ກັກຕົວ 2 ຜູ້ຕ້ອງຫາຄ້າຂາຍໃບກະທ້ອມ ພ້ອມຂອງກາງ 136 ກິໂລ ແລະ ຢາດີໄອ16ແກ້ວ

ກັກຕົວ 2 ຜູ້ຕ້ອງຫາຄ້າຂາຍໃບກະທ້ອມ ພ້ອມຂອງກາງ 136 ກິໂລ ແລະ ຢາດີໄອ16ແກ້ວ - 327311469 2966103137029815 5178305663436002818 n - ກັກຕົວ 2 ຜູ້ຕ້ອງຫາຄ້າຂາຍໃບກະທ້ອມ ພ້ອມຂອງກາງ 136 ກິໂລ ແລະ ຢາດີໄອ16ແກ້ວ
ກັກຕົວ 2 ຜູ້ຕ້ອງຫາຄ້າຂາຍໃບກະທ້ອມ ພ້ອມຂອງກາງ 136 ກິໂລ ແລະ ຢາດີໄອ16ແກ້ວ - kitchen vibe - ກັກຕົວ 2 ຜູ້ຕ້ອງຫາຄ້າຂາຍໃບກະທ້ອມ ພ້ອມຂອງກາງ 136 ກິໂລ ແລະ ຢາດີໄອ16ແກ້ວ

ວັນທີ 2 ກຸມພາ 2023 ຜ່ານມາ, ທ່ານ ພັທ ປທ ບຸນມີ ກັນຕີຍາວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງຫາດຊາຍຟອງ ໄດ້ໃຫ້ສໍາພາດວ່າ: ໃນເດືອນມັງກອນ ປີ 2023 ປກສ ກຸ່ມ ສາລາຄໍາ ຮ່ວມກັບສະຖານີຮັບແຈ້ງ ແລະ ແກ້ໄຂເຫດສຸກເສີນ 1191 ດົງໂພສີ, ກັກຕົວຜູ້ເຄື່ອນໄຫວຄ້າຂາຍໃບກະທ້ອມ ແລະ ປຸ່ງແຕ່ງເຄື່ອງດື່ມນໍ້າໃບກະທ້ອມເພື່ອຈໍາໝ່າຍ 2 ຄົນ, ຄື: ທ້າວ ດວງດີ, ອາຍຸ 22 ປີ, ກຳມະກອນ, ບ້ານຈອມເພັດໃຕ້ ເມືອງສີສັດຕະນາກ, ພັກເຊົາຢູ່ບ້ານນາໄຫ ເມືອງຫາດຊາຍຟອງ ແລະ ທ້າວ ສຸກສະຫວັດ ອາຍຸ 66 ປີ, ກຳມະກອນ, ບ້ານນາໄຫ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ, ພ້ອມຂອງກາງໃບກະທ້ອມ 136 ກິໂລ, ແກ້ວຢາດີໄອ 52 ແກ້ວ, ຢາດີໄອ 16 ແກ້ວ, ກະຕຸກຢາງ 270 ກະຕຸກ, ນໍ້າຕານໝາກຟ້າວ 16 ແກ້ວ.

ไม่มีคำอธิบาย ກັກຕົວ 2 ຜູ້ຕ້ອງຫາຄ້າຂາຍໃບກະທ້ອມ ພ້ອມຂອງກາງ 136 ກິໂລ ແລະ ຢາດີໄອ16ແກ້ວ - 327657605 1600814130422889 7567668960685780162 n - ກັກຕົວ 2 ຜູ້ຕ້ອງຫາຄ້າຂາຍໃບກະທ້ອມ ພ້ອມຂອງກາງ 136 ກິໂລ ແລະ ຢາດີໄອ16ແກ້ວ

ກັກຕົວ 2 ຜູ້ຕ້ອງຫາຄ້າຂາຍໃບກະທ້ອມ ພ້ອມຂອງກາງ 136 ກິໂລ ແລະ ຢາດີໄອ16ແກ້ວ - Visit Laos Visit SALANA BOUTIQUE HOTEL - ກັກຕົວ 2 ຜູ້ຕ້ອງຫາຄ້າຂາຍໃບກະທ້ອມ ພ້ອມຂອງກາງ 136 ກິໂລ ແລະ ຢາດີໄອ16ແກ້ວ

ຜ່ານການ ສືບສວນ ພວກກ່ຽວຮັບສາລະພາບວ່າ: ເລີ່ມເຄື່ອນໄຫວນຳໃບກະທ້ອມມາຂາຍເປັນໃບສົດ ແລະ ຕົ້ນປຸງແຕ່ງເປັນເຄື່ອງດື່ມຂາຍ ຫລາຍຄັ້ງ ແຕ່ເດືອນຕຸລາ 2022 ເປັນຕົ້ນມາ, ສ່ວນໃບກະທ້ອມ ໄດ້ຕິດຕໍ່ຊື້ນໍາເຂົ້າຈາກປະເທດເພື່ອນບ້ານ, ພາຍຫລັງປຸງແຕ່ງສຳເລັດກໍນຳໄປຈຳໜ່າຍຂາຍ ໃຫ້ໄວໜຸ່ມ ທີ່ສັ່ງຊື້ຕາມຮ້ານອາຫານ, ເຊິ່ງເປັນການລະເມີດຕໍ່ແຈ້ງການ ສະບັບເລກທີ 13/ປກສ, ລົງວັນທີ 14 ກັນຍາ 2022. ການເພີ່ມທະວີການຄວບຄຸມ ແລະ ສະກັດກັ້ນການປູກ, ຜະລິດ, ປຸງແຕ່ງ, ຊົມໃຊ້, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ ໃນຄອບຄອງ, ນໍາເຂົ້າ, ສົ່ງອອກ ພືດທີ່ມີສານເສບຕິດ ຫຼື ຜະລິດຕະພັນ ທີ່ມີສ່ວນປະສົມສານເຄມີ ຕົ້ນ ຫຼື ສານເສບຕິດຜິດກົດໝາຍ.

ນໍ້າກະທ້ອມທີ່ຢຶດໄວ້ໃນເວລາກັກຕົວ ພາຍຫຼັງສອບສວນຂະຫຍາຍຜົນ ເປີດກ້ວາງຮູ້ຂໍ້ມູນລະອຽດຊັດເຈນ ເຈົ້າໜ້າທີ່ ຈະນຳເອົາໄປທຳລາຍຖີ້ມ ສ່ວນການດຳເນີນຄະດີ ປະຕິບັດຕາມກົດໝາຍ.

ไม่มีคำอธิบาย ກັກຕົວ 2 ຜູ້ຕ້ອງຫາຄ້າຂາຍໃບກະທ້ອມ ພ້ອມຂອງກາງ 136 ກິໂລ ແລະ ຢາດີໄອ16ແກ້ວ - 328115235 1621240014963749 6949128865761032120 n - ກັກຕົວ 2 ຜູ້ຕ້ອງຫາຄ້າຂາຍໃບກະທ້ອມ ພ້ອມຂອງກາງ 136 ກິໂລ ແລະ ຢາດີໄອ16ແກ້ວ

ກັກຕົວ 2 ຜູ້ຕ້ອງຫາຄ້າຂາຍໃບກະທ້ອມ ພ້ອມຂອງກາງ 136 ກິໂລ ແລະ ຢາດີໄອ16ແກ້ວ - 3 - ກັກຕົວ 2 ຜູ້ຕ້ອງຫາຄ້າຂາຍໃບກະທ້ອມ ພ້ອມຂອງກາງ 136 ກິໂລ ແລະ ຢາດີໄອ16ແກ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!