ຫສນຍ ມອບໃບຍ້ອງຍໍ ແລະ ໃບຊົມເຊີຍລັດຖະມົນຕີ ໃຫ້ແກ່ບຸກຄະລາກອນໃນຂະບວນການແຂ່ງຂັນ-ຍ້ອງຍໍຜົນງານ 5 ປີ
February 10, 2023 - 11:22 AM

ວັນທີ 8 ກຸມພາ 2023 ຜ່ານມານີ້ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ຈັດກອງປະຊຸມສະຫລຸບຂະບວນການແຂ່ງ ຂັນຮັກຊາດ ແລະ ພັດທະນາ, ຍ້ອງຍໍຜົນງານ 5 ປີ (2016-2020) ແລະ ປະກາດເນື້ອໃນການແຂ່ງຂັນ ຮອດປີ 2025 ໂດຍການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ໃຫ້ກຽດເຂົ້າຮ່ວມພົບປະໂອ້ລົມ ແລະ ໃຫ້ທິດຊີ້ນຳ ຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີປະຈຳ ສນຍ, ບັນດາ ຮອງລັດຖະມົນຕີ-ຮອງຫົວໜ້າ ຫສນຍ, ພ້ອມດ້ວຍພະນັກງານ-ລັດຖະກອນ ແລະ ພະນັກງານອາວຸໂສບ ຳນານ ພາຍໃນ ຫສນຍ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານບົດສະຫລຸບຕີລາຄາ, ການຈັດຕັ້ງປະຕິບັດວຽກງານການແຂ່ງຂັນຮັກຊາດ ແລະ ພັດ ທະນາ ພາຍໃນ ຫສນຍ ແຕ່ປີ 2016-2020 ແລະ ປະກາດເນື້ອໃນການແຂ່ງຂັນຮອດປີ 2025 ເຊິ່ງເຫັນວ່າ ຄະນະພັກ-ຄະນະນຳ ຫສນຍ ໄດ້ຈັດຕັ້ງຜັນຂະຫຍາຍ ແນວທາງຂອງພັກ ແລະ ນະໂຍບາຍຂອງລັດ ກໍຄື ນິຕິກໍາ ຕ່າງໆ ທີ່ສູນກາງພັກ ແລະ ລັດຖະບານວາງອອກ ກ່ຽວກັບວຽກງານແຂ່ງຂັນ ແລະ ຍ້ອງຍໍ ເປັນແຜນການ ແລະ ແຜນງານລະອຽດ ໂດຍມີການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຖືເອົາວຽກງານແຂ່ງຂັນ-ຍ້ອງຍໍ ເປັນການປຸກລະ ດົມ ແລະ ກະຕຸກຊຸກຍູ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ມີຄວາມຫ້າວຫັນ, ກະຕືລືລົ້ນຕັ້ງໜ້າປະກອບ ສ່ວນຈັດຕັ້ງປະຕິບັດແນວ ທາງແຜນນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ ໃນແຕ່ລະ ໄລຍະ ມີຜົນສຳເລັດເປັນກ້າວໆ, ພ້ອມທັງ ໄດ້ໃຫ້ທິດຊີີ້ນຳ, ຕິດຕາມ, ກວດກາ ແລະ ຊຸກຍູ້ ວຽກງານແຂ່ງຂັນ-ຍ້ອງຍໍ ຢ່າງເປັນປົກກະຕິ, ນັບແຕ່ປີ 2016-2020 ຫສນຍ ໄດ້ສະຫລຸບຕີລາຄາ ການຄັດເລືອກຍ້ອງຍໍໃຫ້ສະມາຊິກພັກ ແລະ ພະນັກງານ ຜູ້ທີ່ຜົນງານດີເດັ່ນໃນການປະກອບສ່ວນວຽກງານທາງດ້ານເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນ ວຽກງານລວມ ກໍຄື ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນແຕ່ລະປີ ເປັນປົກກະຕິ.
ຈາກຜົນງານ ດັ່ງກ່າວ ບວກກັບການສະຫລຸບ, ຕີລາຄາ ແລະ ປະເມີນຜົນງານ 5 ປີ (2016-2020), ລັດຖະບານ ແລະ ຫສນຍ ໄດ້ຕົກລົງມອບການຍ້ອງຍໍ ໃຫ້ແກ່ກົມກອງ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນ ຄື: ປະດັບຫລຽນໄຊແຮງງານ ຊັ້ນ I ໃຫ້ 8 ກົມກອງ ແລະ 59 ທ່ານ, ຫລຽນໄຊແຮງງານ ຊັ້ນ II ຈຳນວນ 57 ທ່ານ, ຫລຽນໄຊແຮງງານ ຊັ້ນ III ຈຳນວນ 87 ທ່ານ, ຫລຽນກາແຮງງານ ຈຳນວນ 79 ທ່ານ, ມອບໃບຍ້ອງຍໍລັດຖະບານ ຈໍານວນ 29 ທ່ານ, ໃບຍ້ອງຍໍລັດຖະມົນຕີ ຈໍານວນ 14 ທ່ານ.
ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການສະຫລຸບຜົນງານ ກໍຄືການຍ້ອງຍໍໃຫ້ພະນັກງານລັດຖະກອນພາຍໃນ ຫສນຍ ປະຈຳປີ 2021 ແລະ 2022 ຕື່ມອີກ, ໃນນັ້ນ ຜົນງານປະຈຳປີ 2021 ມີຜູ້ໄດ້ຮັບໃບຍ້ອງຍໍລັດຖະມົນຕີ ຈໍານວນ 256 ທ່ານ ແລະ ໃບຊົມເຊີຍລັດຖະມົນຕີ 27 ທ່ານ; ຜົນງານ ປະຈໍາປີ 2022 ມີຜູ້ໄດ້ຮັບໃບຍ້ອງຍໍລັດຖະມົນຕີ ຈໍານວນ 277 ທ່ານ ແລະ ໃບຊົມເຊີຍລັດຖະມົນຕີ ຈໍານວນ 9 ທ່ານ. ຈາກນັ້ນ, ກໍໄດ້ມີພິທີປະດັບຫລຽນ ແລະ ມອບ ໃບຍ້ອງຍໍປະເພດຕ່າງໆ ໃຫ້ແກ່ກົມກອງ ແລະ ບຸກຄົນ ທີ່ໄດ້ຮັບການຍ້ອງຍໍດັ່ງກ່າວ ທັງໄລຍະ 5 ປີ (2016-2020), ປະຈຳປີ 2021 ແລະ ປະຈຳປີ 2022 ຕາມລຳດັບ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ກົມກອງ ແລະ ບຸກຄົນ ພາຍໃນ ຫສນຍ ຍາດມາໄດ້ ໃນໄລຍະ 5 ປີ ຜ່ານມາ, ພ້ອມທັງ ຕີລາຄາວ່າ: ຄະນະບໍລິຫານງານພັກ ຫສນຍ ຍາມໃດ ກໍມີຄວາມພະຍາຍາມ ແລະ ເອົາໃຈໃສ່ນຳພາ-ຊີ້ນຳຢ່າງຮອບດ້ານ ຕໍ່ວຽກງານພາຍໃນຄະນະພັກ, ຄະນະນຳຕາມກົນໄກ ແລະ ແບບແຜນການດຳເນີນງານທີ່ສອດຄ່ອງ, ມີການສຳຫລວດກວດກາ ແລະ ດຳເນີນຊີວິດ ເປັນປົກກະຕິ ເຊິ່ງເປັນການຈັດຕັ້ງປະຕິບັດ ມະຕິ ແລະ ແຜນການຕ່າງໆ ໃຫ້ປະກົດຜົນເປັນຈິງ. ອັນສໍາຄັນ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ມີຄໍາເຫັນເນັ້ນໜັກ ເພື່ອເປັນທິດທາງໃຫ້ແກ່ ຫສນຍ ໃນຕໍ່ໜ້າບາງດ້ານ ເປັນຕົ້ນ ໃຫ້ຄະນະພັກ-ຄະນະນໍາທຸກຂັ້ນ ຖືເອົາການນໍາພາການເມືອງ-ແນວຄິດເປັນກົກ, ຖືວຽກງານເປັນບັນຫາສໍາຄັນ, ຕິດ ພັນກັບການຄົ້ນຄວ້າ ແລະ ກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄຳສັ່ງ ແລະ ລະບຽບການຂອງພັກ-ລັດ ວາງອອກ ໃຫ້ເລິກເຊິ່ງ, ມີຄວາມເປັນເອກະພາບທາງດ້ານແນວຄິດ ຕໍ່ກັບແນວທາງນະໂຍບາຍຂອງພັກ-ລັດ; ເອົາໃຈໃສ່ແກ້ ໄຂປະກົດການຫຍໍ້ທໍ້ທີ່ເກີດພາຍໃນພັກ ໃຫ້ໄດ້ຢ່າງທັນການ ແລະ ໃຫ້ເຂັ້ມງວດຕາມກົດລະບຽບການ; ປັບປຸງກົງ ຈັກ ໃຫ້ແທດເໝາະຕາມທິດກະທັດຮັດ; ສືບຕໍ່ການກໍ່ສ້າງ, ບຳລຸງ ແລະ ນຳໃຊ້ບຸກຄະລາກອນ ໃຫ້ຖືກຕ້ອງ ແທດ ເໝາະກັບຄວາມຮູ້ຄວາມສາມາດ ແລະ ໜ້າວຽກຕົວຈິງ, ຍົກລະດັບຄວາມຮູ້ ຄວາມສາມາດ ຂອງພະນັກງານ-ລັດ ຖະກອນ ທາງດ້ານທິດສະດີ ແລະ ວິຊາສະເພາະ ເພື່ອຮັບໃຊ້ໜ້າທີ່ການເມືອງ ໄປຕາມທິດສ້າງພະນັກງານສືບທອດ ປ່ຽນແທນແຕ່ລະໄລຍະ; ການຈັດສັນ, ສັບຊ້ອນ, ຈັດວາງ, ຍົກຍ້າຍພະນັກງານໃຫ້ຖືກຕ້ອງຕາມຄວາມຮຽກຮ້ອງ ຕ້ອງການຂອງວຽກງານຕົວຈິງ, ແທດເໝາະກັບຄວາມຮູ້, ຄວາມສາມາດ ແລະ ວິຊາສະເພາະ ສ້າງໃຫ້ພະນັກງານ ຜູ້ໜຶ່ງເຮັດໄດ້ຫລາຍວຽກ; ເອົາໃຈໃສ່ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຂອງສະມາຊິກພັກ-ພະນັກງານ ຢ່າງເຂັ້ມງວດ ແລະ ເປັນປະຈຳ ໂດຍຖືເອົາຜົນສຳເລັດ, ຄຸນນະພາບວຽກງານ ເປັນກົກ; ເອົາໃຈໃສ່ປັບປຸງຍົກລະດັບ ການເຄື່ອນໄຫວວຽກງານ ຂອງ ຫສນຍ ໃນການເປັນເສນາທິການຮັບໃຊ້ລັດຖະບານ ກໍຄື ທ່ານນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ ຕາມຄໍາຂວັນ 3 ດີ ຄື: “ເປັນເສນາທິການທີ່ດີ, ປະສານງານທີ່ດີ ແລະ ບໍລິການຮັບໃຊ້ທີ່ດີ” ໃນນັ້ນ, ໃຫ້ສືບຕໍ່ເອົາໃຈໃສ່ ປັບປຸງຄວາມສາມາດ ການເປັນເສນາທິການດ້ານເນື້ອໃນຕ່າງໆ ໃຫ້ຖືກຕ້ອງ, ເລິກເຊິ່ງ, ກະທັດຮັດ, ມີຄວາມຊັດເຈນ, ພາວະວິໄສ ແລະ ວ່ອງໄວ ຂຶ້ນກວ່າເກົ່າ ໃຫ້ສົມຄູ່ກັບຖານະເປັນເສນາທິການ ທີ່ຢູ່ ໃກ້ຊິດກັບຂັ້ນເທິງ; ສ້າງແຜນການຝຶກອົບຮົມ ໃນວຽກງານຄົ້ນຄວ້າ ເພື່ອຍົກລະດັບຄຸນນະພາບວຽກງານໃຫ້ດີຂຶ້ນ ກວ່າເກົ່າ; ຍົກສູງການບໍລິການຮັບໃຊ້ໃນວຽກງານດ້ານຕ່າງໆໃຫ້ມີປະສິດທິພາບສູງຂຶ້ນ ຕິດພັນກັບການປະຕິບັດ ນະ ໂຍບາຍຕ່າງໆ; ສືບຕໍ່ປັບປຸງຫັນການບໍລິຫານວຽກງານພາຍໃນ ຫສນຍ ນຳໃຊ້ລະບົບເອເລັກໂຕຣນິກທີ່ທັນສະໄໝ ເພື່ອຊ່ວຍການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມສະດວກ, ວ່ອງໄວ, ທັນສະພາບການ, ປະຢັດ, ໂປ່ງໃສ ແລະ ປອດໄພ.
ສຳລັບວຽກງານການແຂ່ງຂັນຮັກຊາດ ແລະ ພັດທະນາ ຕ້ອງເອົາໃຈໃສ່ກໍາແໜ້ນ ແລະ ເຊື່ອມຊຶມຢ່າງເລິກ ເຊິ່ງ ບັນດາຮູບການ ແລະ ວິທີການ ໃນການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ ໃນແຕ່ລະໄລຍະ ໂດຍສະ ຫລຸບຖອດຖອນບົດຮຽນເປັນປົກກະຕິ ໃນແຕ່ລະຂັ້ນ, ເພີ່ມທະວີພາລະບົດບາດໃນການນຳພາ-ຊີ້ນຳ, ມີການຕິດ ຕາມກວດກາ, ຊຸກຍູ້ຂະບວນການແຂ່ງຂັນເປັນປົກກະຕິ, ຜັນຂະຫຍາຍວຽກງານສາມສ້າງເຂົ້າສູ່ລວງເລິກ; ການຄັດ ເລືອກຍ້ອງຍໍ ຕ້ອງຖືເອົາຜົນສຳເລັດຂອງການປະຕິບັດງານຕົວຈິງມາເປັນໄມ້ຫລາວັດແທກ; ແຂ່ງຂັນກັນສ້າງຜົນງານ ຮອດປີ 2025 ໃຫ້ພົ້ນເດັ່ນຫລາຍກວ່າເກົ່າ ບົນພື້ນຖານການຄັດເລືອກ ໃຫ້ໄດ້ຜູ້ທີ່ດີເດັ່ນແທ້, ຜ່ານຂະບວນການ ປະຕິບັດວຽກງານຕົວຈິງ.
ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ