ຂໍໃຫ້ຂະແໜງການສຶກສາ ມີຄວາມໂປ່ງໃສ

ໂດຍ: ທ່ຽງທຳ
ເພື່ອນຜູ້ອ່ານທີ່ຮັກແພງ, ໃຜໆກໍຈະດີໃຈເມື່ອລູກຫລານຂອງຕົນໄດ້ເຂົ້າສຶກສາຮໍ່າຮຽນມີປັນຍາຄວາມຮູ້ ບໍ່ພຽງແຕ່ຈະຊ່ວຍໃຫ້ຕົນເອງໄດ້ຫລຸດພົ້ນອອກຈາກຄວາມໂງ່ຈ້າຫລ້າຫລັງເທົ່ານັ້ນ ຍັງຈະຊ່ວຍພັດທະນາເສດຖະກິດຄອບຄົວ ແລະ ເປັນອະນາຄົດທີ່ດີຂອງຊາດ. ແຕ່ແລ້ວຜ່ານມານີ້ກໍໄດ້ມີຫາງສຽງສັງຄົມຈົ່ມມາວ່າ: ພໍໃກ້ຈະຮອດມື້ເປີດສົກຮຽນໃໝ່ໃນແຕ່ລະປີ ຜູ້ເປັນຜູ້ປົກຄອງ, ຜູ້ເປັນພໍ່ເປັນແມ່ຕ່າງກໍມີຄວາມອຸກອັ່ງກັງວົນໃຈບໍ່ໜ້ອຍຕໍ່ການວິ້ງເຕັ້ນໃຫ້ລູກຫລານຂອງຕົນໄດ້ເຂົ້າໂຮງຮຽນຕ່າງໆ. ຖ້າເປັນໂຮງຮຽນເອກະຊົນກໍມີຢູ່ແຕ່ຄ່າໃຊ້ຈ່າຍພັດສູງຈະເອົາເງິນຄຳຢູ່ໃສມາໃຫ້ເພິ່ນ ແລະ ເມື່ອແລ່ນໄປຂໍຄວາມຊ່ວຍເຫລືອຈາກໂຮງຮຽນພາກລັດເພິ່ນກໍວ່າເຕັມແລ້ວ ຍ້ອນຫ້ອງຮຽນມີຈຳກັດ, ໃນທີ່ສຸດກໍຕ້ອງມີເຂົ້າຂອງເງິນຄຳຕ້ອນເພິ່ນຈຶ່ງໄດ້ຮັບການແກ້ໄຂ ແລະ ເລື່ອງນີ້ມັນມີແຜ່ຫລາຍ ແລະ ບໍ່ຮູ້ວ່າດ້ວຍເຫດຜົນໃດ. ໃນຂະນະທີ່ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານເຮົາຍາມໃດກໍຖືການສຶກສາເປັນບູລິມະສິດ ເພື່ອການພັດທະນາຊັບພະຍາກອນມະນຸດຂອງຊາດໃຫ້ເຕີບໃຫຍ່ເຂັ້ມແຂງ, ມີເງິນກ້ອນໃດເພິ່ນກໍບິແບ່ງໃຫ້ການສຶກສາ ເພື່ອພັດທະນາສ້າງສາໂຮງຮຽນລະດັບຕ່າງໆ ນັບແຕ່ຕົວເມືອງອອກສູ່ເຂດພູດອຍຫ່າງໄກສອກຫລີກໃຫ້ກວ້າງຂວາງ ເພື່ອອຳນວຍຄວາມສະດວກ ແລະ ສ້າງເງື່ອນໄຂໃຫ້ລູກຫລານຂອງປະຊາຊົນບັນດາເຜົ່າໄດ້ເຂົ້າສຶກສາຮໍ່າຮຽນຢ່າງທົ່ວເຖິງ. ແຕ່ໃນຂະນະດຽວກັນ ຖ້າຖັນແຖວຜູ້ຮັບຜິດຊອບວຽກງານດັ່ງກ່າວຍັງບໍ່ເປີດກວ້າງ ແລະ ໂປ່ງໃສແລ້ວ ກໍຈະເຮັດໃຫ້ສິ່ງຫຍໍ້ທໍ້ດັ່ງກ່າວແກ່ຍາວເປັນສ້ຽນເປັນໜາມໃຫ້ຂະແໜງການສຶກສາພວກເຮົາ. ດັ່ງນັ້ນ ຈຶ່ງຂໍໃຫ້ຂະແໜງການກ່ຽວຂ້ອງເຂັ້ມງວດກວດຂັນ ຖ້າບ່ອນໃດມີສິ່ງຫຍໍ້ທໍ້ນີ້ກໍຂໍໃຫ້ຮີບຮ້ອນແກ້ໄຂ ເພື່ອອະນາຄົດອັນສົດໃສຂອງຊາດບ້ານເມືອງ.