352631248852980 3810285929478507448 n - ການຈັດກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມ

ການຈັດກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມ - 327089781 946773693369168 8985675829469389842 n - ການຈັດກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມ

ການຈັດກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມ - 5 - ການຈັດກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມ
ການຈັດກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມ - 4 - ການຈັດກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມ
ການຈັດກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມ - 3 - ການຈັດກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມ